ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%

24/07/2024 09:57
Email Print 944
ຂປລ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່ ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ.

  *ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່  ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ; ແຂວງອຸດົມໄຊ ມີເນື້ອທີ່ 15.370 ກິໂລຕາແມັດ, ເປັນແຂວງທີ່ມີພູດອຍກວມ 85%, ມີທົ່ງພຽງນ້ອຍລຽບຕາມແຄມລ່ອງນໍ້າ ແລະ ສາຍຫ້ວຍກວມເອົາ 15%; ມີທັງ ໝົດ 7 ເມືອງ, 467 ບ້ານ, ພົນລະເມືອງທັງໝົດ 359.792 ຄົນ, ຍິງ 182.818 ຄົນ.

   ທ່ານ ພີມມະເສນ ຄຸນສີລິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 2 ໃນວັນທີ 18 ກໍລະກົດນີ້ວ່າ: ມາຮອດປີ 2023 ຕົວເລກ ສະສົມດ້ານການພົ້ນທຸກ ແລະ ພັດທະນາໃນທົ່ວແຂວງ ສາມາດສ້າງຄອບຄົວພົ້ນທຸກສະສົມໄດ້ 37.375 ຄອບຄົວ, ກວມເອົາ 60,83% ຂອງຈໍານວນຄອບຄົວທັງໝົດ; ສ້າງບ້ານພົ້ນທຸກສະສົມໄດ້ 251 ບ້ານ, ກວມເອົາ 53,75% ຂອງຈໍານວນບ້ານທັງໝົດ; ສ້າງເມືອງພົ້ນທຸກໄດ້ 1  ເມືອງ (ເມືອງໄຊ) ກວມ 14,29% ຂອງ 7 ເມືອງ, ໄດ້ສະເໜີຫາລັດຖະບານເພື່ອຕົກລົງຮັບຮອງເອົາເປັນເມືອງພົ້ນທຸກ; ສ້າງຄອບຄົວພັດທະນາສະສົມໄດ້ 28.301 ຄອບຄົວ ກວມເອົາ 46,06% ຂອງຈໍານວນຄອບຄົວທັງໝົດ; ສ້າງບ້ານພັດທະນາສະສົມໄດ້ 103 ບ້ານ ກວມເອົາ 22,05% ຂອງຈໍານວນບ້ານທັງໝົດ; ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງຢູ່ຊົນນະບົດໄດ້ 1 ບ້ານ ກວມ 16,66% ຂອງແຜນສ້າງ 6 ຈຸດສຸມ;

     ໃນໄລຍະຜ່ານມາອົງຄະນະພັກແຂວງ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງ ປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 6 ທິດນໍາ ແລະ 12 ທິດທາງ, ໜ້າທີ່ຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິ, ຄຳສ່ັງ,  ກົດໝາຍ; ດຳລັດ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງໂດຍໄດ້ຈັດສັນງົບປະມານ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນແຕ່ລະປີຢ່າງຕໍ່ເນື່ອງ. ຄຽງຄູ່ກັບການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນໄປພ້ອມ ກັບການຈັດສັນທີ່ຢູ່ອາໃສໃຫ້ປະຊາຊົນ; ການປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ-ຫ່າງໄກສອກຫລີກ, ເຂດພື້ນຖານການປະຕິວັດເກົ່າເປັນຕົ້ນແມ່ນເສັ້ນທາງ, ໄຟຟ້າ, ລະບົບການສື່ສານ, ຊົນລະປະທານ, ນໍ້າລິນສະອາດ, ສະຖານີບໍລິການເຕັກນິກກະສິກຳ, ຕະຫລາດ, ຫ້ອງການກຸ່ມບ້ານ, ໂຮງໝໍນ້ອຍ, ໂຮງຮຽນ ແລະ ສິ່ງສາທາລະນູປະໂພກອື່ນໆ.

ໂດຍ: ຄຳພູສະຫວັນ ເພັນສະຫວັດ

KPL

ຂ່າວອື່ນໆ

ads
ads

Top