ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

05/09/2024 14:33
Email Print 367
ຂປລ ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

ສຳ​ລັບ​ນັກ​ທ່ອງ​ທ່ຽວ​ໃນ​ປະ​ເທດ​ລາວ ເພາະສາຍ​ການ​ບິນ​ດັ່ງ​ກ່າວໄດ້​ໃຫ້​ການ​ບໍ​ລິ​ການສາຍການບິນ​ໂດຍ​ກົງ​ລະ​ຫວ່າງ​ນະ​ຄອນຫລວງ​ວຽງ​ຈັນ ຫາ ນະ​ຄອນ​ໂຮ່​ຈີ່​ມິງ ເຊິ່ງເປີດໂອກາດ​​ໃຫ້ແກ່​ນັກ​ທ່ອງ​ທ່ຽວ​ ໄດ້ໄປທ່ຽວ​​ຫວຽດນາມ ໄດ້​ຢ່າງ​ສະດວກ​ສະບາຍ​ໃນ​ຖ້ຽວ​ບິນ​ທີ່ສັ້ນ ​ແລະ ​ຍັງເປັນຈຸດເຊື່ອມ​ຕໍ່​ຂອງບັນດາ​ຈຸດໝາຍ​ປາຍທາງ ແລະ ແຫລ່ງທ່ອງທ່ຽວ​ອື່ນໆ​ຂອງ​ອາຊີ - ປາຊີ​ຟິກອີກດ້ວຍ. ລາງວັນການທ່ອງທ່ຽວໂລກ (WTA) ໄດ້ຖືກການຍອມຮັບໃນທົ່ວໂລກ, ລາງວັນປະຈໍາປີແມ່ນຖືກຕັດສິນໂດຍການລົງຄະແນນສຽງຈາກຜູ້ບໍລິຫານທີ່ມີຄຸນນະສົມບັດໃນສາຂາເຫລົ່ານີ້ ລວມທັງຜູ້ບໍລິໂພກການທ່ອງທ່ຽວທົ່ວໂລກ ເພື່ອໃຫ້ເປັນທີ່ຮັບຮູ້ຂອງທຸລະກິດທີ່ມີຜະລິດຕະພັນທີ່ໂດດເດັ່ນທີ່ສຸດ.

VietJet ເປັນຜູ້ນຳໃນການສະໜອງປະສົບການທີ່ສ້າງສັນ ແລະ ລ້ຳຄ່າໃຫ້ແກ່ຜູ້ໂດຍສານ ພ້ອມກັບສະເໜີຖ້ຽວບິນທີ່ເປັນຕາຕື່ນໃຈເຊັ່ນ: ປະກັນໄພ Sky Care ທີ່ໃຫ້ການຄຸ້ມຄອງທີ່ກວ້າງຂວາງເພື່ອຄວາມປອດໄພໃນການເດີນທາງ. ເພີ່ມເຕີມກໍ່ຄືການສະສົມຄະແນນ ຂອງ VietJet Sky Joy ຊ່ວຍໃຫ້ສະມາຊິກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບ Sky Points ຜ່ານກິດຈະກໍາຕ່າງໆເມື່ອບິນກັບ VietJet ຄະແນນເຫລົ່ານີ້ສາມາດແລກຊື້ປີ້ຍົນ ຫລື ຜະລິດຕະພັນ ແລະການບໍລິການທີ່ຫລາກຫລາຍຈາກແບຣນດັງກວ່າ 250 ແບຣນ. ເມື່ອບໍ່ດົນມານີ້,ສາຍການບິນໄດ້ນໍາສະເໜີການບໍລິການໃໝ່ເຊັ່ນ: ການແຈ້ງເຕືອນຂໍ້ມູນການບິນຜ່ານ Zalo ແລະ WhatsApp, ເປັນການອັບເດດຂໍ້ມູນໃຫ້ທັນເວລາ ແລະ ສະດວກສໍາລັບຜູ້ໂດຍສານ VietJet ຍັງນຳໃຊ້ເທັກໂນໂລຊີ AI ແລະ chatbot ເພື່ອເພີ່ມປະສົບການຂອງລູກຄ້າຕະຫລອດການເດີນທາງ, ຕັ້ງແຕ່ການຈອງປີ້ ແລະ ການເຊັກອິນໄປຈົນເຖິງການມາຮອດ.  VietJet ຍັງໄດ້ຮັບລາງວັນສາກົນທີ່ມີຊື່ສຽງຫລາຍຢ່າງຈາກ Skytrax, World Business Outlook ແລະ Airline Ratings ໃນທ້າຍປີນີ້, ສາຍການບິນໄດ້ກໍານົດຈະເພີ່ມເຮືອບິນໃໝ່ 10 ລໍາ, ການລົງທຶນໃນເຮືອບິນທີ່ທັນສະໄໝ ແລະ ຂະຫຍາຍເຄືອຂ່າຍການບິນ ເພື່ອຍົກລະດັບປະສົບການການເດີນທາງໃຫ້ແກ່ຜູ້ໂດຍສານໃນຂະນະທີ່ປະຕິບັດຕາມຍຸດທະສາດການພັດທະນາແບບຍືນຍົງໃນອຸດສະຫະກໍາການບິນເພື່ອຫຼຸດຜ່ອນການປ່ອຍອາຍມົນລະພິດ.

ສາຍ​ການ​ບິນ​ VietJet ບໍ່​ພຽງ​ແຕ່​ໄດ້​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ການ​ບິນ​ຢູ່​ຫວຽດ​ນາມ​ເທົ່າ​ນັ້ນ ແຕ່​ຍັງ​ເປັນສາຍ​ການ​ບິນ​ທີ່ບຸກ​ເບີກ​ໃນ​ທົ່ວ​ພາກ​ພື້ນ ແລະ ​ທົ່ວ​ໂລກ ໂດຍເນັ້ນໃສ່ຄວາມສາມາດໃນການບໍລິຫານຈັດການຕົ້ນທຶນ ການດໍາເນີນງານຢ່າງມີປະສິດທິພາບ ການນໍາໃຊ້ເທັກໂນໂລຊີໃໝ່ຫລ້າສຸດມາປະຍຸກໃຊ້ໃນທຸກກິດຈະກໍາ ແລະ ເປັນຜູ້ນຳທີ່ທັນກະແສສັງຄົມ VietJet ສະເໜີໂອກາດການບິນດ້ວຍຄ່າໂດຍສານທີ່ປະຢັດ ແລະ ຄ່ອງຕົວ ພ້ອມທັງການບໍລິການທີ່ຫລາກຫລາຍ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.


KPL

ຂ່າວອື່ນໆ

ads
ads

Top