ຮອງນາຍົກລັດຖະມົນຕີ ຕ້ອນຮັບການ ເຂົ້າພົບປະຂອງ ປະທານພັກໂຄເມໂຕະ ຂອງ ຍີ່ປຸ່ນ

12/07/2024 22:53
Email Print 780
ຂປລ ຂປລ. ຕອນເຊົ້າວັນທີ 12 ກໍລະກົດ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ຢາມະກຸຈິ ນັດສຶໂອະ (Mr. YAMAGUCHI Natsuo), ປະທານພັກໂຄເມໂຕະ (Chief Representative of KOMEITO) ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.



ຂປລ. ຕອນເຊົ້າວັນທີ 12 ກໍລະກົດ 2024
, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ຢາມະກຸຈິ ນັດສຶໂອະ (Mr. YAMAGUCHI Natsuo), ປະທານພັກໂຄເມໂຕະ (Chief  Representative of KOMEITO) ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.



ໂອກາດນີ້
, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ປະທານພັກໂຄເມໂຕະ ພ້ອມດ້ວຍຄະນະ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງຖືເປັນຂີດໝາຍສໍາຄັນ ທີ່ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ແມ່ນເປັນການຮັດແໜ້ນການຮ່ວມມື ໃນສາຍພັກຂອງສອງປະເທດ, ທັງຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະແມ່ນຕໍ່ພັກໂຄເມໂຕະ ໃນຖານະເປັນພັກຮ່ວມລັດຖະບານ ແລະ ມີບົດບາດສຳຄັນ ໃນເວທີການເມືອງ ກໍຄື ສະພາສູງຂອງຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ODA ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ, ພິເສດ ກໍແມ່ນການຊ່ວຍເຫຼລືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບເຖິງການກຽມຄວາມພ້ອມຂອງ ສປປ ລາວ ໃນນາມປະທານອາຊຽນ ປີ 2024 ເຊິ່ງກໍາລັງກະກຽມຕ້ອນຮັບ ການນໍາຂັ້ນສູງຂອງບັນດາປະທດເພື່ອນມິດ ລວມທັງຍີ່ປຸ່ນ ກໍຄື ທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນທ້າຍເດືອນກໍລະກົດ ນີ້ ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃນເດືອນຕຸລາ ທີ່ຈະມາເຖິງນີ້ ເພື່ອຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອາຊຽນຕ່າງໆທີ່ກ່ຽວຂ້ອງ.



ພ້ອມກັນນີ້
, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດໄລຍະ 7 ທົດສະວັດ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃນໄລຍະ 10 ປີ ຜ່ານມາ ເຊິ່ງສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືໃນຫລາຍຂົງເຂດ ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະ ນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ໂດຍສະເພາະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງປາງສົງຄາມຢູ່ ສປປ ລາວ ເຊິ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ການຊ່ວຍເຫລືອ ຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ, ລວມທັງການຮ່ວມ ມືດ້ານ ການຊ່ວຍເຫລືອພາກປະຊາສັງຄົມ, ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ຂະແໜງທຸລະກິດ ລາວ ແລະ ຍີ່ປຸ່ນ ຂະຫຍາຍການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ພົ້ນເດັ່ນຂຶ້ນຕື່ມ.



ໂອກາດດຽວກັນນີ້
, ທ່ານ ປະທານພັກໂຄເມໂຕະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານຮອງນາຍົກລັດຖະມົນ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການຢ້ຽມຢາມ ສປປ ລາວ ທີ່ມີແຜນການເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງ ສປປ ລາວ ແລະ ພົບປະກັບ ທ່ານປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ທ່ານອື່ນໆ ເຊິ່ງເປັນໂອກາດອັນດີ ໃນການລົງເລິກປຶກສາຫາລືການພົວພັນຮ່ວມມືດ້ານສາຍພັກ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ສອງຝ່າຍ ຈະສືບຕໍ່ຊຸກຍູ້ພັດທະນາ ການພົວພັນຮ່ວມມືກັນຫລາຍຂຶ້ນ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍຜົນ ການຕົກລົງເປັນເອກະພາບກັນ ໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top