ສາລະວັນ ກຽມຄວາມພ້ອມເປັນເຈົ້າພາບມະຫາກຳກິລາ ນັກຮຽນມັດທະຍົມສຶກສາທົ່ວປະເທດ

25/07/2024 14:38
Email Print 379
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງສາລະວັນໃຫ້ຮູ້ວ່າ: ການກະກຽມຄວາມພ້ອມ ເປັນເຈົ້າພາບ ມະຫາກຳກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງສາລະວັນໃຫ້ຮູ້ວ່າ: ການກະກຽມຄວາມພ້ອມ ເປັນເຈົ້າພາບ ມະຫາກຳກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ນີ້ ມາຮອດປັດຈຸບັນ ແຂວງໄດ້ສຸມໃສ່ການກຽມວຽກງານຈຸດສຸມ  10 ກຳມະການ ເປັນຕົ້ນ ກຳມະການກອງເລຂາ ໄດ້ສະເໜີ ທ່ານເຈົ້າແຂວງ ປະທານຈັດງານ ອອກຂໍ້ຕົກລົງຕ່າງໆ ທີ່ສໍາຄັນ; ກຳມະການເຕັກນິກ ຕິດຕາມການລົງທະບຽນສະໝັກເຂົ້າຮ່ວມແຂ່ງຂັນ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້ ໃນງານຂອງອະນຸກຳມະການຝ່າຍຕ່າງໆ; ກໍາມະການເປີດ-ປິດ ໄດ້ຈັດກອງປະຊຸມກໍາມະການ ເພື່ອຮ່ວມກັນທໍາຄວາມເຂົ້າໃຈລະຫວ່າງ ກະຊວງສຶກສາ ແລະ ອະນຸກໍາມະການຂັ້ນແຂວງ; ກໍາມະການງົບປະມານ, ການເງິນ ແລະ ລະດົມທຶນ ໄດ້ຈັດກອງປະຊຸມແນະນໍາ ການຂຶ້ນແຜນງົບປະມານ, ການປະກອບເອກະສານ ຂໍຖອນເງິນ ແລະ ການສະຫລຸບລາຍງານງົບປະມານ ເຊິ່ງເຫັນດີຮັບຮອງເອົາ ໄລຍະການຖອນງົບປະມານ ເປັນ 3 ໄລຍະຄື: ກະກຽມ, ແຂ່ງຂັນ ແລະ ຫລັງການແຂ່ງຂັນ ແລະ ໄດ້ມອບໃຫ້ອະນຸກຳມະການຕ່າງໆ ຮີບຮ້ອນຈັດກອງປະຊຸມຂອງຕົນ ເພື່ອເຜີຍແຜ່ວຽກງານການເງິນ ແລະ ສ້າງແຜນງົບປະມານ ເພື່ອສະເໜີຂໍເຂົ້າແຜນຕາມລະບຽບຫລັກການ.
