ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

05/09/2024 14:29
Email Print 495
ຂປລ ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.



ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ
, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ໃຫ້ສໍາພາດຕໍ່ນັກຂ່າວ​ໃນ​ວັນ​ທີ 4 ກັນຍາ 2024 ວ່າ: ກະກຽມຄວາມພ້ອມໃນການເປີດດ່ານສາກົນ ປາກຕະພານ ຕາມດໍາລັດ 558/ລບ ແມ່ນໄດ້ຍົກຍ້າຍສິ່ງກີດຂວາງ ໃນບໍລິເວນດ່ານ ໃຫ້ມີຄວາມສວຍງາມ, ຕິດປ້າຍອໍານວຍ ຄວາມສະດວກ, ເທເບຕົງທາງຍ່າງແຕ່ອາຄານ ເຂົ້າ-ອອກດ່ານ ຫາທາງລົງນໍ້າຂອງ, ປັບປຸງອາຄານສະຖານທີ່ ບ່ອນຄ່ຽນຖ່າຍສິນຄ້າ. ພ້ອມ​ນີ້, ຍັງໄດ້ນໍາພາອົງການປົກຄອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ໂດຍສະເພາະ ບ້ານລຽບຕາມເສັ້ນທາງເລກ 13 ໃຕ້ ສ້າງຂະບວນການອອກງານ ອານາໄມຕາມເສັ້ນທາງ ໄປຫາຈຸດກໍ່ສ້າງຂົວມິດຕະພາບ ລາວ-ໄທແຫ່ງທີ 6 , ສ້ອມແປງດອກໄຟເຍືອງທາງ, ປະດັບປະດາຕິດທຸງຊາດ, ທຸງພັກ, ທຸງທິວ, ມີການຝຶກຊ້ອມສິລະປະ-ວັນນະຄະດີ, ຟ້ອນສາລະວັນຂອງນັກຮຽນ, ກະກຽມສິນຄ້າຫັດຖະກໍາ-ກະສິກໍາ ມາວາງສະແດງ ແລະ ຈໍາໜ່າຍ ເປັນຕົ້ນ ສິນຄ້າໂອດັອບ, ຫັດຖະກໍາ ຈັກສານຫວາຍ, ແຜນແຜໜອງແສງ, ສາດເຕີຍ, ຟອຍທັກ, ປີ້ງໄຂ່, ປີ້ງໄກ່ ແລະ ອື່ນໆ. ພ້ອມ​ທັງ​ໄດ້ຈັດວາງກໍາລັງ ປກຊ-ປກສ, ກອງຫລອນບ້ານ ຕະຫລອດກອງຮ້ອຍຊາຍແດນ ​ເພື່ອ​ກຽມພ້ອມ​ຮັບ​ໃຊ້​ໃນ​ງານ​ຄັ້ງ​ນີ້.

ດ່ານທ້ອງຖິ່ນປາກຕາພານ ໄດ້ນໍາໃຊ້ເປັນດ່ານປະເພນີມາແຕ່ປີ 1988 ເປັນຕົ້າມາ ແລະ ໄດ້ຮັບການປັບປຸງທາງດ້ານພື້ນຖານໂຄງລ່າງ, ດ້ານບຸກຄະລາກອນປະຈໍາດ່ານຕະຫລອດມາ. ດ່ານປາກຕາພານມີເນື້ອທີ່ ທັງໝົດບໍ່ນັບ​ເນື້ອທີ່ບໍລິການ ແລະ ເຂດທຸລະກິດມີ 5 ເຮັກຕາ, ສະເພາະບໍລິເວນດ່ານກວດກາຄົນ ແລະ ສິນຄ້າມີເນື້ອທີ່ 1,5 ເຮັກຕາ, ເນື້ອທີ່ສາງຄ່ຽນຖ່າຍສິນຄ້າມີ 3,5 ເຮັກຕາ.

ຂ່າວ-ພາບ: ຄັດທະນາມ
KPL

ຂ່າວອື່ນໆ

ads
ads

Top