ຂປລ
ຂປລ. ສປປ ລາວ ໃນນາມເປັນປະທານອາຊຽນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈະເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 21-27 ກໍລະກົດ 2024 ທີ່ຈະມາາເຖິງນີ້, ຢູ່ ຫໍປະຊຸມເເຫ່ງຊາດ ນະຄອນຫລວງວຽງຈັນ.
ຂປລ. ສປປ ລາວ ໃນນາມເປັນປະທານອາຊຽນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈະເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 21-27 ກໍລະກົດ 2024 ທີ່ຈະມາາເຖິງນີ້, ຢູ່ ຫໍປະຊຸມເເຫ່ງຊາດ ນະຄອນຫລວງວຽງຈັນ.
ໃນໂອກາດ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ຄັ້ງນີ້, ຈະມີກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ ລວມທັງໝົດ 25 ກອງປະຊຸມ ໂດຍມີລັດຖະມົນຕີ ຕ່າງປະເທດ ແລະ ຜູ້ຕາງໜ້າຈາກ 31 ປະເທດເຂົ້າຮ່ວມ ແລະ ຄາດວ່າ ຈະມີຜູ້ແທນຕ່າງປະເທດຫລາຍກວ່າ 1.000 ທ່ານ ແລະ ມີນັກຂ່າວຕ່າງປະເທດປະມານ 500 ທ່ານ. ບັນດາກອງ ປະຊຸມຄັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ການຮ່ວມມືສົ່ງເສີມ ປະຊາຄົມອາຊຽນ ກໍຄື ການສົ່ງເສີມການເຊື່ອມຈອດ ແລະ ເຂັ້ມເເຂງຂອງອາຊຽນ ຕາມຄໍາຂວັນປະທານ ອາຊຽນຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິບັດ 9 ບຸລິມະສິດສໍາລັບການເປັນ ປະທານອາຊຽນຂອງ ສປປ ລາວ ປີ 2024, ການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ແລະ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສ ທັດປະຊາຄົມອາຊຽນ 2045. ພ້ອມກັນນີ້, ກໍຈະປຶກສາຫາລືການຮ່ວມມືລະຫວ່າງ ອາຊຽນກັບພາຍນອກ ໂດຍຜ່ານກົນໄກ ການຮ່ວມມື ທີ່ອາຊຽນສ້າງຕັ້ງຂຶ້ນ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.
ກອງປະຊຸມດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ຈະໄດ້ເປັນປະທານ ແລະ ປະທານຮ່ວມໃນກອງປະຊຸມຕ່າງໆ ເປັນຕົ້ນ ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້; ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບຜູ້ຕາງໜ້າຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ; ກອງປະຊຸມປຶກສາຫາລື ເເບບບໍ່ເປັນທາງການ ລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 (ເເບບຄົບຄະນະ); ກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 (ເເບບວົງເເຄບ); ກອງປະຊຸມລັດຖະມົນຕີຕ່າງປະເທດ ລາວ-ນອກເເວ ແລະ ເລຂາທິການໃຫຍ່ອາຊຽນ; ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ລາວ-ຕວັກກີ ແລະ ເລຂາທິການໃຫຍ່ອາຊຽນ; ກອງປະຊຸມລັດຖະມົນຕີຕ່າງປະເທດ ລາວ-ສະວິດ ແລະ ເລຂາທິການໃຫຍ່ອາຊຽນ; ກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ-ອົດສະຕຣາລີ ໃນນາມ ສປປ ລາວ ເປັນປະເທດປະສານງານ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ; ກອງປະຊຸມລັດຖະ ມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 25; ກອງປະຊຸມລັດຖະມົນຕີ ຕ່າງປະເທດຂອງກອງປະ ຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 14 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດເວທີພາກພື້ນອາຊຽນ ຄັ້ງທີ 31.
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງຈະໄດ້ເປັນເຈົ້າພາບ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາຄູ່ເຈລະຈາຄື: ກອງປະຊຸມລັດຖະມົນຕີ ຕ່າງປະເທດອາ ຊຽນ-ຈີນ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ນູເເວນເຊລັງ; ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ຍີ່ປຸ່ນ; ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອີຣົບ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ສ ເກົາຫລີ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ອິນເດຍ; ກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນ-ຣັດເຊຍ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ຣາຊະອານາຈັກອັງກິດ; ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ອາເມລິກາ ແລະ ກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ-ການາດາ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຈະໄດ້ເປັນປະທານຮ່ວມກອງປະຊຸມ ໃນຂອບແມ່ນໍ້າຂອງຄື: ກອງປະຊຸມລັດຖະມົນຕີ ຕ່າງປະເທດເເມ່ນໍ້າຂອງ-ອາເມລິກາ ຄັ້ງທີ 3; ກອງປະຊຸມລັດຖະມົນຕີ ຕ່າງປະເທດເເມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 15 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດເເມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12.
ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງຈະມີການພົບປະສອງຝ່າຍ ກັບລັດຖະມົນຕີ ຕ່າງປະເທດຂອງປະເທດຕ່າງໆອີກດ້ວຍ.
ໃນໂອກາດກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໃນນາມປະທານອາຊຽນປີ 2024 ຈະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາ ລັດຖະມົນຕີຕ່າງປະ ເທດ ທີ່ມາເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້.
ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະສໍາເລັດໃນຕອນບ່າຍຂອງ ວັນທີ 27 ກໍລະກົດ 2024.
ຂ່າວ: ກຕທ
KPL