ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ

24/07/2024 16:13
Email Print 1691
ຂປລ ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ມີ​ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

ການລົງນາມສັນຍາຄັ້ງນີ້ສະແດງໃຫ້ເຫັນເຖິງວິໄສທັດຂອງສາຍການບິນ VietJet ໃນການພັດທະນາສູ່ຄຸນນະພາບ ເຊິ່ງ VietJet ຈະ​ເອົາມາທົດ​ແທນ​ເຮືອ​ບິນ A330-300 ເປັນເຮຶອບິນປັດຈຸບັນຂອງ VietJet ທັງເປັນການເພີ່ມຄຸນນະພາບດ້ານການບໍລິການທີ່ທັນສະໄໝຂອງສາຍການບິນ VietJet ແລະ​ ສະ​ໜັບ​ສະ​ໜູນ​ແຜນ​ຍຸດ​ທະ​ສາດ​ຂອງ​ສາຍ​ການ​ບິນ​ໃນ​ການ​ຂະ​ຫຍາຍ​ເຄືອ​ຂ່າຍສາຍການບິນຂ້າມ​ທະ​ວີບ​. ທ່ານ ​Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ກ່າວ​​ວ່າ: ເຮືອ​ບິນ A330neo ລຸ້ນ​ໃໝ່ຈະຊ່ວຍ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ການ​ບິນ​ຂອງ VietJet ພ້ອມທັງຊຸກ​ຍູ້​ຄວາມ​ສາ​ມາດການ​ດຳ​ເນີນ​ງານ​ຂອງ​ສາຍ​ການ​ບິນທີ່ພວມຂະ​ຫຍາຍ​ຕົວ​ທົ່ວ​ໂລກ. ເຮືອບິນ A330neo ເປັນເຮືອບິນທີ່ທັນສະໄໝ ແລະ ປະຢັດນໍ້າມັນ ຊຶ່ງຖືກກັບຍຸດທະສາດການພັດທະນາແບບຍືນຍົງແລະ ເປັນເປົ້າໝາຍ ESG ຂອງພວກເຮົາ ໂດຍມີເປົ້າໝາຍປ່ອຍມົນລະພິດໃຫ້ເປັນສູນ (Net-Zero) ໃນປີ 2050ຜູ້ໂດຍສານຈະໄດ້ຮັບຄວາມສະດວກສະບາຍໃນການເດີນທາງໄກ ທີ່ປອດໄພ ແລະ ທັນສະໄໝ.

ພ້ອມນີ້, ທ່ານ Benoît de Saint-Exupéry ຮອງປະທານຜູ້ບໍລິຫານຝ່າຍຂາຍAirbus Commercial Aircraft ກ່າວວ່າ: ເຮືອບິນ A330neo ມີຄວາມທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ມີຫ້ອງໂດຍສານ Airspace ໄດ້ຮັບລາງວັນທີ່ເປັນເອກະລັກຫ້ອງໂດຍສານມີລະບົບໄຟສາຍໃໝ່, ມີບ່ອນເກັບກະເປົາເດີນທາງທີ່ໃຫຍ່ຂຶ້ນ ແລະ ການເຂົ້າເຖິງລະບົບການບັນເທີງ ຊຶ່ງຈະຊ່ວຍໃຫ້ VietJet ສາມາດສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ກັບຜູ້ໂດຍສານໂດຍສາມາດປັບຕົວເຂົ້າກັບແຕ່ລະຮູບແບບທຸລະກິດໄດ້ຢ່າງສົມບູນ ນີ້​ຈະ​ເປັນສິ່ງ​ທີ່​ສົມບູນແບບ​ສຳລັບ VietJet ທີ່ສະໜອງຄວາມສະດວກສະບາຍໃຫ້​ຜູ້​ໂດຍສານໃນການເດີນທາງທີ່​ໄກຂຶ້ນ ​ແລະ ລາຄາ​ທີ່ປະຢັດ ໃນຂະນະດຽວກັນຍັງຫລຸດຜ່ອນ​ການ​ຊົມ​ໃຊ້​ນ້ຳມັນ​ເຊື້ອ​ໄຟ ​ແລະ ການ​ປ່ອຍ​ອາຍພິດ​ກາກ​ບອນອີກດ້ວຍ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000 ລຸ້ນຫລ້າສຸດ ເຮັດໃຫ້ A330-900 ສາມາດບິນໄດ້ 7.200 nm / 13.300 ກິໂລແມັດແບບບໍ່ຢຸດ.

ປັດຈຸບັນ VietJet ກຳລັງຂະຫຍາຍສາຍການບິນຂ້າມທະວີບ ໂດຍການພັດທະນາເຮືອບິນໃຫ້ທັນສະໄໝ ໂດຍຮ່ວມມືກັບຄູ່ຮ່ວມທີ່ມີຍຸດທະສາດລະດັບໂລກເຊັ່ນ: Airbus. ເມື່ອໄວໆນີ້ບໍລິສັດ VietJet​ ລົງນາມບົດບັນທຶກຄວາມເຂົ້າໃຈ ກັບ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງປະເທດລາວ ​ເພື່ອ​ຂະຫຍາຍ​ຫລາຍ​ໂຄງການ​ກ່ຽວ​ກັບ​ການບິນ. ​ໃນ​ນັ້ນ​, ມີ​ການ​ສ້າງ​ຕັ້ງ​ສູນ​ສ້ອມ​ແປງ​ບຳລຸງ​ຮັກສາ (MRO) ໃນປະເທດລາວ ໂຄງການ​ເຫລົ່າ​ນີ້ຄາດ​ວ່າ​​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໄດ້ເຖິງ 2.500 ຄົນ​ໃນ​ຂະ​ແໜງ​ການບິນ​ຂອງ​ປະ​ເທດລາວ​ໃນ​ອະນາຄົດ. ສຳລັບນັກເດີນທາງຈາກປະເທດລາວ ສາຍການບິນ VietJet ໄດ້ເປີດເສັ້ນທາງໃໝ່ ໃນຕົ້ນປີນີ້ ໂດຍເຊື່ອມຕໍ່ນະຄອນຫລວງວຽງຈັນ ຫານະຄອນໂຮ່ຈີມິນ ຊຶ່ງເປັນນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ໃຊ້ເວລາເດີນທາງພຽງແຕ່ 1 ຊົ່ວໂມງ 45 ນາທີ. ຈາກຈຸດເຊື່ອມຕໍ່ໃນປະເທດຫວຽດນາມ ນັກທ່ອງທ່ຽວລາວ ສາມາດເດີນທາງໄປເຖິງສະຖານທີ່ທ່ອງທ່ຽວອື່ນໆໃນອາຊີຕາເວັນອອກສຽງໃຕ້ ແລະຕາເວັນອອກສຽງເໜືອ, ອົດສະຕຣາລີ, ອິນເດຍ ແລະ ອື່ຶນໆ ຜ່ານເຄືອຂ່າຍການບິນຂອງ VietJet.

KPL

ຂ່າວອື່ນໆ

ads
ads

Top