ສັງຄົມຕື່ນຕົວ ສົ່ງເສີມການນໍາໃຊ້ ເງິນກີບເຂົ້າໃນການຊໍາລະຢູ່ພາຍໃນ

25/07/2024 14:44
Email Print 400
ຂປລ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຊີ້ແຈງກ່ຽວກັບຄວາມຕື່ນຕົວຂອງສັງຄົມ ທີ່ພໍ່ຄ້າ-ຊາວຂາຍ ຊູກຍູ້ການນໍາໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ພາຍໃນ ຢ່າງກວ້າງຂວາງ ເຊິ່ງເປັນໜ້າ ຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ​ແຕ່​ຍັງມີບາງທັດສະນະ ທີ່​ສະ​ເໜີຜ່ານສື່ສັງຄົມອອນລາຍ ວ່າເປັນການເອົາປຽບລູກຄ້າ, ນັກທ່ອງທ່ຽວ, ກຳນົດອັດຕາ ແລກປ່ຽນທີ່ຕໍ່າກວ່າຄວາມ ເປັນຈິງ, ຫ້າມ ຫລື ບໍ່​ຮັບເງິນຕາຕ່າງປະເທດ ແລະ ອື່ນໆ.



ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຊີ້ແຈງກ່ຽວກັບຄວາມຕື່ນຕົວຂອງສັງຄົມ ທີ່ພໍ່ຄ້າ-ຊາວຂາຍ ຊູກຍູ້ການນໍາໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ພາຍໃນ ຢ່າງກວ້າງຂວາງ ເຊິ່ງເປັນໜ້າ ຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ​ແຕ່​ຍັງມີບາງທັດສະນະ ທີ່​ສະ​ເໜີຜ່ານສື່ສັງຄົມອອນລາຍ ວ່າເປັນການເອົາປຽບລູກຄ້າ
, ນັກທ່ອງທ່ຽວກຳນົດອັດຕາ ແລກປ່ຽນທີ່ຕໍ່າກວ່າຄວາມ ເປັນຈິງ, ຫ້າມ ຫລື  ບໍ່​ຮັບເງິນຕາຕ່າງປະເທດ ແລະ ອື່ນໆ. 




ຕໍ່ທັດສະນະດັ່ງກ່າວ
, ທ່ານ ພານຸ​ສັກ ​ແກ່ນ​ວົງ​ພະຈັນ ຫົວໜ້າ​ຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງເພີ່ມເຕີມ ໃຫ້ທົ່ວສັງຄົມໄດ້ເຂົ້າໃຈຢ່າງຖືກຕ້ອງວ່າ: ອີງຕາມກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບປຸງ) ທີ່ມີຜົນບັງຄັບໃຊ້ ໃນເດືອນກໍລະກົດ ປີ 2022 ໄດ້ກໍານົດເງິນກີບເທົ່ານັ້ນ ທີ່ເປັນສື່ກາງໃນການຊໍາລະ, ຮັບຊໍາລະ ທີ່ຖືກຕ້ອງຕາມ ກົດໝາຍ, ທຸກການຕິດປະກາດລາຄາສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບການແລກປ່ຽນເງິນຕາຕ່າງປະເທດ ຕ້ອງດຳເນີນຜ່ານ ທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດ ເປັນຜູ້ກຳນົດ ພຽງຜູ້ດຽວ, ການກຳນົດລາຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງທະນາຄານ ຈຶ່ງຖືວ່າຖືກຕ້ອງຕາມກົດໝາຍ; ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ສາມາດຄອບຄອງເງິນຕາຕ່າງປະເທດ, ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ແລະ ດຳເນີນທຸລະກໍາເງິນຕາຕ່າງປະເທດ ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍທີ່ລະບຽບ ການກຳນົດ. 




ສໍາລັບ ຄວາມຕື່ນຕົວຂອງສັງຄົມ ໃນການສົ່ງເສີມການນໍາໃຊ້ເງິນກີບໃນໄລຍະຜ່ານມ, ຂໍ​ໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ
, ບໍ່ຄວນຖືເປັນປະເດັນ ທີ່ຈະສ້າງຄວາມສັບສົນ ແລະ ເຂົ້າໃຈຜິດກັນ ເຊິ່ງເປັນພຽງການສະແດງອອກ ດ້ວຍຄວາມສະໝັກໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ພາຍໃນ, ຫລຸດຜ່ອນຄວາມຕ້ອງ ການເງິນຕາຕ່າງ ປະເທດ ທີ່ມີຄວາມ ຊິນເຄີຍ ນໍາໃຊ້ກັນຢ່າງຊະຊາຍ ເພື່ອຫລຸດຜ່ອນ ຜົນກະທົບຈາກການເໜັງຕີງ ຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນຕາຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ໄປແລກປ່ຽນນໍາທະນາຄານ ເອົາເງິນກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍ ຄືກັບປະເທດອື່ນໆ ທີ່ປະຕິບັດ. ທຸກສະກຸນເງິນຕາຂອງແຕ່ລະປະເທດ ກໍລ້ວນແລ້ວແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາໃຊ້ໃຫ້ຖືກ ຕ້ອງກັບຈຸດປະສົງ ແລະ ເປົ້າໝາຍ ຕາມກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງກໍານົດໄວ້.

ໂອກາດ​ນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງໃຫ້ການຮ່ວມມືສົ່ງເສີມ ການນໍາໃຊ້ເງິນກີບໃນການຊໍາລະພາຍໃນ ດັ່ງຄໍາຂັວນ: ຢູ່ເມືອງລາວ ໃຊ້ແຕ່ເງິນກີບ”, ກໍານົດອັດຕາແລກປ່ຽນໃຫ້ຖືກຕ້ອງ ແລະ ແລກປ່ຽນເງິນຕາກັບທະນາຄານ ກ່ອນຈະໃຊ້ຈ່າຍ ເພື່ອຈັດຕັ້ງປະຕິບັດນິຕິກໍາ ຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ. ໃນອະນາຄົດ ອັນໃກ້ນີ້, ທະນາຄານແຫ່ງ ສປປ ລາວ ຈະອອກຂໍ້ຕົກລົງ ແລະ ຄຳແນະນໍາລະອຽດໃນການຊໍາລະຄ່າສິນຄ້າ, ຄ່າບໍລິການ ແລະ ຊໍາລະໜີ້ສິນຢູ່ ສປປ ລາວ ວ່າຄວນປະຕິບັດແບບໃດ ຈຶ່ງສອດຄ່ອງ ເໝາະສົມ ເປັນອັນລະອຽດຕື່ມ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top