ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

05/09/2024 14:43
Email Print 361
ຂປລ ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ເກົາຫລີ (KOTRA) ວຽງຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງການແບ່ງປັນຄວາມຮູ້ (KSP) ພາຍ​ໃຕ້ຫົວຂໍ້ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

ທ່ານ ຊອຍ ຍອນ ຊຸງ ທີ່ປຶກສາອາວຸໂສ, ອະດີດເອກອັກຄະລັດຖະທູດ ເກົາຫລີ ປະຈຳປະເທດ ອູຣູກວາຍ ​ໄດ້​ມີ​ຄໍາ​ເຫັນ​​ໂດຍເນັ້ນໜັກເຖິງຄວາມສຳຄັນ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກໂຄງການ ​ໂດຍ​ສະ​ເພາະການປັບປຸງ ສະໜາມບິນສາກົນຫລວງພະບາງ ເພື່ອໃຫ້ໄດ້ ມາດຕະຖານ ແລະ ສາມາດເປີດເສັ້ນທາງການບິນໂດຍກົງ ໄປ ສ ເກົາຫລີ ໄດ້. ໂຄງການ KSP ຄັ້ງນີ້, ຄາດວ່າຈະສາມາດຍົກລະດັບສະໜາມບິນ ໃຫ້ໄດ້ມາດຕະຖານອົງການ ການບິນພົນລະເຮືອນສາກົນ (ICAO), ປັບປຸງຂັ້ນຕອນການບິນ ແລະ ສ້າງສະພາບແວດລ້ອມ ໃນການດໍາເນີນງານ ໃຫ້ມີຄວາມປອດໄພຫລາຍຂຶ້ນ ​ເຊິ່ງການປັບປຸງສິ່ງ​ດັ່ງກ່າວ ຈະດຶງດູດສາຍການບິນຂອງ ສ ເກົາຫລີ ໃຫ້ເປີດເສັ້ນທາງບິນໂດຍກົງ ຈາກສະໜາມບິນສາກົນອິນຊອນ ຫາ ຫລວງພະບາງ ເຊິ່ງເປັນຂີດໝາຍສຳຄັນ ໃນການພັດທະນາການບິນ ແລະ ການເຊື່ອມຕໍ່ສາກົນ ຂອງລາວ.  ຄວາມຄືບໜ້າຄັ້ງນີ້, ຖືວ່າເປັນພື້ນຖານອັນສຳຄັນ ໃນການສະໜັບສະໜູນ ການພັດທະນາການທ່ອງທ່ຽວ ແບບຍືນຍົງຂອງ ສປປ ລາວ.

ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງ ໂຍທາທິການ ​ແລະ ຂົນ​ສົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນຂອງລັດຖະບານ ສ ເກົາຫລີໃນການປັບປຸງສິ່ງອຳນວຍຄວາມສະດວກແລະ ລະບຽບການຂອງສະໜາມບິນ ໃຫ້ທັນສະໄໝຕາມມາດຖານສາກົນ. ພ້ອມ​ນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄວາມຈຳເປັນ ​ແລະ ຄວາມສຳຄັນໃນການຝຶກອົບຮົມພະນັກງານການບິນ ​ໂດຍ​ທ່ານ​ສະ​ເໜີໃຫ້ສືບຕໍ່ໃຫ້ ການສະໜັບສະໜູນດ້ານນີ້ຕື່ມອີກ.

​ໂອກາດ​ນີ້, ບໍລິສັດ  Moon Engineering Co., Ltd ແລະ ບໍລິສັດ Korean Airport Corporation ຈາກ ສ ເກົາຫລີ ໄດ້ນຳສະເໜີສິ່ງທ້າທາຍທີ່ໄດ້ພົບພໍ້ ແລະ ແນວທາງໃນການພັດທະນາ ເຊິ່ງລວມມີ ການປັບຮູບແບບພື້ນທີ່ຄວບຄຸມ Terminal(TMA), ການປັບປຸງການ ອອກແບບພື້ນທີ່ນ່ານຟ້າ ແລະ ການປບປຸງວົງຈອນບິນ ຂອງສະໜາມບິນສາກົນຫລວງພະບາງ ໃນຂົງເຂດ TMA. ນອກນັ້ນ, ທັງສອງບໍລິສັດ ຍັງໄດ້ຍົກໃຫ້ເຫັນ ແນວຄວາມຄິດ ການອອກແບບໃໝ່ ສໍາລັບສະໜາມບິນສາກົນຫລວງພະບາງ ລວມທັງນຳສະເໜີ ລາຍລະອຽດຕ່າງໆ ຂອງແຜນການໃນປີຕໍ່ໄປ ເຊິ່ງລວມມີ ວຽກງານການອອກແບບເພີ່ມຕື່ມ ແລະ ການຈັດຝຶກອົບຮົມໃຫ້ ຜູ້ຄຸ້ມຄອງການບິນຂອງລາວ.

ພ້ອມກັນ​ນີ້, ທ່ານ ຈອງ ຢອງຊູ (Jung Yung Soo) ເອກອັກຄະລັດຖະທູດ ເກົາຫລີ ປະຈຳລາວ ​ໄດ້ສະແດງຄວາມເຊື່ອໝັ້ນວ່າ: ການຮ່ວມມືຄັ້ງນີ້,ຈະເພີ່ມທະວີຄວາມປອດໄພ ດ້ານການຂົນສົ່ງທາງອາກາດຢູ່ລາວແລະເພີ່ມທະວີການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດ ໂດຍສະເພາ ແມ່ນໃນຂົງເຂດການທ່ອງທ່ຽວ.

ທ່ານ ພາກ ຈອງຄິວ ຜູ້ອຳນວຍການໃຫຍ່ ອົງການສົ່ງເສີມການຄ້າ-ການລົງທຶນ ເກົາຫລີ (KOTRA) ວຽງຈັນ ​ໄດ້ກ່າວວ່າ: ການປັບປຸງການຄຸ້ມຄອງ ນ່ານຟ້າຜ່ານໂຄງການ KSP ສາມາດໃຫ້ສົມບູນຂຶ້ນໄດ້ ໂດຍການຍົກລະດັບ ການປະຕິບັດງານຂອງສະໜາມບິນ, ປັບປຸງແສງສະຫວ່າງໃນອາຄານຜູ້ໂດຍສານ ແລະ ບັນດາໂຄງລ່າງພື້ນຖານທີ່ສໍາຄັນອື່ນໆ. ການປັບປຸງດັ່ງກ່າວ ສາມາດບັນລຸໄດ້ໂດຍການ ຮ່ວມມືພາກລັດ-​ເອກະຊົນ (PPP), ການພັດທະນາດັ່ງກ່າວ ບໍ່ພຽງແຕ່ຈະປັບປຸງຄວາມປອດ ໄພແລະ ປະສິດທິພາບການຂົນສົ່ງ ທາງອາກາດເທົ່ານັ້ນ, ຫາກຍັງຊ່ວຍຊຸກຍູ້ການພັດທະນາເສດຖະກິດແລະ ຮັດແໜ້ນສາຍພົວພັນ ທາງເສດຖະກິດລະຫວ່າງ ເກົາຫລີແລະ ລາວ.

KPL

ຂ່າວອື່ນໆ

ads
ads

Top