ເພີ່ມທະວີການແກ້ໄຂບັນຫາການເງິນ-ເງິນຕາ ປະຕິບັດແນວທາງ ສອຈ

25/07/2024 09:38
Email Print 469
ຂປລ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍກໍາລັງແຮງບົ່ມຊ້ອນພາຍໃນ ເພ່ືອເປັນພ້ືນຖານການສ້າງເສດຖະກິດ ແມ່ນຄວາມຈໍາເປັນອັນພາວະວິໄສກ້າວຕາມທິດພັດທະນາຍືນຍົງ.

    *ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍກໍາລັງແຮງບົ່ມຊ້ອນພາຍໃນ ເພ່ືອເປັນພ້ືນຖານການສ້າງເສດຖະກິດ ແມ່ນຄວາມຈໍາເປັນອັນພາວະວິໄສກ້າວຕາມທິດພັດທະນາຍືນຍົງ. ທ່າມ ກາງສະພາບພາກພື້ນ ແລະ ສາກົນຜັນແປໄປຢ່າງສັບສົນຄາດເດົາຍາກ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຮອບດ້ານ ຈະເປັນການສ້າງພູມຕ້ານທານທີ່ແຂງແຮງ ໃຫ້ແກ່ພວກເຮົາເປັນຢ່າງດີ. ແນວຄິດຊີ້ນໍາສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫລື ສອຈ ແມ່ນຖືກຕ້ອງທີ່ສຸດ, ຜົນສໍາເລັດຈະຫລາຍ-ໜ້ອຍ, ໄວ-ຊ້າ ແມ່ນຂຶ້ນກັບຄົນລາວພວກເຮົາທຸກຄົນວ່າຈະພ້ອມກັນຄືແນວໃດ. ເຖິງຢ່າງໃດກໍ່ເຊື່ອໝັ້ນວ່າດ້ວຍບົດຮຽນຜ່ານມາທັງບັນດາຜົນສໍາເລັດອັນທີ່ເປັນພ້ືນຖານແລ້ວນັ້ນ ແລະ ບັນດາສິ່ງທີ່ຖອດຖອນໄດ້ເພື່ອແກ້ໄຂປັບປຸງ, ພວກເຮົາຈະພ້ອມກັນມີຜົນສໍາເລັດອັນສໍາຄັນບັນລຸເປົ້າໝາຍເປັນກ້າວໆຢ່າງແນ່ນອນ, ສໍາຄັນພວກເຮົາມີຄວາມມຸ່ງໝັ້ນຕັ້ງໃຈ, ສາມັກຄີພາຍໃນເຂັ້ມແຂງ, ອອກແຮງພັດທະນາຢ່າງບໍ່ຢຸດຢັ້ງ. ເວົ້າສະເພາະບັນຫາການຖຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍທີ່ຂາດການຄຸ້ມຄອງເງິນຕາຕ່າງປະເທດຕ້ອງໄດ້ຮັບການແກ້ໄຂຢ່າງເຄັ່ງຄັດ.

    ທິດຊີ້ນໍາ ສອຈ ກໍານົດຈະແຈ້ງ: ການສ້າງເສດຖະກິດ ເອກະລາດ ເປັນເຈ້ົາຕົນເອງ ເລ່ີມຈາກຕ່ໍາຫາສູງ, ຈາກນ້ອຍຫາໃຫຍ່ແຕ່ຕ້ອງບົນພື້ນຖານການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ເວລາອັນເໝາະສົມ ດ້ວຍຈິດໃຈເຄັ່ງຮ້ອນ, ບໍ່ອະນຸຍາດໃຫ້ແກ່ຍາວ ໂດຍບໍ່ມີບາດກ້າວເດີນທີ່ຈະແຈ້ງ  ແລະ  ປ່ອຍປະຕາມເປັນຕາມເກີດໄດ້ອີກ. ດັ່ງນັ້ນກ່ອນອື່ນໝົດຕ້ອງບຸກທະລຸດ້ານຈິນຕະນາການ, ສ້າງຄວາມຮັບຮູ້ເຂົ້າໃຈຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຕໍ່ການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີຢູ່ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດເຮັດໄດ້,  ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາກອນຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ອີກ ດ້ານໜຶ່ງຕ້ອງໃຫ້ຄົນລາວຮູ້ຊອກຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດທັງຮູ້ໃຊ້ຈ່າຍຢ່າງຄຸ້ມຄ່າ ແລະ ເກີດດອກອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງ ຕະຫລາດພາຍໃນ ແລະ ກ້າເຂົ້າເຖິງ-ຍາດແຍ່ງສ່ວນແບ່ງຈາກຕະຫລາດສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝຂອງຍຸກສະໄໝ ແລະ ນໍາໃຊ້ສິ່ງທີ່ໂລກມີແຕ່ເຮົາຍັງຂາດໃຫ້ໄດ້ຢ່າງສົມສ່ວນ ແລະ ມີການເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດຖະກິດຂອງປະເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ກຸ້ມຄ່າ, ທັງພັດທະນາ, ທັງຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີຈາກພາຍນອກກະທົບໃສ່ໃຫ້ອອກເປັນຜະລິດຕະພັນ, ສ້າງຍ່ີຫສິນຄ້າທີ່ມີຄຸນນະພາບອອກສູ່ຕະຫລາດໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການຄິດໄລ່-ໄຕ່ຕອງການນໍາເອົາຜະລິດຕະພັນຈາກພາຍນອກມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ.

