ກະຊວງປ້ອງກັນປະເທດ ປະກາດ ເລື່ອນຊັ້ນໃຫ້ນາຍທະຫານການນຳຂັ້ນສູງ

08/07/2024 18:01
Email Print 384
ຂປລ ຂປລ. ພິທີປະກາດການເລື່ອນຊັ້ນ ນາຍທະຫານຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ຈຳນວນ 2 ສະ ຫາຍ ຈັດ​ຂຶ້ນ​ໃນວັນທີ 8 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະ ຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີການນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍນາຍທະ ຫານການນໍາຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.



ຂປລ. ພິທີປະກາດການເລື່ອນຊັ້ນ ນາຍທະຫານຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ຈຳນວນ
2 ສະ ຫາຍ ຈັດ​ຂຶ້ນ​ໃນວັນທີ 8 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະ ຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີການນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍນາຍທະ ຫານການນໍາຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.




ໃນ​ພິທີ, ສະຫາຍ ດອນ ໄພວົງ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການເລື່ອນຊັ້ນ ນາຍທະຫານຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ ​ໂດຍ​ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ
2015) ມາດຕາ 67 ຂໍ້ 6, ອີງຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018, ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 18 ມິຖຸນາ 2024, ປະທານປະເທດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ຕົກລົງເລື່ອນຊັ້ນ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ  ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນຕີ.




ໂອກາດນີ້
, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫລາຍບັນຫາສຳຄັນ ຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ນາຍທະ ຫານແຕ່ລະສະຫາຍ ສືບຕໍ່ຝຶກຝົນຫລໍ່​ຫລອມຕົນເອງໃນທຸກດ້ານ, ພ້ອມກັນຍົກສູງ ຄວາມຮັບຜິດຊອບ ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມ ຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິ ບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນ ໝູ່ຄະນະ, ແບບແຜນວິທີ ເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.

ຂ່າວ: ປູນາ ສຸດທະວົງ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top