ຂປລ
ອິນໂດເນເຊຍ ໄດ້ທົດລອງ ແລ່ນລົດໄຟ ດ້ວຍການໃຊ້ ນໍ້າມັນ ກະຊວນ ແລະ ນໍ້າມັນປາມ ຜະສົມ ກວມເອົາ 40% ເປັນຄັ້ງທຳອິດ ເພື່ອແລ່ນສັນຈອນ. ນີ້ຖືເປັນ ສ່ວນໜຶ່ງ ໃນເປົ້າໝາຍ ຂອງ ລັດຖະບານ ທີ່ ຈະເພີ່ມ ອັດຕາສ່ວນ ການໃຊ້ ເຊື້ອໄຟ ໄບໂອກະຊວນ ຈາກ ປາມ ໃນການຂົນສົ່ງ ປະເພດຕ່າງໆ.
ຂປລ. ສໍານັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອິນໂດເນເຊຍ ໄດ້ທົດລອງ ແລ່ນລົດໄຟ ດ້ວຍການໃຊ້ ນໍ້າມັນ ກະຊວນ ແລະ ນໍ້າມັນປາມ ຜະສົມ ກວມເອົາ 40% ເປັນຄັ້ງທຳອິດ ເພື່ອແລ່ນສັນຈອນ. ນີ້ຖືເປັນ ສ່ວນໜຶ່ງ ໃນເປົ້າໝາຍ ຂອງ ລັດຖະບານ ທີ່ ຈະເພີ່ມ ອັດຕາສ່ວນ ການໃຊ້ ເຊື້ອໄຟ ໄບໂອກະຊວນ ຈາກ ປາມ ໃນການຂົນສົ່ງ ປະເພດຕ່າງໆ.
ໂຄງການໄບໂອກະຊວນ 40 (B40) ແມ່ນເພື່ອທົດລອງ ຄວາມເປັນໄປໄດ້ ຂອງ ການໃຊ້ ເຊື້ອໄຟ ສະອາດ ທີ່ປະກອບດ້ວຍ ກົດໄຂມັນ ເມທິລເອສເທີຣ (FAME) 40% ທີ່ ໄດ້ມາຈາກ ນໍ້າມັນປາມດິບ ແລະ ກະຊວນເຊື້ອໄຟ ຟໍສຊິນ 60% , ໂດຍມີເປົ້າໝາຍ ສ້າງແຫລ່ງ ເຊື້ອໄຟ ທາງເລືອກ ສຳລັບ ຍານພາຫະນະ.
ກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ແລະ ບໍລິສັດ ລົດໄຟ ຂອງ ອິນໂດເນເຊຍ ຈຳກັດ (PT KAI) ໄດ້ຮ່ວມກັນ ຈັດການ ທົດລອງ ດັ່ງກ່າວ , ໂດຍໃຊ້ລົດໄຟ ໂບໂກວອນໂຕ ໄດ້ອອກແລ່ນ ລະຫວ່າງ ສະຖານີ ເລມປູຍາງັນ ໃນເມືອງຍອກຍາກາຕາຣ ແລະ ສະຖານີ ປາຊາຣເຊເນນ ໃນນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ . ການທົດລອງໃນຄັ້ງນີ້ ມີເປົ້າໝາຍ ເພື່ອທົດລອງ ຄວາມທົນທານ ຂອງ ເຄື່ອງກຳເນີດ ໄຟຟ້າ ຂອງ ລົດໄຟ ໂບໂກວອນໂຕ ໂດຍມີ ກຳນົດ ທົດລອງ ຈຳນວນ 1.200 ຊົ່ວໂມງ. ການເດີນທາງ ຂາໄປ-ຂາກັບ ຈາກ ເລມປູຍາງັນໄປ ປາຊາຣເຊເນນ ຢູ່ທີ່ປະມານ 22 ຊົ່ວໂມງ. ໂຄງການນີ້ ຈະທົດລອງ ຢ່າງຕໍ່ເນື່ອງ ໄປອີກ ປະມານ 2 ເດືອນ ເພື່ອໃຫ້ຄົບ ກຳນົດ ແລະ ຫວັງວ່າ ການທົດລອງ ທັງໝົດ ຈະສຳເລັດ ໃນເດືອນທັນວານີ້ ເພື່ອສາມາດ ໃຊ້ເຊື້ອໄຟ ບີ 40 ຢ່າງເຕັມຮູບແບບ ໃນປີ 2025. /.
KPL