    ເປົ້າໝາຍທີ່ຕ້ອງບັນລຸຂອງການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແມ່ນເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການທໍາມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກສູງສະມັດຕະພາບການຜະລິດ, ຮູ້ສ້າງສາພັດທະນາດ້ວຍສະຕິປັນຍາ, ດ້ວຍຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າດ້ວຍລໍາຂາຂອງຕົນເອງ ຢ່າງເປັນເຈົ້ ການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມສິນຄ້າລາວໃຫ້ຫລາຍຂຶ້ນ;  ຮູ້ນໍາໃຊ້ຊັບພະຍາກອນທີ່ພວກເຮົາມີໃຫ້ເປັນທຶນຮອນ, ແຕ່ຊັບພະຍາກອນຂອງຊາດຕ້ອງໄດ້ຮັບການປົກປັກຮັກສາ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ຍາວນານ, ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍຸຕິທໍາ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນຍົງໄປຕາມໆກັນ.

    ຢ່າງໃດກໍ່ດີ, ໃນທ່າມກາງສະພາບ ທີ່ພວກເຮົາພວມສຸມໃສ່ປະຕິບັດບັນດາທິດຊີ້ນໍາ ສອຈ ຢ່າງເອົາການເອົາງານໃນທຸກລົງເຂດວຽກງານ ແລະ ທົ່ວສັງຄົມ, ບົນໂລກອອນລາຍກໍ່ມີພວກຄົນບໍ່ຫວັງດີຕໍ່ປະເທດເຮົາກໍ່ພະຍາຍາມ ໂຄສະນາຊວນເຊ່ືອຕ່າງໆນາໆທັບຖົມລະບົບອັນຖືກຕ້ອງຂອງພວກເຮົາ ດ້ວຍການບິດເບືອນຄວາມຈິງໃນບັນດາດ້ານທີ່ພວກເຮົາພວມດໍາເນີນຢ່າງມີໝາກຜົນ, ເຢາະເຢີ້ຍສຽດສີຢ່າງຫລັບຫູຫລັບຕາ ເພື່ອຫວັງສະກັດກັ້ນພວກເຮົາ, ຫວັງແຍກຄວາມສາ ມັກຄີພາຍໃນ, ດູໝິ່ນກຽດ, ຄວາມສາມາດຂອງຄົນລາວ ແລະ ອື່ນໆ ເຊິ່ງຄົນລາວຈໍານວນຫລາຍຮູ້ດີວ່ານັ້ນແມ່ນບຸກຄົນບ່ໍຫວັງດີຕໍ່ຊາດ, ເປັນໄມ້ມືຂອງສັດຕູທໍາລາຍຊາດ...ບັນຫາໜຶ່ງທີ່ຖືກຕັ້ງຂຶ້ນ ກໍ່ແມ່ນການແກ້ໄຂບັນຫາການຖືຄອງ ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍ-ການຄຸ້ມຄອງເງິນຕາຕ່າງປະເທດ ເຊິ່ງເປັນຄວາມທ້າທາຍບ່ໍໜ້ອຍ, ເນື່ອງຈາກວ່າຜ່ານມາວຽກງານນີ້ກໍ່ມີຂໍ້ຂາດຕົກບົກພ່ອງບໍ່ໜ້ອຍແກ່ຍາວມາ ໂດຍສະເພາະແມ່ນການໃຊ້ຈ່າຍເງິນຕາຕ່າງປະເທດສະຊາຍ, ທັງທີ່ພວກເຮົາມີລະບຽບກົດມາຍຄຸ້ມຄອງຄັກແນ່ແລ້ວ. ແນວໃດກໍ່ດີໃນບັນດາບັນຫາທີ່ຖືກຕັ້ງຂຶ້ນວ່າພວກເຮົາຈະແກ້ໄຂໄດ້? ຕໍ່ປະເດັນດັ່ງກ່າວກໍ່ມີຫລາຍໍຄຳເຫັນຂອງຄົນລາວຜູ້ຮັກຊາດ ຜ່ານການອອກຄໍາເຫັນໃນໂລກອອນລາຍ ສ່ວນຫລາຍກໍ່ແມ່ນສະໜັບສະໜູນພາກລັດ ໃນການແກ້ໄຂບັນຫາການຖືຄອງເງິນຕາ ແລະ ຖືເອົາການໃຊ້ຈ່າຍເປັນເງິນກີບຕາມລະບຽບກົດໝາຍ ເຊິ່ງເຫດຜົນອັນຫລາກຫລາຍກໍ່ແມ່ນເພື່ອປະຕິບັດແນວຄິດຊີ້ນໍາ ສອຈ ທີ່ຖືກຕ້ອງນັ້ນໃຫ້ເປັນຈິງ ແລະ ຍືນຍົງໃນຖານະຊາດໜຶ່ງທີ່ມີເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

