ການດຳລົງຊີວິດຂອງຊົນເຜົ່າກະຕູ

05/09/2024 12:33
Email Print 494
ຂປລ ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

    *ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະນາທໍາ,  ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ. ໃນນັ້ນ, ຊົນເຜົ່າກະຕູກໍເປັນໜຶ່ງໃນນັ້ນ ແລະ ນອນໃນກຸ່ມຊົນເຜົ່າທີ່ປາກເວົ້າພາສາມອນ-ຂະແມ ແລະ ມີຮູບແບບການດໍາລົງຊີວິດທີ່ເປັນເອກະລັກ ອັນກາຍເປັນມົນສະເໜ່ສະເພາະຂອງເຂົາເຈົ້າ. ດັ່ງນັ້ນ, ມື້ນີ້ຄໍລຳຊີວິດວັດທະນະທຳ ໄດ້ນໍາສະເໜີຮູບແບບການດຳລົງຊີວິດຂອງຊົນເຜົ່າກະຕູ ໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກອີກຄັ້ງ.

     ຕາມການສັນນິຖານຂອງບັນດານັກຄົ້ນຄວ້າຫລາຍທ່ານວ່າ: ຊົນເຜົ່າກະຕູໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາເວັນອອກສຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ເພາະຢູ່ເຂດນັ້ນຍັງປາກົດມີກຸ່ມຄົນທີ່ປາກເວົ້າພາສາມອນ-ຂະແມຢູ່ເຊັ່ນ: ກຸ່ມມູນດະ ແລະ ກຸ່ມໂກນເປັນຕົ້ນຊົນເຜົ່າກະຕູ ປະກອບມີຫລາຍແຊງດ້ວຍກັນຄື: ຕຣີວ, ດາກກັງ(ປັບແດງ), ອຣັນນາ, ອາສານ ແລະ ເຟືອງ, ຊົນເຜົ່າກະຕູ ໃນລາວສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກ ໃຕ້ເຊັ່ນ: ເມືອງກະລຶມ, ດາກຈຶງ, ທ່າແຕ່ງ ແຂວງເຊກອງ. ນອກຈາກນັ້ນ ຍັງຢູ່ເມືອງເລົາງາມ ແຂວງສະລະວັນ, ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ດັ່ງນີ້ເປັນຕົ້ນ.

   ສໍາລັບຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທໍາຄ້າຍຄືກັບບັນດາຊົນເຜົ່າໃນໝວດພາສາມອນ-ຂະແມ, ໂດຍສະເພາະແມ່ນມີຄວາມເຊື່ອໃນເລື່ອງຈິດວິນຍານ ແລະ ຜີ, ພາສາປາກເວ້ົາຂອງເຂົາເຈົ້າປະກອບມີພາສາຢ໋າງ ແລະ  ເບຣົາປະສົມກັນ. ສ່ວນການປຸກສ້າງເຮືອນມັກຈະປຸກເປັນຮູບແບບວົງມົນອ້ອມສາລາກວານ ແລະ  ໃຫ້ຢູ່ໃກ້ກັບຕະກູນ ຫລື ເຊື້ອສາຍຂອງຕົນລັກນະນະຂອງເຮືອນຈະເປັນເຮືອນຕ່ໍາ ແລະ ເປັນເຮືອນຍາວໂດຍອາໄສຢູ່ນໍາກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ ເຊິ່ງໝາຍຄວາມວ່າໃນບ້ານຂອງຊົນເຜົ່າກະຕູ  ຈະມີເຮືອນສາລາກວານຢູ່ໃຈກາງບ້ານ ເພື່ອໃຊ້ເປັນສະຖານທີ່ໂຮມຊຸມນຸມ, ເປັນບ່ອນຮັບແຂກ, ເປັນສະຖານທີ່ໃນການເຮັດກິດຈະກໍາຕ່າງໆກ່ຽວກັບຄວາມເຊື່ອຖື.

     ຊົນເຜົ່າກະຕູເປັນໜຶ່ງໃນຄວາມຫລາກຫລາຍທາງຊົນເຜົ່າ, ວັດທະນະທໍາ ແລະ ຮີດຄອງປະເພນີຂອງລາວ ແລະ ມີວິຖີຊີວິດທີ່ເປັນເອກະລັກ ມີມົນສະເໜ່ສະເພາະຕົວ ທີ່ສາມາດດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວທີ່ມັກການພະຈົນໄພທາງທໍາມະຊາດ ນັກທ່ອງທ່ຽວທີ່ຕ້ອງການຮຽນຮູ້ວັດທະນະທໍາໃໝ່ໆເພ່ືອຊືມຊັບ ແລະ ສໍາຜັດວິຖີຊີວິດຕົວຈິ່ງຂອງຊົນເຜົ່າກະຕູໄດ້ເປັນຢ່າງດີ.

KPL

ຂ່າວອື່ນໆ

ads
ads

Top