ໄຂປິດສະໜາພູເທວະດາ ກຳເນີດແຫລ່ງນໍ້າຕົກຕາດ 42 ແຫ່ງໃນລາວ

18/07/2024 09:44
Email Print 1837
ຂປລ *ໄຂປິດສະໜາປ່າສະຫງວນ ດົງຫົວສາວ ເຊື່ອງຊ້ອນແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫລາຍທີ່ສຸດໃນປະເທດລາວມີເຖິງ 40 ກວ່າແຫ່ງ, ຕັ້ງຢູ່ເຂດພູໄຟເກົ່າໃນ ເມືອງປາກຊ່ອງ ແຂວງຈໍາປາສັກ.

     *ໄຂປິດສະໜາປ່າສະຫງວນ ດົງຫົວສາວ ເຊື່ອງຊ້ອນແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫລາຍທີ່ສຸດໃນປະເທດລາວມີເຖິງ 40 ກວ່າແຫ່ງ, ຕັ້ງຢູ່ເຂດພູໄຟເກົ່າໃນ ເມືອງປາກຊ່ອງ ແຂວງຈໍາປາສັກ. ອີງຕາມຂໍ້ມູນຈາກພະແນກ ຖວທ ແຂວງຈໍາປາສັກ ໄດ້ລາຍງານວ່າແຂວງດ່ັງກ່າວ ໄດ້ສໍາຫລວດ ແລະ ຄົ້ນພົບແຫລ່ງທ່ອງທ່ຽວໃໝ່ໆທີ່ເປັນຂຸມຊັບມໍລະກົດສີຂຽວເປັນນໍ້າຕົກຕາດ 42 ແຫ່ງ ມີຕົ້ນກໍາເນີດຈາກດົງຫົວສາວຄື: 1 ນ້ຳຕົກຕາດຟານ, 2 ນ້ຳຕົກຕາດເຍືອງ, 3 ນ້ຳ ຕົກຕາດຖ້ຳຈຳປີ, 4 ນ້ຳຕົກຕາດອີ່ຕູ້, 5 ນ້ຳຕົກຕາດຄົດ, 6 ນ້ຳຕົກຕາດຍອຍ, 7 ນ້ຳຕົກຕາດລີງໂຕນພະລອດ,

8 ນ້ຳຕົກຕາດຂະມື້ດຕາດເສື່ອ, 9 ນ້ຳຕົກຕາດຫີນພາແດງ, 10 ນ້ຳຕົກຕາດຕາເກັດ,11 ນ້ຳຕົກຕາດສະໜາດ,12 ນ້ຳຕົກຕາດສັກກະລະ,13  ນ້ຳຕົກຕາດພັກອີ່ຄູ້, 14ນ້ຳຕົກຕາດນ້ຳພາກ, 15 ນ້ຳຕົກຕາດຫ້ວຍປີສະແກັດ,16 ນ້ຳຕົກຕາດໄຂ່,17 ນ້ຳຕົກຕາດສະອຽນ, 18 ນ້ຳຕົກຕາດນ້ຳໃສ, 19 ນ້ຳຕົກຕາດເຈັດສັ້ນ, 20 ນ້ຳຕົກຕາດຫົວຊ້າ, 21 ນ້ຳຕົກຕາດໄຄ, 22 ນ້ຳ ຕົກຕາດກ້ວງ, 23 ນ້ຳຕົກຕາດຕາຍິກເສືອຕາດເຜີງ, 24 ນ້ຳຕົກຕາດຫີນຫລັບ, 25 ນ້ຳຕົກຕາດຫ້ວຍເຕີຍ, 26 ນ້ຳຕົກຕາດມ່ວນສອງແມ່ລູກ, 27 ນ້ຳຕົກຕາດໜອງເທືອມ, 28 ນ້ຳຕົກຕາດຄູ່, 29 ນ້ຳຕົກຕາດໜອງເຂືອງ, 30 ນ້ຳຕົກຕາດຫ້ວຍ ສູດ,

