ທ່ຽວຊົມຖໍ້ານາງແອນ-ທ້າວຊຽງລຽບ ສະຖານທີ່ສວຍງາມ ຂອງແຂວງຄຳມ່ວນ

11/07/2024 09:50
Email Print 1981
ຂປລ ຖ້ຳນາງແອນ-ທ້າວຊຽງລຽບເປັນສະຖານທີ່ທ່ອງທ່ຽວໜຶ່ງ ທີ່ມີຄວາມສວຍງາມທາງດ້ານທຳມະຊາດ ເຊັ່ນ: ຫີນງອກ, ຫີນຍ້ອຍ ທີ່ສຳຄັນເປັນຖ້ຳທີ່ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດນິຍົມກັນມາທ່ອງທ່ຽວຫລາຍພໍສົມຄວນ.

    *ຖ້ຳນາງແອນ-ທ້າວຊຽງລຽບເປັນສະຖານທີ່ທ່ອງທ່ຽວໜຶ່ງ ທີ່ມີຄວາມສວຍງາມທາງດ້ານທຳມະຊາດ ເຊັ່ນ: ຫີນງອກ, ຫີນຍ້ອຍ ທີ່ສຳຄັນເປັນຖ້ຳທີ່ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດນິຍົມກັນມາທ່ອງທ່ຽວຫລາຍພໍສົມຄວນ. ຖ້ຳດັ່ງກ່າວຕັ້ງຢູ່ເຂດບ້ານພີນເມືອງທ່າແຂກ ຕາມເສັ້ນທາງເລກທີ 12 ສາມາດເດີນທາງໄດ້ສະດວກສະບາຍຫ່າງຈາກເທສະບານ ປະມານ 15 ກິໂລແມັດ. ຖ້ຳນາງແອນ-ທ້າວຊຽງລຽບ ເປັນຖ້ຳທຳມະຊາດທີ່ສວຍງາມກວ້າງໃຫຍ່ ອາກາດຖ່າຍເທດີດ້ານນອກມີປ່າໄມ້ດົກໜາປົກຄຸມທົ່ວບໍລິເວນ, ມີສະຖານທີ່ຮ້ານອາຫານ, ສະຖານທີ່ນັ່ງພັກຜ່ອນຈັດເປັນລະບຽບສວຍງາມເພື່ອໄວ້ໃຫ້ນັກທ່ອງທ່ຽວພັກຜ່ອນ ແລະ ເຂົ້າທ່ຽວຊົມຖ້ຳຕາມແຜນການທ່ອງທ່ຽວ.

