ໂຄງການພະລັງງານລົມ ຢູ່ແຂວງສະຫວັນນະເຂດ ເລີ່ມຕິດຕັັ້ງເສົາວັດແທກອຸຕຸນິຍົມແຫ່ງທຳອິດ

25/08/2024 10:46
Email Print 4928
ຂປລ ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນຈຳກັດ ຮ່ວມກັບບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ ໄດ້ຈັດພິທີວາງສີລາເລີກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ (Met Mast) ທີ່ບ້ານນາທູ້, ເມືອງພີນ, ແຂວງສະຫວັນນະເຂດ ໃນວັນທີ 22 ເດືອນສິງຫາ 2024.

ຂປລ. ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນຈຳກັດ ຮ່ວມກັບບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ ໄດ້ຈັດພິທີວາງສີລາເລີກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ (Met Mast) ທີ່ບ້ານນາທູ້, ເມືອງພີນ, ແຂວງສະຫວັນນະເຂດ ໃນວັນທີ 22 ເດືອນສິງຫາ 2024. ເຂົ້າຮ່ວມໃນພິທີ ມີທ່ານ ສຸດໃຈ ໄຍະວົງ ເຈົ້າເມືອງໆພີນ, ທ່ານ ບຸນຕາ ຈິມມາລາ ຮອງຫົວໜ້າພະແນກພະລັງງານ ແລະ ບໍໍ່ແຮ່ ແຂວງສະຫວັນນະ ເຂດ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງສະຫວັນນະເຂດ ແລະ ຜູ້ຕາງໜ້າຈາກພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ໍານວຍການ ບໍລິສັດນາແສງ-ວາໂຍ ຈຳ ກັດ ແລະ ທ່ານລາມມິ່ງ ຜູ້ອຳນວຍການບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ ພ້ອມດ້ວຍຜູ້ຕາງ ໜ້າຈາກບັນດາຫ້ອງການເມືອງພີນ, ພະນັກງານຂອງບໍລິສັດ ແລະ ປະຊາຊົນເຂົ້າຮ່ວມຢູ່າງພ້ອມພຽງ.

ເສົາອຸຕຸນິຍົມແຫ່ງທຳອິດນີ້ຖືກສ້າງຂຶ້ນເພືຶ່ອວັດແທກແຮງລົມ ແລະ ກວດສອບຄຸນລັກສະນະຂອງລົມ ເຊິ່ງ ຂໍ້ມູນທີ່ເກັບກຳໄດ້ຈະຖືກນຳໃຊ້ ເພື່ອການສຶກສາຄວາມເປັນໄປໄດ້ຂອງໂຄງການພະລັງງານລົມ ແລະ ໄລຍະຕໍ່ໄປຈະສືບຕໍໍ່ກໍໍ່ສ້າງ ແລະ ຕິດຕັັ້ງໃນເຂດໂຄງການຢູ່ເມືອງວີລະບູລີ ແລະ ເມືອງອາດສະພອນ ເຊິ່ງຜູ້ລົງທຶນໄດ້ດຳເນີນການ ແລະ ຈັດຕັັ້ງປະຕິບັດຕາມລະບຽບການຂອງລັດຖະບານ ແລະ ຕາມມາດຕະຖານສາກົນ. ທຸກໆຂັັ້ນຕອນທີ່ຈໍາເປັນຕ້ອງໄດ້ສໍາເລັດກ່ອນເລີ່ມລົງມືກໍໍ່ສ້າງ ລວມເຖິງການສໍາວດຈຸດທີ່ຕັັ້ງເສົາວັດແທກອຸຕຸນິຍົມ, ທາງດ້ານການອອກແບບ ແລະ ທາງວິສະວະກຳ, ວິທີການຂົນສົົ່ງວັດຖຸ, ເສົາ ແລະ ອຸປະກອນວັດແທກ, ການກວດຫາ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ(UXO), ເພື່ອໃຫ້ແນ່ໃຈວ່າບໍ່ໃຫ້ເກີດມີຜົນະທົບຕໍໍ່ສະພາບປ່າໄມ້ໃນປັດຈຸບັນຢູ່ເຂດກໍໍ່ສ້າງ. ໃນໄລຍະການກໍໍ່ສ້າງເສົາວັດແທກອຸຕຸນິຍົມນີ້ຜູ້ລົງທຶນໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກອຳ ນາດການປົກຄອງທ້ອງຖິ່ນ ແລະ ຜູ້ລົງທຶນໄດ້ສະໜັບສະໜູນໃນການສ້ອມແປງເສັັ້ນທາງພາຍໃນທ້ອງຖິ່ນຈໍານວນໜຶ່ງ ເພືຶ່ອໃຫ້ປະຊາຊົນສາມາດໄປມາສະດວກຍາມຝົນ.

ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶຈໍາກັດ ແລະ ບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ(NSW-UPC) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 13 ພະຈິກ 2023 ເພືຶ່ອສະເໜີໂຄງການກໍໍ່ສ້າງພະລັງງານລົມຢູ່ມືອງພິນ, ເມືອງວິລະບູລີ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ ເພືຶ່ອສົົ່ງອອກພະລັງງານສະອາດໄປ  ປະ ເທດໄທ ຫລື ສສ ຫວຽດນາມ. ໂຄງການດັ່ງກ່າວໄດ້ສຳເລັດບົດລາຍງານຄວາມເປັນໄປໄດ້ເບື້ອງຕົ້ນ ແລະ ຢູ່ ໃນຂັັ້ນ ຕອນການລົງນາມ PDA ກັບລັດຖະບານລາວ. ເຖິງແມ່ນວ່າຈະມີສິ່ງທ້າທາຍຫລາຍຢ່າງຈາກສະພາບດິນຟ້າອາກາດໃລະດູຝົນ, ລວມທັງສະພາບນໍ້າຖ້ວມ ແລະ ເສັັ້ນທາງຫຍຸ້ງຍາກ, ແຕ່ວ່າຜູ້ລົງທຶນກໍໄດ້ສະແດງຄວາມຕັັ້ງໃຈທີ່ຈະກໍໍ່ສ້າງ ແລະ ຕິດຕັັ້ງເສົາວັດແທກອຸຕຸນິຍົມແຫ່ງທຳອິດນີ້ ຊິ່ງຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນກັນຍາ 2024. ບໍລິສັດ AUSLAO GROUP ຈຳກັດ ເປັນບໍລິສັດເກັບກູ້ລະເບີດທທີ່ບໍ່ທັນແຕກ(UXO) ຄູ່ຮ່ວມສັນຍາ ແລະ ບໍລິສັດ VREE ໃນຖານະຜູ້ຮັບເໝົາກໍໍ່ສ້າງ ແລະ ຕິດຕັັ້ງເສົາວັດແທກອຸຕຸນິຍົມ ກໍ່ໄດ້ໃຫ້ການສະໜັບສະໜູນວຽກງານສຳຄັນດັ່ງກ່າວ.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top