ປະທານປະເທດຫວຽດນາມ ຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ

12/07/2024 22:15
Email Print 2004
ຂປລ ຂປລ. ໃນໂອກາດການຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ວັນທີ 12 ກໍລະກົດ 2024 ນີ້, ສະຫາຍ ໂຕ ເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ ໂດຍການຕ້ອນຮັບຂອງ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ.



ຂປລ. ໃນໂອກາດການຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ວັນທີ 12 ກໍລະກົດ 2024 ນີ້, ສະຫາຍ ໂຕ ເລິມ
  ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ ໂດຍການຕ້ອນຮັບຂອງ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ.



ໂອກາດນີ້
, ທ່ານ ນາງ ວັນເຮືອງ ເພັງຄໍາໄມ ໄດ້ໃຫ້ຮູ້ວ່າ:  ໂຮງຮຽນ ສອງພາສາລາວ-ຫວຽດນາມ ຫງວຽນ ຢູ ກ່ອນໜ້ານີ້ແມ່ນໂຮງຮຽນປະຖົມຫງວຽນຢູ 1 ແລະ ຫງວຽນຢູ 2, ໃນປີ 2005 ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບທຶນຈໍານວນ 500.000 ກວ່າໂດລາສະຫະລັດ ເພື່ອກໍ່ສ້າງໂຮງຮຽນໃນເນື້ອທີ່ 10.379 ຕາແມັດ ທີ່ລັດຖະບານລາວມອບໃຫ້, ປີ 2008 ໄດ້ສໍາເລັດການກໍ່ສ້າງ ແລະ ໄດ້ເປີດນໍາໃຊ້ມາຈົນເຖິງປັດຈຸບັນ. ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແມ່ນໂຮງຮຽນຂອງສະມາຄົມຊາວຫວຽດນາມ, ດໍາເນີນງານພາຍໃຕ້ ການຄຸ້ມຄອງຂອງ ຄະນະບໍລິຫານງານສະມາຄົມ ຊາວຫວຽດນາມ ນະຄອນຫລວງວຽງຈັນ, ພາຍໃຕ້ການຊີ້ນຳໂດຍກົງ ຂອງສະຖານທູດຫວຽດນາມ ປະຈຳລາວ, ປະຕິບັດຕາມທິດທາງວິຊາການຂອງກະຊວງ, ພະແນກ ແລະ ຫ້ອງການສຶກສາທິການ ແລະ ກິລາລາວ, ເປັນໂຮງຮຽນ ທີ່ບັນດາຜູ້ປົກຄອງທັງສອງຊາດ ລາວ-ຫວຽດນາມ ໄດ້ໃຫ້ຄວາມເຊື່ອຖື ແລະ ໄວ້ວາງໃຈ ຝາກລູກຫລານເຂົ້າສຶກສາຮໍ່າຮຽນ ທີ່ໂຮງຮຽນແຫ່ງນີ້ ເພາະບໍ່ພຽງແຕ່ມີພື້ນຖານ ໂຄງລ່າງທີ່ກວ້າງຂວາງ, ສິ່ງອໍານວຍຄວາມສະດວກ ກໍຄື ຄຸນະພາບທາງດ້ານການສຶກສາ ແລະ ການເຄື່ອນໄຫວ ກິດຈະກໍານອກຫລັກສູດອື່ນໆ. ໂຮງຮຽນແຫ່ງນີ້, ຍາມໃດກໍໄດ້ຮັບການສະໜັບສະໜູນ ຊ່ວຍເລຫືອທາງດ້ານວັດຖຸ, ຈິດ ໃຈຈາກພັກ ແລະ ລັດຫວຽດນາມ, ຊາວຫວຽດນາມ ຢູ່ຕ່າງປະເທດ ກໍຄື ບັນດານັກທຸລະກິດຕ່າງໆ, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳ ຢ່າງໃກ້ຊິດ ຂອງສະຖານທູດ ຫວຽດນາມ ປະຈຳລາວ ແລະ ຄະນະບໍລິຫານງານໂຮງຮຽນ, ການສະໜັບສະໜູນ ດ້ານວັດຖຸຂອງລັດຖະບານ ແລະ ບັນດາອົງການພາຍໃນປະເທດ ຫວຽດນາມ, ພ້ອມກັບ ຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງຂອງຄູອາຈານ ໃນຫລາຍປີຜ່ານມາ, ໂຮງຮຽນໄດ້ບັນລຸ ຜົນສໍາເລັດທີ່ໜ້າພູມໃຈ. ໃນສົກຮຽນ 2021-2022 ໂຮງຮຽນໄດ້ຮັບການຄັດເລືອກ ຈາກກະຊວງສຶກສາທິການຂອງສອງປະເທດ ເປັນໂຮງຮຽນທົດລອງສອນ ພາສາຫວຽດນາມ-ລາວ ແຕ່ຊັ້ນ ປ 1 ຫາ ມ7 ເພື່ອເສີມຂະຫຍາຍຮູບແບບ ການສຶກສານີ້ໃນທົ່ວປະເທດລາວ ໃຫ້ຄົນຮຸ່ນໜຸ່ມລາວ ມີຄວາມເຂົ້າໃຈຢ່າງ ເລິກເຊິ່ງ ກ່ຽວກັບມິດຕະພາບທີ່ເປັນມູນເຊື້ອອັນພິເສດ ລະຫວ່າງປະຊາ ຊົນສອງປະເທດ.



ທ່ານ ນາງ ວັນເຮືອງ ເພັງຄໍາໄມ ຍັງກ່າວອີກວ່າ: ການພົບປະຂອງທ່ານປະທານປະເທດ ກັບໂຮງຮຽນໃນມື້ນີ້ ໄດ້ຢືນຢັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ທີ່ມີຕໍ່ປະຊາຊົນຊາວ ຫວຽດນາມຢູ່ຕ່າງປະເທດ ແລະ ລູກຫລານປະຊາຊົນຂອງສອງຊາດ ລາວ-ຫວຽດນາມ. ຕາງໜ້າຄະນະ ອໍານວຍການໂຮງຮຽນ
, ຂໍໃຫ້ຄໍາໝັ້ນສັນຍາວ່າ ຂ້າພະເຈົ້າພ້ອມດ້ວຍພະນັກງານ, ຄູ-ອາຈານ ຈະສືບຕໍ່ເສີມຂະຫຍາຍ ບັນດາຜົນງານທີ່ບັນລຸໄດ້, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ມີຄວາມຕັ້ງໃຈນໍາພາໂຮງຮຽນບັນລຸເປົ້າໝາຍ ເປັນໂຮງຮຽນທີ່ມີ ຄຸນນະພາບການສຶກສາ, ເປັນໂຮງຮຽນທີ່ສະແດງ ໃຫ້ເຫັນນ້ຳໃຈ ມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ, ປະຕິບັດໜ້າທີ່ຂອງຕົນເປັນຜູ້ທູດ ວັດທະນະທຳ ແລະ ເສີມຂະຫຍາຍພາສາຫວຽດນາມ ຢູ່ປະເທດລ້ານຊ້າງທີ່ສວຍງາມແຫ່ງນີ້.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top