  ທ່ານ ສຸນີ ນາມມະບົວລີ ວ່າການຫົວໜ້າພະແນກ ສຶກສາທິການ ແລະ ກິລາ
ແຂວງສາລະວັນ ໄດ້ລາຍງານໃນພິທີສະເຫລີມສະຫລອງ ວັນກິລາກາຍຍະກຳແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966 - 13 ກໍລະກົດ 2024) ເມື່ອບໍ່ດົນມານີ້ວ່າ: ສຳລັບກໍາມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງ ອອກແບບ-ຄິດໄລ່ ແລະ ວຽກກໍ່ສ້າງສະໝາມກິລາ ກໍໄດ້ເລັ່ງຊຸກຍູ້ຕິດຕາມບໍລິສັດກໍ່ສ້າງ ໃຫ້ສໍາເລັດທ່ວງທັນກັບເວລາ ທີ່ກໍານົດຕາມສັນຍາ ເຊິ່ງສະໜາມດັ່ງກ່າວກໍ່ສ້າງໂດຍ ບໍລິສັດ ອິນທະສິດ ກໍ່ສ້າງເຄຫາສະຖານ ຈໍາກັດຜູ້ດຽວ ມູນຄ່າຕາມສັນຍາຮັບເໝົາກໍ່ສ້າງ 19,4 ຕື້ກວ່າກີບ. ສຳລັບກໍາມະການທີ່ພັກ, ອາຫານ, ການຂົນສົ່ງ ແລະ ປະດັບປະດາ ໄດ້ເກັບກຳຂໍ້ມູນທີ່ພັກຂອງຄູຝຶກ ແລະ ນັກກິລາ ເຊິ່ງລວມທັງໝົດ 6 ແຫ່ງຄື:  ວິທະຍາໄລຄູ  85 ຫ້ອງ, ມສ ຊົນເຜົ່າ  84 ຫ້ອງ, ມສ ອົງແກ້ວ 30 ຫ້ອງ, ມສ ສາລະວັນ 31 ຫ້ອງ,  ສູນການສຶກສາ 13 ຫ້ອງ  ແລະ ມສ ນາຂ້ອຍສາວ 22 ຫ້ອງ ພ້ອມນີ້, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ໃນເທສະບານແຂວງ ມີທັງໝົດ 17 ແຫ່ງ, ມີຫ້ອງນອນທັງໝົດ 373 ຫ້ອງ, ຫ້ອງ VIP 45 ຫ້ອງ ແລະ ຮ້ານອາຫານ 14 ຮ້ານ ພ້ອມທັງຍັງໄດ້ຊຸກຍູ້ບັນດາເຈົ້າຂອງກິດຈະການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ກະກຽມຄວາມພ້ອມ ການບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ມີຄຸນນະພາບ. ສ່ວນກໍາມະການໂຄສະນາປະຊາສໍາພັນ ໄດ້ອອກຂ່າວ 12 ຄັ້ງ, ອອກສະປອດໂຄສະນາ 66 ຄັ້ງ ແລະ ອອກລາຍການສົດ 165 ຄັ້ງ ທາງວິທະຍຸ, ອອກແບບສະປອດໂຄສະນາ ກ່ຽວກັບການນັບຖອຍຫລັງ ເຂົ້າສູ່ມະຫາກຳກິລານັກຮຽນ ຄັ້ງທີ VII ອອກສື່ອອນລາຍໃນເຟສບຸກ, ໜັງສືພິມສາລະວັນ-ໂທລະພາບ ສາລະວັນ ໄດ້ 21 ຄັ້ງ; ກໍາມະການແພດ ແລະ ປະຖົມພະຍາບານ ໄດ້ຂຶ້ນແຜນອຸປະກອນຮັບໃຊ້ທີ່ຈໍາເປັນທາງການແພດ; ກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດແບ່ງໜ່ວຍປ້ອງກັນເວນຍາມແຕ່ລະຂັ້ນ ນັບແຕ່ຂັ້ນບ້ານຮອດຂັ້ນແຂວງ.
  ມະຫາກຳກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ
VII ຈະຈັດຂຶ້ນພາຍໃຕ້ຄໍາຂວັນ ສາມັກຄີ ມີວິໄນ ສາລະວັນ ກ້າວໄປແລະ ຮັບຮອງເອົາໂຕຊ້າງເປັນສັດນໍາໂຊກ, ໂຕຊ້າງຖືທວນໄຟ, ໂຕຊ້າງແມ່ເປົ່າແຄນ ແລະ ຮັບຮອງເອົາ ຊຸດຊົນເຜົ່າທີ່ເປັນເອກະລັກຂອງທ້ອງຖິ່ນ ອອກແບບສັດນໍາໂຊກ 12 ປະເພດກິລາ ເປັນຕົ້ນ ຊຸດຊົນເຜົ່າກະຕາງ, ເຜົ່າກະຕູ, ເຜົ່າປະໂກະ ແລະ ເຜົ່າຕະໂອ້ຍ.

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top