    ນອກຈາກນັ້ນ ພາຍໃນຖ້ຳຍັງມີກິດຈະກຳ ລ່ອງເຮືອລອດຖ້ຳຕາມສາຍນ້ຳ ເພື່ອຊົມຄວາມງາມຂອງຫີນງອກ ຫີນຍ້ອຍ ແຕ່ປາກຖ້ຳເບື້ອງຕາເວັນຕົກຫາເບື້ອງຕາເວັນອອກ ແລະ ຍ່າງຊົມຫລັກຖານວິມານຮັກຂອງ ທ້າວ ຊຽງລຽບ ກັບ ນາງແອນ ຜູ້ໂສພາໃຕ້ຜາສາດລາດຊະວັງທີ່ສວຍງາມ. ກິດຈະກຳຂີ່ເຮືອລອດຖ້ຳນາງແອນ ກ່ອນອື່ນຜູ້ນຳທ່ຽວຈະໄດ້ຝຶກອົບຮົມ ຫລື ແນະນຳນັກທ່ອງທ່ຽວ ໃຫ້ຮູ້ກ່ອນເດີນທາງປະມານ 5-10 ນາທີ ເພື່ອຄວາມປອດໄພຕ່າງໆ ສິ່ງສຳຄັນເວລາຂີ່ເຮືອຕ້ອງໄດ້ໃສ່ເສື້ອຊູຊີບກ່ອນອອກເດີນທາງທຸກຄັ້ງ. ເຮືອລຳໜຶ່ງສາມາດຂີ່ໄດ້ປະມານ 4-5 ຄົນລວມ ທັງຜູ້ນຳທ່ຽວດ້ວຍເວລາໄປ ແລະ ກັບປະມານ 2-3 ຊ່ົວໂມງ. ພາຍໃນຖ້ຳໄດ້ຕິດຕັ້ງໄຟເປັນຈຸດເປັນຍ່ານ ແລະ ອາກາດພາຍໃນຖ້ຳລຸໂລ່ງເຢັນດີ, ມີຫີນງອກຫີນຍ້ອຍຊໍຊ້ອງຕາມເພດານສະຫລັບຊັບຊ້ອນຢ່າງມະຫັດສະຈັນ ແລະ ສວຍງາມເປັນທີ່ປະທັບໃຈສຳລັບຜູ້ທີ່ມາພົບເຫັນ. ກິດຈະກຳຂີ່ເຮືອລອດຖ້ຳຈະມີແກ້ງຈຸດໜຶ່ງ ທີ່ນັກທ່ອງທ່ຽວຕ້ອງໄດ້ລົງຍ່າງປະມານ 10 ແມັດ ເພື່ອລາກເຮືອຂ້າມແກ້ງ ຈາກນັ້ນກໍຂີ່ເຮືອຕໍ່ຈົນເຖິງຈຸດໝາຍເບື້ອງຕາເວັນອອກ ເປັນປາກຖ້ຳທີ່ເບື້ອງນາງແອນດູແລ ຮັກສາຕາມສັນຍາຄັ້ງມີລົມຫາຍໃຈ, ໂດຍໄດ້ລະບຸວ່າ: ຖ້າຝ່າຍຊາຍ ຫລື ຝ່າຍຍິງສິ້ນລົມຫາຍໃຈຈາກໂລກນີ້ໄປຕ້ອງເອົາສົບໄປຝັງໄວ້ປາກຖ້າທັງສອງເບື້ອງ.

   ດັ່ງນັ້ນ ປາກຖ້ຳເບື້ອງຕາເວັນຕົກ ຈຶ່ງເປັນຈຸດຝັງສົບທ້າວ ຊຽງລຽບ, ສ່ວນປາກຖ້ຳເບື້ອງຕາເວັນອອກເປັນຈຸດຝັງສົບຂອງນາງ ແອນ ເພື່ອວ່າທັງສອງຈະໄດ້ດູແລຖ້ຳອັນປຽບ ເໝືອນຜາສາດລາດຊະວັງຂອງຕົນສືບຕ່ໍໄປ ເຖິງຈະໄປຢູ່ເມືອງຍົມມະໂລກແລ້ວກໍຕາມ, ດ້ວຍເຫດນັ້ນຢູ່ປາກຖ້ຳເບື້ອງຕາເວັນອອກ ຈຶ່ງມີຫລາຍສິ່ງຫລາຍຢ່າງທ່ີເປັນຫລັກຖານ ທີ່ກ່ຽວກັບຄວາມຮັກຄວາມຜູກພັນ ເຊັ່ນ: ສັນຍາລັກເໝືອນຮູບໜູນີຂອງ ນາງ ແອນ ທີ່ເຫັນໄດ້ຢ່າງເຊັດເຈັນ, ນອກຈາກນັ້ນບັນດາໂງ່ນຫີນທີ່ຊໍຊ້ອງຢູ່ນັ້ນ ມີບາງໂງ່ນກໍຄ້າຍ ເໝືອນດອກໄມ້ເງິນ-ດອກໄມ້ຄຳ, ຊຶ່ງປຽບເໝືອນບໍລິເວັນດັ່ງກ່າວເປັນສະຖານທີ່ສົ່ງສະການ, ເປັນສະຖານທີ່ຈັດງານບຸນທີ່ມີຜູ້ຄົນນຳດອກໄມ້ທູບທຽນມາບູຊາ, ຖັດຈາກນັ້ນກໍມີພາເຂົ້າໃຫຍ່, ມີເພັດພອຍທີ່ເປັນສົມບັດຂອງນາງແອນ, ໂດຍຜູ້ພາທ່ຽວໄດ້ອະທິບາຍຢ່າງລະອຽດຄົບຖ້ວນພໍສົມຄວນ. ພິເສດແມ່ນມີນ້ຳທ່ຽງສັກສິດໄຫລຕະຫລອດທັງປີຊຶ່ງນັກທ່ອງທ່ຽວທັງຫລາຍເມື່ອມາ ເຖິງຈຸດນີ້ສາມາດກາບໄຫວ້ບູຊາຕາມຄວາມເຊ່ືອ ແລະ ສາມາດດ່ືມນ້ຳສັກສິດເພື່ອຫວັງປະໂຫຍດໂຊກລາບ, ຫາຍຈາກພະຍາດໂລຄາຈາກ (ຕາມຄວາມເຊື່ອສ່ວນບຸກຄົນນັ້ນເອງ). ປາກຖ້ຳເບື້ອງຕາເວັນອອກບໍ່ກວ້າງເທົ່າເບື້ອງ ຕາເວັນຕົກເມື່ອມາເຖິງຈຸດນີ້ ຈະສັງເກດເຫັນທຳມະຊາດປ່າໄມ້ຂຽວງາມ. ຖ້າຢ້ອນອະດີດໄປກັບນິທານ ສະຖານທີ່ດັ່ງກ່າວ, ຈະເປັນບ່ອນນັ່ງຊົມສວນອຸທິຍານຂອງທ້າວຊຽງລຽບ ກັບ ນາງ ແອນ ທີ່ອຸດົມສົມບູນໄປດ້ວຍສັດສາວາ ສິ່ງຕ່າງໆຫລາກຫລາຍສາຍພັນ.

