ຂປລ
ຂປລ. ໃນລະຫວ່າງວັນທີ 4- 5 ກໍລະກົດ 2024 ທີ່ຜ່ານມາ, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍເຈິ່ນ ລືວ ກວາງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາກະຊວງ, ຂະແໜງ ການທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນຂອງຫວຽດນາມ ເຊິ່ງສອງຝ່າຍໄດ້ ປຶກສາຫາລືກ່ຽວກັບບັນ ດາມາດຕະການລະອຽດ ໃນການຜັນຂະຫຍາຍຂໍ້ຕົກລົງ ຂອງການນໍາຂັ້ນສູງສອງປະເທດ ກໍຄື ຜົນຂອງກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການຮ່ວມມື ລະຫວ່າງ ສອງລັດຖະບານ, ພ້ອມທັງຕີລາຄາສູງຕໍ່ໝາກຜົນ ທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ ໂດຍສະເພາະ ການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ການເພີ່ມທະວີການແລກປ່ຽນ ຄະນະຜູ້ແທນເຊິ່ງກັນ ແລະ ກັນ. ພິເສດ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງ ສະຫາຍ ໂຕ ເລີ່ມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ຈະມີຂຶ້ນໃນກາງ ເດືອນກໍລະກົດ 2024 ນີ້ ແລະ ປຶກສາຫາລື ເພື່ອຊອກຫາຊ່ອງທາງ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນ ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການພັດທະນາທ່າທຽບເຮືອຫວຸງອ່າງ, ການເຊື່ອມໂຍງທາງດ້ານຄົມມະນາຄົມ (ທາງບົກ, ທາງລົດໄຟ), ເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາ-ວັດທະນະທຳ ແລະ ສາທາລະ ນະສຸກ ລວມທັງການແລກປ່ຽນ ລະຫວ່າງ ປະຊາຊົນສອງຊາດ. ນອກຈາກນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
KPL