31 ນ້ຳຕົກຕາດຖ້ຳເຈຍ, 32 ນ້ຳຕົກຕາດຫ້ວຍພັກກູດ,33 ນ້ຳ ຕົກຫ້ວຍບັງລຽງໃຫຍ່, 34 ນ້ຳຕົກ ຕາດສວນບ້ານລວມສິດຕີ, 35 ນ້ຳ ຕົກຕາດຫ້ວຍນ້ຳປາ, 36 ນ້ຳຕົກ ຕາດຫ້ວຍຈີ້ນ, 37 ນ້ຳຕົກຕາດ ຫ້ວຍຕາດ, 38 ນ້ຳຕົກຕາດຫ້ວຍເຊປຽນ, 39 ນ້ຳຕົກຕາດເຊກຳພໍ, 40 ນ້ຳຕົກຕາດຫ້ວຍຊອຍ, 41 ນ້ຳຕົກຕາດຫ້ວຍເຢັນ, 42 ນ້ຳຕົກຕາດດ່ຽວ.

    ແຕ່ເຖິງແນວໃດກໍດີ ມື້ນີ້ຜູ້ຂຽນໄດ້ນໍາເອົາຕົວຢ່າງນໍ້າຕົກຕາດນໍ້າພາກມາເລົ່າສູ່ຟັງກ່ອນ ເຊິ່ງຕາມຄວາມເຊື່ອຂອງຄົນທ້ອງຖິ່ນອ້າງວ່ານໍ້າຕົກ 40 ກວ່າແຫ່ງນີ້ເກີດມາຈາກຍອດພູເທວະດາໃນເມືອງ ປາກຊ່ອງ. ໃນເມື່ອກ່ອນຕາມການ ບອກເລົ່າໃນນິທານພື້ນບ້ານໄດ້ບັນຍາຍເຖິງຄວາມມະຫັດສະຈັນຢູ່ເຂດພູເທວະດາວ່າເປັນບ່ອນປະທັບຂອງ ທ້າວ ສິນໄຊ ທີ່ໄດ້ຮັບໄຊຊະນະຈາກການຂ້າງູຍັກ ແລະ ຕັດຄໍຍັກກຸມພັນຕາຍທີ່ນີ້ ຈິ່ງເອີ້ນວ່າພູເທວະດາ ແລະ ດົງໜອງຫລວງທີ່ມີຄວາມອຸດົມສົມບູນທີ່ສຸດໃນລາວເຕັມໄປດ້ວຍດອກກຸຫລາບພັນປີ, ປ່າໄມ້ແປກ, ດອກໄມ້ພັນດຶກດໍາບັນ, ຊາກຫີນງູຍັກ, ນໍ້າສ້າງເທວະດາທີ່ອອກບໍ່ ແລະ ໄຫລຕະຫລອດປີຢູ່ເທິງຈອມພູຈົນເກີດເປັນສາຍນໍ້າຫ້ວຍ ແລະ ນໍ້າຕົກຕາດຫລາຍທີ່ສຸດຄ້າຍ ຄື “ຂັ້ນໄດ“ ໄຫລລົງປ່ອງໃສ່ນໍ້າ ຂອງ ໃນເມືອງປະທຸມພອນແຂວງຈໍາປາ ສັກ.ປັດຈຸບັນຈາກສະຖິຕິຂອງ ພະ ແນກ ຖວທ ໄດ້ລາຍງານວ່າ: ມີກຸ່ມ ນັກທ່ອງທ່ຽວຊາວໄທ ເຂົ້າໄປທ່ອງ ທ່ຽວໃນແຂວງຈໍາປາສັກ ສະເລ່ຍ 300-500 ຄົນຕໍ່ອາທິດຜ່ານຊາຍແດນລາວ-ໄທ ຢູ່ດ່ານຊອງເມັກເມືອງໂພນທອງ ແຂວງຈໍາປາສັກ, ຄາດວ່າປີ 2024 ນີ້ແຂວງດັ່ງກ່າວຈະດຶງດູດນັກທ່ອງທ່ຽວໃຫ້ 6-7 ແສນຄົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top