ຮັບຮອງ ເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍ

24/07/2024 15:28
Email Print 388
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຮັບຮອງ ເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍ ເມືອງທີ 11 ຂອງແຂວງ ໃນວັນທີ 23 ກໍລະກົດ 2024

   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຮັບຮອງ ເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍ ເມືອງທີ 11 ຂອງແຂວງ ໃນວັນທີ 23 ກໍລະກົດ 2024 ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດ ວຽກງານ ວັດທະນະທໍາ-ສັງຄົມ ຂອງແຂວງຫລວງພະບາງ, ທ່ານ ສາຍສະໜອນ ສາລິວົງ ເຈົ້າເມືອງໆຈອມເພັດ, ທ່ານ ດຣ. ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດ້ວຍພະແນກການຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະ ອົງການປົກຄອງບ້ານ ພາຍໃນເມືອງຈອມເພັດ ເຂົ້າຮ່ວມ.  ທ່ານ ບຸນເພັງ ພົມມະວົງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ ໄດ້ລາຍງານວ່າ: ເມືອງຈອມເພັດ  ປະກອບມີ 69 ບ້ານ, ມີພົນລະເມືອງທັງໝົດ 35.523 ຄົນ ຍິງ 17.148 ຄົນ. ປະກອບມີ 3 ເຜົ່າໃຫຍ່ອາໄສຢູ່ຮ່ວມກັນ. ຜ່ານການນໍາພາ-ຊີ້ນຳຂອງຄະນະພັກ-ອົງການປົກຄອງເມືອງຈອມເພັດ ໃນແຕ່ລະໄລຍະ ໂດຍປະຕິບັດຕາມບົດແນະນໍາ ການຈັດຕັ້ງປະຕິບັດ ວຽກງານຊຸມຊົນເປັນເຈົ້າດ້ານສຸຂາອະນາໄມ (ຢຸດຕິການຖ່າຍຊະຊາຍ) ສະບັບເລກທີ 477/ພສຂ.ຊຍ, ລົງວັນທີ 28 ກຸມພາ 2020 ວ່າດ້ວຍການສ້າງບ້ານ ແລະ ເມືອງຢຸດຕິການຖ່າຍຊະຊາຍ ໃຫ້ບັນລຸຄາດໝາຍ ໃນປີ 2025 ໄດ້ກໍານົດໃຫ້ໄດ້ປະກາດຮັບຮອງເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍໃນປີ 2024.  ປັດຈຸບັນ, ທົ່ວເມືອງມີໂຮງໝໍ ຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 9 ແຫ່ງ, ມີບ້ານແບບຢ່າງສາທາລະນະສຸກ 69 ບ້ານ ເທົ່າກັບ 100%, ອັດຕາການຊົມໃຊ້ນໍ້າສະອາດ 100%, ອັດຕາການຊົມໃຊ້ວິດຖ່າຍ ເທົ່າກັບ 100%. ຄຽງຄູ່ກັນນັ້ນ ວຽກງານສາທາລະນະສຸກ ເມືອງຈອມເພັດ ຍັງໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຕິດພັນກັບວຽກງານສຸຂາພິບານ ແລະ ສ້າງບ້ານຢຸດຕິການຖ່າຍຊະຊາຍ, ສ້າງບ້ານ ສາທາລະນະສຸກແບບຢ່າງ 10 ມາດຖານ 30 ຕົວຊີ້ວັດ ແລະ ສະໜອງນໍ້າສະອາດໃຊ້ ໃຫ້ພຽງພໍກັບຄວາມຕ້ອງການ ຊຶ່ງສາມາດບັນລຸຕົວຊີ້ບອກສໍາເລັດ 100%.   ​ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ ​ໃຫ້ 69 ບ້ານ ພາຍໃນເມືອງຈອມເພັດ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການ ວຽກງານຢຸດຕິການຖ່າຍຊະຊາຍ ຕາງໜ້າ​ມອບ​ໂດຍທ່ານ ບຸນເລື່ອມ ມະນີວົງ.

ຂ່າວ: ຕາດຳ ກະເສີມສຸກ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top