ເມືອງຄຳເກີດ ປັກດຳເຂົ້ານາປີ ສຳເລັດ 60%

10/07/2024 17:14
Email Print 896
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມືອງຄຳເກີດ ແຂວງບໍລິຄຳໄຊ ມີເນື້ອທີ່ປູກເຂົ້ານາປີທັງໝົດ 6.893 ເຮັກຕາ, ມາຮອດປັດຈຸບັນ ກະສິກອນ ສາມາດປັກດຳເຂົ້ານາປີ ສຳເລັດແລ້ວ 4.135,8 ເຮັກຕາ

  

   ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມືອງຄຳເກີດ ແຂວງບໍລິຄຳໄຊ ມີເນື້ອທີ່ປູກເຂົ້ານາປີທັງໝົດ 6.893 ເຮັກຕາ, ມາຮອດປັດຈຸບັນ ກະສິກອນ ສາມາດປັກດຳເຂົ້ານາປີ ສຳເລັດແລ້ວ 4.135,8 ເຮັກຕາ, ເທົ່າກັບ 60% ຂອງເນື້ອທີ່ທັງໝົດ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດນີ້.
   ທ່ານ ວັນນະເສີມ ແກ້ວປັນຍາ ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ໃຫ້ສຳພາດ ເມື່ອບໍ່ດົນມານີ້ວ່າ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວນີ້ ເພື່ອເປັນການຊຸກຍູ້ສົ່ງເສີມການປູກເຂົ້ານາປີ ກໍຄືການປູກພືດລະດູຝົນ
ໃຫ້ເປັນຂະບວນການຟົດຟື້ນ ທັງນີ້, ກໍແມ່ນເພື່ອເຮັດໃຫ້ພາຍໃນເມືອງມີເຂົ້າກຸ້ມກິນ ພ້ອມທັງເປັນສິນຄ້າສົ່ງອອກ. ສຳລັບແຜນສູ້ຊົນ ສະມັດຕະພາບການປູກເຂົ້ານາປີທີ່ວາງໄວ້ໃນແຜນ 5 ປີ ຂອງກອງປະຊຸມໃຫຍ່ໜ່ວຍພັກຫ້ອງການ ແມ່ນໃຫ້ໄດ້ 4,5 ໂຕນ/ເຮັກຕາ ທຽບໃສ່ປີຜ່ານມາໄດ້ 4,1 ໂຕນ/ເຮັກຕາ. ສ່ວນວຽກງານໃນການຊຸກຍູ້ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ພະນັກງານວິຊາສະເພາະ ລົງເຄື່ອນໄຫວຕິດຕາມ ຢ່າງຕໍ່ເນື່ອງນັບມື້ຕົກກ້າ, ປັກດໍາ ແລະ ການບົວຮັກສາ, ການໃສ່ຝຸ່ນ-ປຸ໋ຍ ລວມເຖິງວຽກງານປ້ອງພະຍາດຂອງພືດ. ນອກນີ້, ວຽກງານການສະໜອງນໍ້າ ກໍເປັນວຽກງານໜຶ່ງ ທີ່ນອນໃນແຜນຕ້ານແລ້ງຕ້ານຖ້ວມ, ເຊິ່ງຄະນະຫ້ອງການ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ປຸກລະດົມຂົນຂວາຍ ກະສິກອນ ອະນາໄມອ່າງຮັບນໍ້າ, ຄອງລະບາຍນໍ້າ ເພື່ອສະໜອງນໍ້າເຂົ້ານາ. ທົ່ວເມືອງມີຊົນລະປະທານທັງໝົດ 314 ແຫ່ງ ສາມາດສະໜອງນໍ້າໃນລະດູຝົນໄດ້ 3.543 ເຮັກຕາ.
  ທ່ານ ວັນນະເສີມ ແກ້ວປັນຍາ ກ່າວຕື່ມວ່າ: ສຳລັບການປູກພືດລະດູຝົນ ແຜນການທີ່ວາງໄວ້
4.699 ເຮັກຕາ ຮອດປັດຈຸບັນ ປະຕິບັດໄດ້ 3.524,2 ເຮັກຕາ ເທົ່າກັບ 75% ໃນນີ້, ພືດທີ່ເດັ່ນກວ່າໝູ່ ແມ່ນມັນຕົ້ນ ກວມເອົາ 90% ຮອງລົງມາແມ່ນສາລີ, ໝາກນັດ, ໝາກເຜັດ, ຖົ່ວດິນ ແລະ ພືດຜັກອື່ນໆ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ປູກຜັກເຮືອນຮົມ ຢູ່ບ້ານນາຫາດ ໃຫ້ມີການຜະລິດຢ່າງຕໍ່ເນື່ອງ ທັງໃນລະດູແລ້ງ ແລະ ລະດູຝົນ. ປັດຈຸບັນໄດ້ ຂະຫຍາຍເຮືອນຮົມປູກຜັກ ຢູ່ບ້ານວັງຜາ ກຳນົດກຸ່ມປູກຜັກ ໄດ້ 10 ຄອບຄົວ ພ້ອມທັງຈັດສົ່ງວິຊາການນໍາພາ ສ້າງເຮືອນຮົມ ສໍາເລັດແລ້ວ 07 ຫລັງ ແລະ ບ້ານປຸ່ງປ່າຕ່າວ 36 ຫລັງ 18 ຄອບຄົວ. ສ່ວນການປູກຢາງພາລາ ໃນທົ່ວເມືອງເຫັນວ່າເປັນຂະບວນຟົດຟື້ນ ແລະ ມີເນື້ອທີ່ປູກເພີ່ມຂຶ້ນ, ໃນປີ 2023 ເນື້ອທີ່ປູກຢ່າງພາລາມີ 223 ເຮັກຕາ ແລະ ຄາດວ່າໃນປີ 2024 ຈະມີເນື້ອທີ່ປູກຢາງພາລາເພີ່ມຂຶ້ນ ປະມານ 280-300 ເຮັກຕາ ໂດຍໄດ້ເປັນທ່າແຮງໜຶ່ງ ໃນການສ້າງລາຍຮັບໃຫ້ກະສິກອນ ໃນຕໍ່ໜ້າ. ສຳລັບແຜນຊຸກຍູ້ ແມ່ນສຸມໃສ່ ບ້ານທີ່ເປັນເຂດພູດອຍ ເຊັ່ນ: ບ້ານແກ້ວແສນຄໍາ ແລະ ບ້ານທ່າສາລາ.

ຂ່າວ: ສີວັນ
KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top