ຂປລ
ໜຶ່ງໃນບົດຮຽນສຳຄັນທີ່ສປປລາວໄດ້ຖອດຖອນແລະຜັນຂະຫຍາຍນໍາສປຈີນແມ່ນການລຶບລ້າງຄວາມ ທຸກ ຍາກຂອງປະຊາຊົນຈີນແລະການພັດທະນາຊົນນະບົດຂອງຈີນກາຍເປັນຂໍ້ມູນ ແລະ ບົດຮຽນສໍາຄັນທີ ສປປ ລາວ ໄດ້ຖອດຖອນບົດຮຽນ ແລະ ຜັນຂະຫຍາຍ, ເພາະປະສົບການຂອງ ຈີນ ໃນການລຶບລ້າງຄວາມທຸກຍາກ ບໍ່ເປັນພຽງແຕ່ຄໍາເວົ້າດ້ານທິດສະດີເທົ່ານັ້ນ, ຫາກໄດ້ມີການຈັດຕັ້ງປະຕິບັດ ແລະ ເປັນສ່ວນສໍາຄັນໃນວຽກ ງານລຶບແລ້າງຄວາມທຸກຍາກ ຂອ ງສປປ ລາວ.

ໜຶ່ງໃນບົດຮຽນສຳຄັນທີ່ສປປລາວໄດ້ຖອດຖອນ ແລະ ຜັນຂະຫຍາຍນໍາ ສປ ຈີນ ແມ່ນການລຶບລ້າງຄວາມທຸກຍາກ ຂອງປະຊາຊົນຈີນ ແລະ ການພັດທະນາຊົນນະບົດຂອງຈີນ ກາຍເປັນຂໍ້ມູນ ແລະ ບົດຮຽນສໍາຄັນທີ່ ສປປ ລາວ ໄດ້ຖອດ ຖອນບົດຮຽນ ແລະ ຜັນຂະຫຍາຍ, ເພາະປະສົບການຂອງຈີນ ໃນການລຶບລ້າງຄວາມທຸກຍາກ ບໍ່ເປັນພຽງແຕ່ຄໍາເວົ້າດ້ານທິດສະດີເທົ່ານັ້ນ, ຫາກໄດ້ມີການຈັດຕັ້ງປະຕິບັດ ແລະ ເປັນສ່ວນສໍາຄັນ ໃນວຽກງານລຶບລ້າງຄວາມທຸກຍາກ ຂອງ ສປປ ລາວ. ໃນ ນັ້ນມີຫຼາຍໂຄງການຂອງ ສປ ຈີນ ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ດ້ວຍຜົນສຳເລັດ ແລະ ບາງໂຄງການກຳລັງດຳເນີນງານ ຢ່າງເປັນຮູບປະທຳ. ມາຮອດປັດຈຸບັນ, ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ນອກຈາກມອບພັນທະພາສີອາກອນ ແລະ ລາຍໄດ້ໃຫ້ແກ່ລັດຖະບານລາວແລ້ວ, ຍັງໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວ ໃນເຂດທ້ອງຖິ່ນຫ່າງໄກສອກຫຼີກ ທັງທາງກົງ ແລະ ທາງອ້ອມ, ສົ່ງເສີມສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານລາວ ແລະ ແກ້ໄຂຄວາມທຸກ ຍາກໃຫ້ ປະ ຊາຊົນໃນ ເຂດທຸລະກັນດານຕື່ມອີກ.ໃນນີ້ຜູ້ຂຽນຂໍຍົກເອົາໂຄງການ ພັດທະນາບໍ່ແຮ່ເກືອໂປຕາສ ທີ່ແຂວງຄຳມ່ວນ ມີສວ່ນສຳຄັນໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວ.
ໂຄງການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນຂອງບໍລິສັດ ຊີໂນອາກຣີໂປຕາສ ທີ່ແຂວງຄຳມ່ວນ ເປັນພາກສ່ວນໜຶ່ງທີ່ເດັ່ນ ກາຍເປັນຕົວແບບໃນຊຸກຍູ້ປະຊາຊົນ ບ້ານ ຊຽງແຫວນ ເມືອງທ່າແຂກ ຍຶດອາຊີບດ້ານຜະລິດກະສິກໍາ ເພື່ອແກ້ໄຂຄວາມ ທຸກຍາກ ດ້ວຍການຊວ່ຍເຫຼືອດ້ານທຶນ, ເຕັກນິກວິຊາການໃຫ້ແກ່ປະຊາຊົນ. ໃນນັ້ນບໍລິສັດໄດ້ຈັດກິດຈະກຳບໍລິຈາກກອງທຶນ ພັດທະນາບ້ານ ຈຳນວນ 1.696 ຕື້ກີບ ແລະ ບໍລິຈາກ ປຸ່ຍໂປຕາສ 48 ໂຕນ ທີ່ເປັນມູນຄ່າ 354 ລ້ານກີບ ໃຫ້ແກ່ 20 ບ້ານ ທີ່ ໃນເຂດໃກ້ຄຽງ, ລວມເປັນ 2 ຕື້ກວ່າກີບ, ການບໍລິຈາກດັ່ງກ່າວ ໄດ້ຊວ່ຍເພີ່ມຜົນຜະລິດ ແລະ ເພີ່ມລາຍຮັບ ໃຫ້ຊາວກະສິກອນ, ຊຸກຍູ້ການກໍ່ສ້າງພັດທະນາບ້ານ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ຂອງວິສະຫະກິດ ດ້ວຍການປະຕິບັດຕົວຈິງ. ດັ່ງ ທ່ານ ກົວ ປາຍຊຸນ (Guo Baichun) ປະທານບໍລິສັດ ອາຊີໂປຕາສສາກົນ (ບໍລິສັດແມ່ )ໄດ້ກ່າວວ່າ: ໃນຖານະທີ່ເປັນວິສາຫະກິດ ມາດຕະຖານສາກົນ ພ້ອມໃຫ້ການຊວ່ຍເຫຼືອປັບປຸງຊິວິດ ການເປັນຢູ່ຂອງປະຊາຊົນ ບ້ານອ້ອມຂ້າງໃຫ້ດີຂຶ້ນ. ການຊ່ວຍ ເຫຼືອຄັ້ງນີ້,ເພື່ອຈຸດປະສົງນຳໃຊ້ສ້ອມແປງໂຮງຮຽນ,ກໍ່ສ້າງເສັ້ນທາງ, ປັບປຸງຄຸນນະພາບນ້ຳດື່ມ, ປັງປຸງສຸກສາລາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ເຮັດໃຫ້ຊີວິດການເປັນຢູ່ ຂອງຊາວບ້ານດີກວ່າເກົ່າ. ກ່ອນນັ້ນ, ບໍລິສັດ ໄດ້ມອບເຄື່ອງອຸປະໂພກບໍລິ ໂພກລວມມູນຄ່າ 200 ກວ່າລ້ານກີບ ພ້ອມສົ່ງນັກວິຊາການລົງແນະນໍາ ດ້ານວິຊາການໃນການຜະລິດກະສິກໍາ ແລະ ຮູບແບບການຄຸ້ມຄອງກະສິກຳ ທີ່ທັນສະໄໝໂດຍຜ່ານການຍົກລະດັບ ການຜະລິດກະສິກຳແກ້ໄຂ ຄວາມທຸກຍາກແບບຍືນຍົງ ດ້ວຍການ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພິ່ງຕົນເອງ ນໍາພາຕົນເອງຫລຸດພົ້ນອອກຈາກ ຄວາມທຸກຍາກໃຫ້ປະຊາຊົນ ດັ່ງຄໍາສຸພາສິດຈີນ ທີ່ວ່າ "ສ້າງກະແສເລືອດ, ສອນວິທີຫາປາ ແຕ່ບໍ່ແມ່ນເອົາປາໃຫ້"ແລະ ກຳນົດເອົາບ້ານຊຽງແຫວນ ເປັນຈຸດທົດລອງການຜະ ລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ, ຊຶ່ງຜ່ານບັນດາມາດຕະການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດກະສິກໍາ ແລະ ໄດ້ຊ່ວຍບັນລຸການພັດທະນາ ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ບໍລິສັດ ກັບ ປະຊາຊົນອ້ອມຂ້າງ. ນອກນັ້ນ ບໍລິສັດ ຍັງ ຊ່ວຍສ້າງໂຄງການປູກຜັກໃນເຮືອນຮົ່ມ, ສ້າງພື້ນຖານໂຄງລ່າງຕ່າງໆ ໃຫ້ທ້ອງຖິ່ນເປັນຕົ້ນ ແມ່ນໄດ້ສຳເລັດການສ້າງ ຂົວຂ້າມຫ້ວຍຊຽງລົງລະຫວ່າງ ບ້ານໄປຫາໂຮງຮຽນປະຖົມ ຊຶ່ງເປັນປະເພດຂົວເບຕົງເສີມເຫຼັກ ມີຄວາມຍາວ 45 ແມັດ, ກວ້າງ 4,5 ແມັດໃນມູນຄ່າການກໍ່ສ້າງ 3,15 ຕື້ກວ່າກີບ ແລະ ຊ່ວຍສ້າງອາຄານຮຽນໂຮງຮຽນປະຖົມສົມບູນ ບ້ານຊຽງແຫວນ ເປັນອາຄານຖາວອນຊັ້ນດຽວ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, ພ້ອມມີໂຕະ-ຕັ່ງນັກຮຽນ-ຄູອາຈານ ແລະ ຫ້ອງນໍ້າຄົບຊຸດ ໂດຍໃຊ້ ງົບປະມານໃນການກໍ່ສ້າງ 2 ຕື້ກວ່າກີບ, ຂະໜາດເນື້ອທີ່ຂອງອາຄານຮຽນ ປະມານ 400 ຕາແມັດ, ມີເດີ່ນກວ້າງ 5.160 ຕາແມັດ ສາມາດຮອງຮັບນັກຮຽນ ໄດ້ 120 ຄົນ. ທັງສອງໂຄງການແມ່ນການຊ່ວຍເຫລືອລ້າ ຈາກ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຊຶ່ງນອນໃນໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍແມ່ນການເຫັນດີຂອງອຳນາດການປົກຄອງແຂວງຄຳມ່ວນ ທີ່ໄດ້ຕົກລົງ ມອບໃຫ້ບໍລິສັດຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ເມືອງທ່າແຂກ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກໍໄດ້ຍ້ອງຍໍໂຄງການດັ່ງກ່າວວ່າ: ເປັນໂຄງການສັນຍະລັກ ທີ່ສຳຄັນອີກໂຄງການໜຶ່ງ ໃນການຮ່ວມມືຕົວຈິງ ລະຫວ່າງພາກລັດກັບປະຊາຊົນ ແລະ ວິສາຫະກິດ. ຄຽງຄູ່ກັບບໍລິສັດສຸມໃສ່ພັດ ທະນາວຽກງານ ຂອງໂຄງການໃຫ້ມີຜົນສຳເລັດ ແລະ ປະຕິບັດພັນທະ ຢ່າງຖືກຕ້ອງຕາມສັນຍາກັບລັດຖະບານແລ້ວ,ໂຄງການຍັງໄດ້ສຸມໃສ່ປະກອບສ່ວນ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃນເຂດຕິດກັບໂຄງການ ແລະ ບ້ານອ້ອມຂ້າງຢ່າງເປັນຮູບປະ ທຳ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ຜົນງານ ການເຄື່ອນໄຫວດໍາເນີນທຸລະກິດ ຂອງບໍລິສັດໃນໄລຍະຜ່ານມາ, ພ້ອມທັງສະເໜີມາຍັງບໍລິສັດ ສ້າງຜະລິດຕະພັນຝຸ່ນປຸຍ ເພື່ອໃຫ້ນໍາໃຊ້ເຂົ້າໃນການຜະລິດ ກະສິກໍາ, ພ້ອມດຽວກັນນັ້ນ ກໍນໍາໃຊ້ທ່າແຮງ ດ້ານການບໍລິການຂົນສົ່ງພາຍໃນປະເທດ, ປະກອບສ່ວນສ້າງບຸກຄະລາກອນ ທາງດ້ານເຕັກນິກວິຊາການ ທີ່ເປັນຄົນລາວ ຢູ່ພາຍໃນໂຮງງານ ໃຫ້ມີຄຸນນະພາບ ແລະ ສ້າງວຽກເຮັດງານທໍາ ແກ່ແຮງງານລາວພາຍ ໃນຊຸມຊົນທ້ອງຖິ່ນໃຫ້ຫຼາຍຂື້ນ, ລວມເຖິງການປະກອບສ່ວນ ທາງດ້ານສາທາລະນະປະໂຫຍດ ໃຫ້ແກ່ສັງຄົມໃຫ້ນັບມື້ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄປຄຽງຄູ່ກັບການພັດທະນາຄຸນນະພາບ ດ້ານສິ່ງແວດລ້ອມ ໂດຍມີການປະສານສົມທົບ ກັບຂະ ແໜງການລັດທີ່ກ່ຽວຂ້ອງແຕ່ລະຂັ້ນ ແລະ ເຊື່ອໝັ້ນວ່າ ທາງບໍລິສັດຈະບັນລຸໝາກຜົນ ໃນການດໍາເນີນທຸລະກິດຕາມແຜນການທີ່ວາງໄວ້.
