6 ເດືອນແຂວງ ອັດຕະປື ຜະລິດອຸດສະຫະກໍາປຸງແຕ່ງໄດ້ 719 ກວ່າຕື້ກີບ

24/07/2024 15:34
Email Print 444
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຂະແໜງອຸດສະຫະກໍາປຸງແຕ່ງ ແມ່ນຂະແໜງການຕົ້ນຕໍໜຶ່ງ ທີ່ຊ່ວຍຍູ້ແຮງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຂອງແຂວງອັດຕະປື




 ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຂະແໜງອຸດສະຫະກໍາປຸງແຕ່ງ ແມ່ນຂະແໜງການຕົ້ນຕໍໜຶ່ງ ທີ່ຊ່ວຍຍູ້ແຮງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຂອງແຂວງອັດຕະປື ມີການຂະຫຍາຍຕົວເພີ່ມຂຶ້ນ, ເຊິ່ງໃນ 6 ເດືອນຕົ້ນປີ 2024, ການຜະລິດອຸດສາຫະກຳປຸງແຕ່ງ ປະຕິບັດໄດ້ທັງໝົດ 719,47 ຕື້ກີບ ເທົ່າກັບ 64% ຂອງແຜນການ (ມະຕິສະພາ 1.117,6 ຕື້ກີບ), ຜົນຜະລິດທີ່ສ້າງມູນຄ່າເພີ່ມ ລວມມີ: ຜະລິດຕະພັນນໍ້າຕານ, ຜະລິດຕະພັນແປ້ງມັນຕົ້ນ, ຜະລິດຕະພັນຢາງພາລາ ແລະ ຜະລິດຕະພັນໄມ້, ປັດຈຸບັນທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງທັງໝົດ 255 ຫົວໜ່ວຍ ມູນຄ່າການລົງທຶນ 2.182 ຕື້ກີບ ໃນນີ້, ໂຮງງານຂະໜາດໃຫຍ່ ມີ 17 ຫົວໜ່ວຍ, ຂະໜາດກາງ ມີ 25 ຫົວໜ່ວຍ, ຂະໜາດນ້ອຍ ມີ 99 ຫົວໜ່ວຍ ແລະ ແບບຄອບຄົວ ມີ 114 ຫົວໜ່ວຍ.
  ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງໆອັດຕະປື ລາຍງານໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ
11 ສະໄໝທີ XI ໃນວັນທີ 23 ກໍລະກົດ 2024 ນີ້ວ່າ: ການຜະລິດກະແສໄຟຟ້າ, ທົ່ວແຂວງມີໂຮງງານເຂື່ອນໄຟຟ້ານໍ້າຕົກທັງໝົດ 26 ແຫ່ງ, ມີກຳລັງຕິດຕັ້ງ 1.754,45 ເມກາວັດ ໃນນີ້, ໂຮງງານເຂື່ອນໄຟຟ້າ ເຊກະໝານ 1, ເຊກະໝານ-ຊານໄຊ, ເຊປຽນ-ເຊນໍ້ານ້ອຍ, ເຊນໍ້ານ້ອຍ 1, ນໍ້າກົງ 1, ນໍ້າກົງ 2, ນໍ້າກົງ 3 ແລະ ຫ້ວຍສະໝອງ, ເຊິ່ງໃນ 6 ເດືອນຜ່ານມາ ສາມາດຜະລິດກະແສໄຟຟ້າໄດ້ 138,47 ລ້ານກິກະວັດໂມງ ເທົ່າກັບ 75% ຂອງແຜນການ (ມະຕິສະພາ 185 ລ້ານ ກິກະວັດໂມງ), ຈໍາໜ່າຍກະແສໄຟຟ້າໄດ້ 124,05 ລ້ານກິກະວັດໂມງ ເທົ່າກັບ 79% ຂອງແຜນການ (ມະຕິສະພາ 157 ລ້ານ ກິກະວັດໂມງ).
  ນອກຈາກນີ້, ການຈໍາໜ່າຍແຮ່ທາດ ໃນ
6 ເດືອນຕົ້ນປີ, ເຊິ່ງແຂວງອັດຕະປື ສາມາດສົ່ງແຮ່ທາດອອກ 793.247 ໂຕນ ລວມມູນຄ່າ 38,86 ລ້ານໂດລາ ໃນນັ້ນ, ແຮ່ເຫລັກ 30.000 ໂຕນ, ແຮ່ບົກຊິດ 393.172 ໂຕນ, ແຮ່ຄໍາ ແລະ ແຮ່ເງິນ 370.102 ກຣາມ.

ຂ່າວ: ວັດທະນາ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top