ຄວາມໝາຍດ້ານປະຫວັດສາດຂອງສັນຍາເຊີແນວ ປີ 1954 ຕໍ່ການຢຸດຕິສົງຄາມ ຢູ່ຫວຽດນາມ

25/07/2024 09:22
Email Print 472
ຂປລ ໃນໂອກາດວັນເຊັນສັນຍາເຊີແນວ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ 21 ກໍລະກົດ ປີ 1954-21 ກໍລະ ກົດ ປີ 2024 ນີ້, ທ່ານ ໂພສີແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສໍານັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານປະເທດລາວວ່າ: ວັນທີ 21 ກໍລະກົດ 1954, ສັນຍາເຊີແນວໄດ້ລົງນາມພາຍຫລັງດຳເນີນການເຈລະຈາເປັນເວລາ 75 ວັນຢ່າງເຄັ່ງຕຶງ ແລະ ສັບສົນ.

      *ໃນໂອກາດວັນເຊັນສັນຍາເຊີແນວ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ 21 ກໍລະກົດ ປີ 1954-21 ກໍລະ ກົດ ປີ 2024 ນີ້,  ທ່ານ ໂພສີແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສໍານັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານປະເທດລາວວ່າ:  ວັນທີ 21 ກໍລະກົດ 1954, ສັນຍາເຊີແນວໄດ້ລົງນາມພາຍຫລັງດຳເນີນການເຈລະຈາເປັນເວລາ 75 ວັນຢ່າງເຄັ່ງຕຶງ ແລະ ສັບສົນ. ຖືກຕາມການຕີລາຄາຂອງປະທານ ໂຮ່ຈີ່ມິງ “ກອງປະຊຸມເຊີແນວໄດ້ສິ້ນສຸດ. ການທູດຂອງເຮົາຍາດໄດ້ໄຊຊະນະອັນໃຫຍ່ຫລວງ”, ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດຫວຽດນາມ, ບັນດາສິດໂດຍພື້ນຖານຂອງຊາດຫວຽດນາມ ແມ່ນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຢັ້ງຢືນໃນສົນທິສັນຍາສາກົນ, ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມເຊີແນວໄດ້ເຄົາລົບ ແລະ ຮັບຮອງເອົາ.

     ນີ້ກໍ່ແມ່ນໝາກຜົນຕໍ່ສູ້ຢ່າງພິລະອາດຫານ ຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກ ໃນຕະຫລອດການຕໍ່ສູ້ຕ້ານລັດທິລ່າ ເມືອງຂຶ້ນຢ່າງຍືດເຍື້ອຍາວນານ ເຊິ່ງຈຸດສູງແມ່ນໄຊຊະນະດຽນບຽນຝູ “ດັງກ້ອງກັງວານໄປທົ່ວຫ້າ ທະວີບ, ສັ່ນສະເທື່ອນໄປທົ່ວໂລກ. ພ້ອມກັບໄຊຊະນະດຽນບຽນຝູ, ສັນຍາເຊີແນວໄດ້ລະດົມກຳລັງໃຈ ປະຊາຊົນບັນດາປະເທດທີ່ຖືກກົດຂີ່ຂູດຮີດລຸກຮືຂຶ້ນຕໍ່ສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ໄລຍະຖືກລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃນທົ່ວ ໂລກ. ນ້ີກໍ່ແມ່ນໝາກຜົນຂອງແນວທາງຖືກຕ້ອງ-ແນວທາງປະຕິວັດ, ແນວທາງຕໍ່ສູ້, ແນວທາງພົວພັນຕ່າງປະເທດພາຍໃຕ້ການນຳພາ ຢ່າງສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີ່ມິງ. ເປັນສົນທິສັນຍາກຳ ນົດໃຫ້ພວກລ່າເມືອງຂຶ້ນຕ້ອງຍອມຢຸດຕິສົງຄາມຢູ່ຫວຽດນາມ-ລາວ-ກຳປູເຈຍ. ເຊັນສັນຍາເຊີແນວ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມເທົ່ານັ້ນ ຫາກຍັງມີຄວາມໝາຍຍຸກສະໄໝ. ຍ້ອນວ່ານີ້ແມ່ນໄຊຊະນະລວມຂອງ 3 ຊາດອິນດູຈີນ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ. ສັນຍານີ້ ກໍ່ແມ່ນໄຊຊະນະດຽນບຽນຝູ ທີ່ໄດ້ລະດົມກຳລັງໃຈໃຫ້ບັນດາຊາດທ່ີຖືກກົດຂ່ີຂູດຮີດລຸກຮືຂ້ຶນຕ່ໍສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ໄລຍະຖືກລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃນທົ່ວໂລກ.

     ທ່ານຮອງລັດຖະມົນຕີ ຖວທ ກ່າວຕື່ມວ່າ: ເມື່ອຫວນຄືນຂະບວນການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ທີ່ໄດ້ກຳເນີດຂຶ້ນກ່ອນປີ 1954 ນັ້ນ, ພວກເຂົາໄດ້ດໍາເນີນການເຄື່ອນໄຫວໂຈມຕີທຸກຮູບແບບ ເພື່ອຫວັງດັບມອດກໍາລັງການປະຕິວັດຂອງ 3 ປະເທດອິນດູຈີນ. ການຮ່ວມສໍາພັນສູ້ຮົບຂອງ 3 ປະເທດອິນດູຈີນ ເພື່ອຕໍ່ສູ້ຕ້ານພວກລ່າເມືອງຂຶ້ນໄດ້ດຳເນີນໄປຢ່າງລະອິດລະອ້ຽວ ແລະ ຂ້ຽວຂາດ, ເຕັມໄປດ້ວຍຄວາມເສຍສະຫລະອັນສູງສົ່ງ ໃນທີ່ສຸດກໍ່ສາມາດຕີຊະນະໃນແຕ່ລະບັ້ນຮົບ ໂດຍສະເພາະແມ່ນໄຊຊະນະຂອງບັ້ນຮົບດຽນບຽນຝູຢູ່ພາກເໜືອຫວຽດນາມ ທີ່ເປັນບັ້ນຮົບສຳຄັນເຮັດໃຫ້ຈັກກະພັດລ່າເມືອງຂຶ້ນ ຕ້ອງຍອມຈຳນົນ, ຍອມປົດອາວຸດ, ຍອມເຂົ້າໂຕະເຈລະຈາ, ຍອມຖອນຕົວອອກຈາກແຫລມອິນດູຈີນ ຢູ່ກອງປະຊຸມເຊີແນວໃນປີ 1954. ໄຊຊະນະຂອງສົນທິສັນຍາເຊີແນວ ໄດ້ສ້າງກຳລັງແຮງໃຫ້ຂະບວນການປະຕິວັດ ຕໍ່ສູ້ກູ້ຊາດຂອງລາວ ກ່ໍຄືຂອງບັນດາປະເທດຕ່າງໆທີ່ຕົກຢູ່ພາຍໃຕ້ການປົກຄອງຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ປະເທດອື່ນໆ ໄດ້ເຫັນເປັນບົດຮຽນ ແລະ ກຳລັງໃຈລຸກຮືຂຶ້ນຕໍ່ສູ້ຂັບໄລ່ພວກລ່າເມືອງຂຶ້ນອອກຈາກດິນແດນຂອງຕົນ.

    ພາຍຫລັງສິ້ນສຸດສົງຄາມຕ້ານພວກລ່າເມືອງຂຶ້ນແບບເກົ່າຢູ່ອິນດູຈີນ ໂດຍພວກຈັກກະພັດຍອມເຊັນສັນຍາເຊີແນວ ໄດ້ບໍ່ພໍເທົ່າໃດ, ຫວຽດນາມກໍ່ຄືລາວ ແລະ ກໍາປູເຈຍຊໍ້າພັດຈໍາເປັນຕ້ອງສືບຕໍ່ດໍາເນີນການຕໍ່ສູ້ປະຕິວັດຕ້ານກັບ ພວກລ່າເມືອງຂຶ້ນແບບໃໝ່ທີ່ມີກໍາລັງແຮງທາງດ້ານ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ. ພາລະກິດຕໍ່ສູ້ກູ້ຊາດໃນໄລຍະນີ້ ແມ່ນຂ້ຽວຂາດເຕັມໄປດ້ວຍນໍ້າໃຈເສຍສະຫລະອັນສູງສົ່ງ ຂອງກອງທັບ ແລະ ປະຊາຊົນຫວຽດນາມກໍ່ຄືລາວ ແລະ ກໍາປູເຈຍ. ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ອັນມີປະທານ ໂຮ່ຈີ່ມິງ ເປັນຄັນທຸງນໍາໜ້າ, ຢູ່ລາວກໍ່ມີພັກ ປະຊາຊົນລາວ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນແກນນໍາພ້ອມບັນດາຜູ້ນໍາແນວລາວອິດສະຫລະ ແລະ ຢູ່ກໍາປູເຈຍ ກໍ່ມີພັກປະຊາຊົນ ກໍາປູເຈຍ ນໍາພາພາລະກິດຕໍ່ສູ້ກູ້ຊາດ ໂດຍມີສັດຕູໂຕດຽວກັນ. ດ້ວຍບົດຮຽນການຕໍ່ສູ້ທາງດ້ານທະຫານ, ການເມືອງ, ການຕ່າງປະເທດ ທີ່ເປັນບົດຮຽນ ແລະ ປະສົບຜົນສໍາເລັດ ສືບທອດມູນເຊື້ອໄຊຊະນະດຽນບຽນຝູ ແລະ ໄຊຊະນະສົນທິສັນຍາເຊີແນວມາແລ້ວນ້ັນ ເຮັດໃຫ້ຂະບວນການຕ່ໍສູ້ຕ້ານພວກລ່າເມືອງຂຶ້ນແບບໃໝ່ ມີໄຊຊະນະເປັນກ້າວໆມາຈົນສາມາດປົດປ່ອຍປະເທດຊາດ ທ້ອນໂຮມປະເທດຫວຽດນາມເປັນອັນໜຶ່ງອັນດຽວ. ຂະນະທີ່ລາວ ແລະ ກໍາປູເຈຍ ກໍ່ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ໃນປີ 1975 ປີດຽວກັນ.

   ແນວໃດກໍດີ ນອກຈາກທີ່ກ່າວມານັ້ນແລ້ວ, ຍັງມີຫລາຍອັນທີ່ໜ້າສົນໃຈທີ່ທ່ານຮອງລັດຖະມົນຕີ ຖວທ ໃຫ້ສຳພາດເຊິ່ງສະບັບນ້ີ ຂໍສະເໜີພຽງເທ່ົານີ້ ແລະ ສະບັບໜ້າ ຈະມາສະເໜີໃຫ້ທ່ານຜູ້ອ່ານຕື່ມ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top