    ມະຕິ 04/ກມສພ ວ່າດ້ວຍ ສອຈ ກໍານົດແຈ້ງ: “ເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ”. ໃນນັ້ນເນັ້ນປັບປຸງກົນໄກການເຄື່ອນໄຫວຂອງທະນາຄານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເງິນຕາ, ວຽກງານສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກຸ່ມຜະລິດ ແລະ ສະຫະກອນ, ສຸມໃສ່ສ້າງໃຫ້ໄດ້ຄວາມເປັນເຈົ້າດ້ານວຽກງານເງິນຕາແຫ່ງຊາດ ເຊິ່ງເປັນອົງປະກອບພື້ນຖານສໍາຄັນ ຂອງຄວາມເປັນເຈົ້າທີ່ແທ້ຈິງໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄື: ຍົກສູງການຖືຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍທ່ີຂາດການຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຄັ່ງຄັດ, ຮັດກຸມເຂົ້າຕື່ມ, ກະຈາຍຄວາມສ່ຽງດ້ານການນໍາໃຊ້ເງິນຕາຕ່າງປະເທດ ເພື່ອບໍ່ໃຫ້ສະກຸນເງິນໃດໜຶ່ງຜູກມັດ, ຜູກຂາດ; ເຮັດໃຫ້ລະບົບການເງິນ-ເງິນຕາຂອງປະເທດເຮົາກາຍເປັນການເງິນເອກະລາດ ເປັນເຈົ້າຕົນເອງ, ເຮັດໃຫ້ລະບົບທະນາຄານເປັນແຫລ່ງສໍາຄັນໃນການສະສົມທຶນໂດຍສ້າງຄວາມເຕີບໃຫຍ່ຂອງຄັງ ສໍາຮອງເງິນຕາຕ່າງປະເທດເພື່ອຄໍ້າຈູນ ລະບົບເສດຖະກິດ-ການເງິນ ຂອງປະເທດເຮົາ”.

    ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໄດ້ກໍານົດມີ ແຕ່ເງິນກີບເທົ່ານັ້ນທີ່ເປັນສື່ກາງໃນການຊໍາລະທີ່ຖືກຕ້ອງຕາມກົດໝາຍ (Legal Tender)  ໃນດິນແດນ ສປປ ລາວ ຄືກັບປະເທດອື່ນໃນໂລກ. ຜູ້ໃດມີເງິນຕາຕ່າງປະເທດ ບໍ່ວ່າສະກຸນໃດຈະເປັນຄົນລາວ ຫລື ຕ່າງປະເທດຕ້ອງ ແລກປ່ຽນເອົາເງິນກີບນໍາທະນາຄານກ່ອນຈະໃຊ້ຈ່າຍ ແລະ ສາມາດຄອບຄອງເງິນຕາຕ່າງປະເທດ, ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກໍາການເງິນໄດ້ປົກກະຕິຕາມເປົ້າໝາຍທີ່ກໍານົດໃນລະບຽບການກ່ຽວຂ້ອງ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top