ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II

24/07/2024 15:56
Email Print 471
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກໍລະກົດ 2024

  ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄຳມ່ວນ, ມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ແລະ ບັນດາການນຳຂອງແຂວງເຂົ້າຮ່ວມ.  ທ່ານ ບຸນມີ ພິມມະສອນ  ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ໃນຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງ ບັນຫາສໍາຄັນຂອງແຂວງ ປະກອບມີ: ບົດລາຍງານຂອງເຈົ້າແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ແຂວງຄຳມ່ວນ ໃນໄລຍະແຕ່ປີ 2021-2023, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ທີ່ດິນກະສິກຳ ຢູ່ແຂວງຄຳມ່ວນ, ບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນ ໄຫວ ຂອງສະພາປະຊາຊົນຂັ້ນແຂວງ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 7 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II.   ທ່ານ ບຸນມີ ພິມມະສອນ ຍັງໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ບັນດາສະມາຊິກສະພາປະຊາຊົນ ຂັ້ນແຂວງ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດ-ຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ-ກົດໝາຍ ຂອງລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຕາມເງື່ອນໄຂຂອງແຂວງໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂ ທີ່ສອດຄ່ອງ ຕໍ່ບັນດາບັນຫາທີ່ສັງຄົມ ຍັງມີຄວາມເປັນຫ່ວງ, ບັນຫາຮີບດ່ວນ ແລະ ເຄັ່ງຮ້ອນ ຂອງສັງຄົມໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ຕໍ່ເນື້ອໃນທີ່ນຳມາພິຈາລະນາ ໃຫ້ມີຄຸນນະພາບ ກ້າວໄປເຖິງການຮັບຮອງ ໃນກອງປະຊຸມຄັ້ງນີ້ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ແທດຕົວຈິງ ທັງນີ້ກໍເພື່ອເຮັດໃຫ້ການພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງແຂວງ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້.  ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 24-26 ກໍລະກົດ 2024 ຈຶ່ງຈະສຳເລັດ. ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງສາຍດ່ວນຂອງກອງປະຊຸມໄດ້ ທີ່ເບີໂທ 051 156 ໂດຍບໍ່ເສຍຄ່າ.

ຂ່າວ-ພາບ: ກອງຄຳ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top