    ສ່ວນກິດຈະກຳຍ່າງຊົມຫລັກຖານວິມານຮັກ ທ້າວຊຽງລຽບ ນາງແອນ ຜູ້ໂສພາໃຕ້ຜາສາດລາດຊະວັງທີ່ໂອໂຖ ພໍເຂົ້າປາກຖ້ຳຈະຍ່າງເລາະລຽບຕາມຂັ້ນ ໄດເບື້ອງຂວາມື ແລະ ຍ່າງລອດເຂົ້າມາເຖິງດ້ານໃນ ຈຸດທຳອິດແມ່ນບ່ອນກາບໄຫວ້ ຫລື ບ່ອນບູຊາຮູບບັ້ນ ນາງ ແອນ ເພື່ອເປັນສິລິມຸງຄຸນໃນການທ່ອງທ່ຽວ ຈາກນັ້ນກໍສາມາດທ່ຽວຊົມຫີນງອກຫີນຍ້ອຍ ແລະ ກາບໄຫວ້ສານພະພູມຢູ່ພາຍໃນຖ້ຳ ແລະ ຂໍພອນຕ່າງໆຕາມຄວາມເຊື່ອ. ໂອກາດນີ້, ຄໍລຳທ່ອງທ່ຽວເມືອງລາວ ຂໍຝາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາແວະຊົມ ຫລື ມາທ່ອງທ່ຽວຂໍໃຫ້ຊ່ວຍກັນຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ ຫລື ຖ້າມີຄວາມຈຳເປັນຕ້ອງນຳໄປຖິ້ມຢູ່ຈຸດທີ່ທາງຄະນະຮັບຜິດຊອບຈັດສັນໄວ້ໃຫ້. ທັງນີ້, ກໍເພື່ອເຮັດໃຫ້ສະຖານທີ່ທ່ອງທ່ຽວດັ່ງກ່າວມີຄວາມສວຍສົດງົດງາມ, ບໍ່ທຳລາຍສະພາບແວດລ້ອມ ແລະ ຍືນຍົງຕະຫລອດໄປ. ດ້ວຍຄວາມປາດຖະໜາດີຈາກຄໍລໍາທ່ອງທ່ຽວເມືອງ ລາວ ກໍຄື ບໍລິສັດ ເບຍລາວ ເບຍຂອງຄົນລາວຄົນທີ່ຈິງໃຈ.

ບົດໂດຍ: ມະນີລັດ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top