ກະສັດທີ 17 ຂອງ ມາເລເຊຍ ຮັບດຳລົງຕຳແໜ່ງຢ່າງເປັນທາງການ

22/07/2024 15:21
Email Print 481
ຂປລ ກະສັດທີ 17 ຂອງ ມາເລເຊຍ ສຸລະຕານ ອິບຣາຮິມ(Sultan Ibrahim) ໄດ້ຮັບດຳລົງຕຳແໜ່ງ ຢ່າງເປັນທາງການ ໃນພິທີບັນລັງ ທີ່ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ພະລາດສະວັງ ລາດຊະການ ມາເລເຊຍ ຢູ່ທີ່ນະຄອນຫລວງ ກົວລາ ລຳເບີ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກະສັດທີ 17 ຂອງ ມາເລເຊຍ ສຸລະຕານ ອິບຣາຮິມ(Sultan Ibrahim) ໄດ້ຮັບດຳລົງຕຳແໜ່ງ ຢ່າງເປັນທາງການ ໃນພິທີບັນລັງ ທີ່ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ພະລາດສະວັງ ລາດຊະການ ມາເລເຊຍ ຢູ່ທີ່ນະຄອນຫລວງ ກົວລາ ລຳເບີ ເມື່ອບໍ່ດົນມານີ້.ພິທີ ຮັບດຳລົງຕຳແໜ່ງ ໄດ້ຈັດຂຶ້ນ ຕາມຮີດຄອງ ປະເພນີ ທີ່ເປັນມູນເຊື້ອ ຂອງພະບໍລົມວົງສານຸວົງ ມາເລເຊຍ  ພາຍໃຕ້ ການເປັນສັກຂີພິຍານ ຂອງແຂກ ຖືກເຊີນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເກືອບ 700 ທ່ານ, ໃນນັ້ນ ມີກະສັດ ບຣູໄນ ແລະ ກະສັດ ບາເຣັນ. ກ່າວຄຳເຫັນ ທີ່ພິທີ, ກະສັດ ມາເລເຊຍ, Sultan Ibrahim ໃຫ້ຄຳໝັ້ນສັນຍາວ່າ: ຈະປົກຄອງ ປະເທດ ດ້ວຍຄວາມຈົງ ຮັກພັກດີ, ຊື່ກົງ ແລະ ຍຸຕິທຳ ແນໃສ່ ນໍາມາເຊິ່ງ ຄວາມສະເໝີພາບ ໃຫ້ແກ່ ປະຊາຊົນ ມາເລເຊຍ ທຸກຄົນ ກໍຄື ປົກປັກຮັກສາ ຄວາມວັດທະນາ ຖາວອນ ແລະ ອະທິປະໄຕ ແຫ່ງຊາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top