ການເຂື່ອນຍ້າຍ ສັດນໍ້າ ແລະ ສັດປ່າ ຕ້ອງປະຕິບັດຕາມກົດໝາຍ

19/07/2024 11:08
Email Print 1184
ຂປລ ໃນມາດຕາທີ 41 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງຈາກສະຖານທີ່ໜຶ່ງໄປສະຖານທີ່ອື່ນຢູ່ພາຍໃນປະເທດ ຕ້ອງໄປຕາມເສັ້ນ ທາງທີ່ໄດ້ກຳນົດໃຫ້ ແລະ ແຈ້ງເອກະສານຕໍ່ເຈົ້າໜ້າທີ່ປະຈຳດ່ານ ກວດກາຊຶ່ງປະກອບດ້ວຍໃບອະນຸຍາດເຄື່ອນຍ້າຍຂອງຂະແໜງການກະສິກຳ ແລະ ປ່າໄມ້, ໃບຢັ້ງຢືນສຸຂະພາບ, ໃບຢັ້ງຢືນຖິ່ນກຳເນີດ, ໃບທະບຽນສັດ.

    *ໃນມາດຕາທີ 41 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງຈາກສະຖານທີ່ໜຶ່ງໄປສະຖານທີ່ອື່ນຢູ່ພາຍໃນປະເທດ ຕ້ອງໄປຕາມເສັ້ນ ທາງທີ່ໄດ້ກຳນົດໃຫ້ ແລະ ແຈ້ງເອກະສານຕໍ່ເຈົ້າໜ້າທີ່ປະຈຳດ່ານ ກວດກາຊຶ່ງປະກອບດ້ວຍໃບອະນຸຍາດເຄື່ອນຍ້າຍຂອງຂະແໜງການກະສິກຳ ແລະ ປ່າໄມ້, ໃບຢັ້ງຢືນສຸຂະພາບ, ໃບຢັ້ງຢືນຖິ່ນກຳເນີດ, ໃບທະບຽນສັດ. ໃນກໍລະນີທີ່ມີການຊື້- ຂາຍສັດ ຫລື ມອບກຳມະສິດສັດ ຕ້ອງໃຫ້ມີໃບຢ້ັງຢືນຕາມລະບຽບກົດໝາຍ. 

    ການເຄື່ອນຍ້າຍສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງຕ້ອງປະຕິບັດດັ່ງນີ້: ການເຄື່ອນຍ້າຍລະຫວ່າງບ້ານຕ່ໍບ້ານ ຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງບ້ານຕາມການສະເໜີ ຂອງໜ່ວຍງານປ່າໄມ້ບ້ານ. ການ ເຄື່ອນຍ້າຍລະຫວ່າງເມືອງຕໍ່ເມືອງ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງການກະສິກຳ  ແລະ ປ່າໄມ້ເມືອງ, ເທສະບານຕາມການສະເໜີຂອງອົງການປົກຄອງບ້ານ. ການເຄື່ອນຍ້າຍລະຫວ່າງແຂວງຕໍ່ແຂວງ ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິ ກຳ ແລະ ປ່າໄມ້ແຂວງ, ນະຄອນຕາມການສະເໜີຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທສະບານ. ການເຄື່ອນຍ້າຍສັດດັ່ງກ່າວ ຕ້ອງໄດ້ເສຍພັນທະຕາມລະບຽບການ.

    ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານສັດນ້ຳ ແລະ ສັດປ່າ ຫລື  ສີ້ນສ່ວນຕ່າງໆຂອງສັດດັ່ງກ່າວຕ້ອງປະຕິບັດຕາມມາດຕາ 40 ຂອງກົດໝາຍສະບັບນີ້ ແລະ ຍັງຕ້ອງປະຕິບັດດັ່ງນີ້: ການນຳເຂົ້າສັດນ້ຳ ແລະ ສັດປ່າ ຕ້ອງມີໃບອະນຸຍາດສົ່ງອອກຈາກອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ, ໃບຢ້ັງຢືນຖ່ິນກຳເນີດ, ໃບຢ້ັງຢືນປອດພະຍາດ, ສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ,  ລາຍການບັນຊີປະເພດສັດ ແລະ ຈຳນວນສັດທີ່ຈະນຳເຂົ້າ, ໃບອະນຸຍາດນຳເຂົ້າຂອງຂະແໜງການກະສິກຳ ແລະ ປ່າໄມ້. ການສົ່ງອອກສັດນ້ຳ ແລະ ສັດປ່າຕ້ອງມີໃບຢັ້ງຢືນກ່ຽວກັບການຂະຫຍາຍພັນ ຫລື ລ້ຽງ, ໃບຢັ້ງຢືນຖິ່ນກຳເນດີ, ໃບຢັ້ງຢືນປອດພະຍາດ, ສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ, ລາຍການບັນຊີປະເພດ ແລະ ຈຳນວນສັດທີ່ຈະສົ່ງອອກ, ໃບອະນຸຍາດສົ່ງອອກຂອງກະຊວງກະສິກຳ ແລະ ປ່າໄມ້, ໃບອະນຸຍາດນຳເຂົ້າຂອງອົງການທີ່ກ່ຽວຂ້ອງຂອງປະເທດປາຍທາງ.

   ການສົ່ງອອກຄືນສັດນ້ຳ ແລະ ສັດປ່າ ນອກຈາກເອກະສານທີ່ໄດ້ກຳນົດໄວ້ໃນຂໍ້ 1 ຂອງມາດຕານີ້ຍັງຕ້ອງມີໃບແຈ້ງຂຶ້ນທະບຽນສັດ, ໃບຢັ້ງຢືນກ່ຽວກັບການຂະຫຍາຍພັນ ຫລື ລ້ຽງ, ໃບຢັ້ງຢືນປອດພະຍາດ, ລາຍການບັນຊີປະເພດ ແລະ ຈຳນວນສັດທີ່ຈະສົ່ງອອກ, ໃບອະນຸຍາດສົ່ງອອກຄືນຂອງກະຊວງກະສິກຳ  ແລະ ປ່າໄມ້, ໃບອະນຸຍາດນຳເຂົ້າຄືນ ຂອງອົງການທີ່ກ່ຽວຂ້ອງຂອງປະເທດປາຍທາງ. ການນຳຜ່ານສັດນ້ຳ ແລະ ສັດປ່າ ຕ້ອງໄດ້ແຈ້ງເອກະສານເຊັ່ນ: ໃບອະນຸຍາດສົ່ງ ອອກ  ແລະ ນຳເຂົ້າຂອງອົງການທີ່ ກ່ຽວຂ້ອງຂອງປະເທດຕົ້ນທາງ ແລະ ປາຍທາງ, ໃບຢັ້ງຢືນຖິ່ນກຳເນີດ, ໃບຢັ້ງຢືນປອດພະຍາດ, ລາຍການບັນຊີປະເພດ ແລະ ຈຳນວນສັດທີ່ຈະສົ່ງຜ່ານ. ການນຳຜ່ານສັດນ້ຳ ແລະ ສັດປ່າຕ້ອງໄດ້ຮັບການກວດກາ. ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານສັດດັ່ງກ່າວຕ້ອງໄດ້ເສຍພັນທະຕາມລະບຽບການ. 

KPL

ຂ່າວອື່ນໆ

    • ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນບົດ-ສາລະຄະດີ

      ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

      1/5/2026 10:34:19 AM

      ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

    • ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາບົດ-ສາລະຄະດີ

      ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

      1/5/2026 10:23:53 AM

      ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

    • ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າບົດ-ສາລະຄະດີ

      ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

      1/5/2026 10:18:06 AM

      ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

    • ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດບົດ-ສາລະຄະດີ

      ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

      1/5/2026 10:11:00 AM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ.

    • ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດບົດ-ສາລະຄະດີ

      ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ

      12/30/2025 1:31:45 PM

      ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ.

ads
ads

Top