ຫົວໜ້າພະແນກເສນາ ໂອ້ລົມພະນັກງານ-ນັກຮົບ ກອງພັນທີ 2

24/07/2024 16:09
Email Print 562
ຂປລ ຂປລ. ທ່ານ ພັນໂທ ບຸນຈັນ ມະນີສອນ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກເສນາທິການກອງພັນໃຫຍ່ 202 ລົງພົບ​ປະ​ໂອ້​ລົມ​ພະນັກງານ​-ນັກຮົບ ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2 ໃນວັນທີ 23 ກໍລະກົດ 2024

  ຂປລ. ທ່ານ ພັນໂທ ບຸນຈັນ ມະນີສອນ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກເສນາທິການກອງພັນໃຫຍ່ 202 ລົງພົບ​ປະ​ໂອ້​ລົມ​ພະນັກງານ​-ນັກຮົບ ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2 ໃນວັນທີ 23 ກໍລະກົດ 2024 ໂດຍມີີບັນດາຂະແໜງວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ທົ່ວກອງພັນທີ 2 ເຂົ້າຮ່ວມ.
  ທ່ານ ພັນໂທ ສຸທີ ສີສະອາດ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານກອງພັນທີ 2 ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງນຳພາແນວຄິດເປັນບັນຫາສຳຄັນ, ຈັດຕັ້ງເຜີຍແຜ່ບັນດາຂໍ້ກຳນົດກົດລະບຽບ, ບັນດາມະຕິຄຳສັ່ງຂອງຂັ້ນເທິງ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍ ຂອງພັກ-ລັດຢ່າງເລິກເຊິ່ງ, ເອົາໃຈໃສ່ວຽກງານອົບຮົມຫັດແອບຮ່ຳຮຽນ, ເອົາໃຈໃສ່ເພີ່ມທະວີລະບົບປະຈຳການຢ່າງເຂັ້ມງວດ, ຈັດຕັ້ງກຳລັງກຽມພ້ອມກອບກູ້ໄພພິບັດ ເປັນກຳລັງເຄື່ອນທີ່ໄວໃຫ້ກອງພັນໃຫຍ່ 202. ນອກນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານການປັບປຸງກໍ່ສ້າງກົມກອງ, ວຽກງານການປູກຝັງ-ລ້ຽງສັດ ແກ້ໄຂຊີວິດການເປັນຢູ່, ວຽກງານການກຽມພ້ອມສູ້ຮົບ ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ.
  ໂອກາດນີ້, ທ່ານ ພັນໂທ ບຸນຈັນ ມະນີສອນ ໄດ້ຍົກໃຫ້ເຫັນສະພາບການ ພາກພື້ນ ເສດຖະກິດ-ສັງຄົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ກົມກອງຍາດມາໄດ້ ໃນໄລຍະຜ່ານມາ, ​ພ້ອມເນັ້ນໜັກ​ໃຫ້​ຄະນະ​ພັກ-​ຄະນະ​ບັນຊາແຕ່ລະຂັ້ນ ຕ້ອງເປັນເຈົ້າການຍົກສູງບົດບາດ ການນຳພາ-ບັນຊາຂອງຕົນ, ເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມ ການເມືອງ ນໍາພາແນວຄິດໃຫ້ເປັນປົກກະຕິ, ​ເພີ່ມທະວີຄວາມສາມັກຄີ ໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ມີສະຕິລະວັງຕົວ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ, ເອົາໃຈໃສ່ປັບປຸງວຽກງານການກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ, ວຽກງານປັບປຸງກໍ່ສ້າງກົມກອງ ໄປຄຽງຄູ່ກັບວຽກງານເພີ່ມພູມຜະລິດຜົນ ປູກຝັງ-ລ້ຽງສັດ ແກ້ໄຂຊີວິດການເປັນຢູ່ ໃຫ້ດີຂຶ້ນຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບຂະບວນການ ສ້າງກອງ 3 ປອດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ວາງອອກ ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຄໍາຊາຍ ກວ່າງຄຸນສີ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top