ທ່ານ ໂຖງຢົງເຫີງ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປັດຈຸບັນບໍລິສັດມີກຳລັງການຜະລິດຝຸ່ນ ໂປຕາສບັນລຸໄດ້ 3 ລ້ານໂຕນ/ປີ,ສະເພາະໃນປີ 2025 ຈະສູ້ຊົນໃຫ້ບັນລຸ 5 ລ້ານໂຕນ/ປີ ແລະ ຕາມ ແຜນການໄລຍະຍາວຈະໃຫ້ບັນລຸ 7-10 ລ້ານໂຕນ/ປີ, ເພື່ອຕອບສະໜອງ ການບໍລິການຜະລິດຕະພັນ ທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ບໍລິສັດ ຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີ ກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນ ໃຫ້ບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ. ນອກນີ້ໃນເຂດດັ່ງກ່າວ ຍັງຈະໄດ້ສ້າງເປັນນິຄົມອຸດສາຫະກຳ ໝູນວຽນອັດສະລິຍະອາຊີໂປຕາສ ສາກົນ ໂດຍແບ່ງອອກເປັນ 3 ພາກສ່ວນໃຫຍ່ ຄື: ສວນອຸດສາຫະກຳໂປຕາສ, ສ່ວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະກວມເນື້ອທີ່ ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ. ພ້ອມນັ້ນ, ຄຽງຄູ່ກັບເຮັດໜ້າທີ່ທຳການຜະລິດ,ບໍລິສັດ ຍັງໄດ້ປະກອບສ່ວນທາງສັງຄົມ ແລະ ມອບພັນທະ ເຂົ້າງົບປະມານໃຫ້ລັດຖະບານ ກໍ່ຄືແຂວງຄໍາມ່ວນ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃນເຂດດັ່ງກ່າວ, ພ້ອມຊ່ວຍເຫລືອພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກ ຂອງປະຊາຊົນບ້ານກາບູດ- ຊຽງແຫວນ ໃຫ້ມີການພັດທະນາທີ່ດີຂື້ນ.

ສັງລວມແລ້ວ,ມາຮອດປັດຈຸບັນ,ບໍລິສັດຊີໂນ-ອາກຣີໂປຕາສ ໄດ້ກາຍເປັນຜູ້ຜະລິດຝຸ່ນໂປຕາສ ທີ່ເຕີບໂຕໄວໃນ ສປປ ລາວ ແລະ ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ໃນຖານະທີ່ເປັນວິສາຫະກິດ ຕົວແບບພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງ, ຍາມໃດກໍຍຶດໝັ້ນແນວຄິດການພັດທະນາ "ເຄົາລົບນັບຖື, ປະສານກົມກຽວ, ການປະຕິບັດຕົວຈິງ, ຮັບໄຊຊະນະຮ່ວມກັນ" ເພື່ອເປັນຜູ້ຊ່ວຍເຫຼືອເສດຖະກິດຂອງລາວ, ເປັນຜູ້ຊຸກຍູ້ການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຜູ້ນໍາໜ້າໃນດ້ານກະສິກໍາທັນສະໄໝ. ຕັ້ງແຕ່ຊ່ວຍເຫຼືອເກັບກ່ຽວ ຈົນເຖິງບໍລິຈາກປຸ໋ຍໂປຕາສ, ຕັ້ງແຕ່ບັນເທົາຄວາມທຸກຍາກ ດ້ວຍອຸດສາຫະກຳຈົນ ເຖິງຊ່ວຍເຫຼືອໄພພິບັດນ້ຳຖ້ວມ, ຕັ້ງແຕ່ສະໜອງທຶນກໍ່ສ້າງ ພັດທະນາບ້ານ ຈົນເຖິງເປີດໂຄງການກະສິກຳທັນສະໄໝ ໂດຍຜ່ານບັນດາມາດຕະການ ແລະ ການເຄື່ອນໄຫວ ທີ່ສ້າງຜົນປະໂຫຍດໃຫ້ປະຊາຊົນ, ເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາ ເສດຖະກິດທ້ອງຖິ່ນ ເພື່ອປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕະກຳລະຫວ່າງລາວ-ຈີນ.
ໂດຍ: ດວງຈິດສະຫວັດບຸນມີ
KPL