ຂປລ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງຄື: ໂຮງໝໍເສດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບ ເພື່ອຮັບປະກັນໃຫ້ແກ່ ການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 17-23 ຕຸລາ 2024 ໃຫ້ມີຄວາມພ້ອມ ແລະ ຄວາມປອດໄພ ທາງດ້ານສຸຂະພາບ ແກ່ບັນດາຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ.
ການລົງຕິດຕາມກວດກາຄວາມພ້ອມຢູ່ 3 ໂຮງໝໍດັ່ງກ່າວ ເພື່ອຮັບຮອງກໍລະນີເຫດ ການສຸກເສີນທາງດ້ານສາທາລະນະສຸກ ທີ່ອາດຈະເກີດຂຶ້ນ, ມີລະບົບກົນໄກປະສານງານ ກັບກະຊວງສາທາລະນະສຸກ, ຍົນ ແລະ ໂຮງໝໍ ເພື່ອນໍາສົ່ງຄົນເຈັບ ໄປຕ່າງປະເທດໃນກໍລະນີຈໍາເປັນ; ການກະກຽມ ໜ່ວຍງານເຝົ້າລະວັງ ກໍລະນີເກີດການແພ່ລະບາດຂອງພະຍາດລະດູການ ຫລື ພະຍາດຕິດຕໍ່ທີ່ຮ້າຍແຮງອື່ນ; ມີການປະສານກັບ ຄະນະສະເພາະກິດລະດັບຊາດ, ການສົມທົບກັບກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄວາມພ້ອມຮອບ ດ້ານທາງດ້ານສາທາລະນະສຸກອື່ນ; ການຕິດຕາມລາຍງານ ແລະ ເກັບກຳຂໍ້ມູນສະພາບການດ້ານສຸຂະພາບຂອງຜູ້ແທນ, ຕິດຕາມຂໍ້ມູນຂ່າວສານສຸຂະພາບອື່ນໆ ຜ່ານສື່ອອນລາຍ ແລະ ສື່ເອເລັກໂຕຣນິກຕ່າງໆ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ.
ໃນໂອກາດດຽວກັນ, ທ່ານ ຄໍາຈັນ ໂສຕາປະເສີດ ຍັງໄດ້ເຄື່ອນໄຫວຕິດຕາມກວດກາ ຢູ່ຫໍປະຊຸມແຫ່ງຊາດ, ໂຮງແຮມລາດຊະວົງ, ໂຮງແຮມຄຣາວ ພລາຊາ ແລະ ໂຮງແຮມຮິວຕັນ (Hilton). ທັງນີ້ ກໍເພື່ອຮັບປະກັນ ໃຫ້ວຽກງານສົ່ງເສີມສຸຂະພາບ, ປ້ອງກັນພະຍາດ ແລະ ຄວບຄຸມ ພະຍາດຕິດຕໍ່ ໃນໄລຍະດຳເນີນກອງປະຊຸມໄອປາ ເຊິ່ງການເຄື່ອນໄຫວຕິດຕາມກວດກາຄັ້ງນີ້, ໄດ້ມີການປະສານສົມທົບກັບ ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ເພື່ອເຮັດໃຫ້ວຽກງານ ສົ່ງເສີມສຸຂະພາບ, ກັນ ແລະ ຄວບຄຸມ ພະຍາດຕິດຕໍ່ ລວມເຖິງ ຄວາມປອດໄພທາງດ້ານອາ ຫານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຜູ້ແທນສາມາດເຂົ້າຮ່ວມ ກອງປະຊຸມແຕ່ຕົ້ນຕະຫລອດປາຍ ໂດຍປາສະຈາກບັນຫາ ທາງດ້ານສຸຂະພາບ, ພະຍາດຕິດຕໍ່ ແລະ ເຫດການສຸກເສີນຕ່າງໆທາງດ້ານສາທາລະນະສຸກ; ສາມາດຕ້ານ ແລະ ສະກັດກັ້ນການແພ່ລະບາດ ຂອງພະຍາດຕິດຕໍ່ທີ່ຮ້າຍແຮງ ແລະ ພະຍາດທີ່ສົ່ງຜົນກະທົບຕໍ່ສຸຂະພາບ ຂອງຜູ້ແທນທີ່ອາດຈະເກີດຂຶ້ນ ໃນໄລຍະດຳເນີນກອງປະຊຸມ, ຈຳກັດບໍ່ໃຫ້ມີການແພ່ລາມ ແລະ ແພ່ລະບາດເປັນວົງກວ້າງຢູ່ຫ້ອງປະຊຸມ, ໂຮງແຮມ, ຮ້ານອາຫານຕ່າງໆ; ໂດຍໄດ້ກະກຽມ ຈັດໜ່ວຍແພດປິ່ນປົວປະຈຳຢູ່ສະຖານທີ່ເຫລົ່ານັ້ນ ແລະ ສະຖານທີ່ພັກຂອງຜູ້ແທນ ເພື່ອຮັບປະກັນໄດ້ຄວາມປອດໄພ ຮ້ອຍສ່ວນຮ້ອຍ.
ຂ່າວ: ສພຊ
KPL