ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ

08/07/2024 12:59
Email Print 296
ຂປລ ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ




ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ
7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້
, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງ ນວ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງ ນວ ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບ ດໍາເນີນກອງປະຊຸມອາຊຽນ ຂອງ ນວ. ພ້ອມທັງພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ນວ; ຮັບຟັງການລາຍງານບາງບັນຫາສໍາຄັນພື້ນຖານ ເຊັ່ນ: ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍ ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີເພຍລາດ-ສະຖານີໄຟຟ້າ ນາຊາຍທອງ, ຮັບຟັງການລາຍງານກ່ຽວກັບ ມາດຕະການໃນ ການຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ ຢູ່ ນວ, ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີເກີດ, ຮັບຟັງການລາຍງານ ກ່ຽວກັບມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງຢູ່ ນວ; ຮັບຟັງການລາຍງານກ່ຽວກັບ ການດໍາເນີນ ການຈັດຕັ້ງ ປະຕິບັດການຜັນຂະຫຍາຍ ແລະ ຊຸກ ຍູ້ສົ່ງເສີມການທ່ອງທ່ຽວ; ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດການຊົດເຊີຍ ໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການ ພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ; ຮັບຟັງການລາຍງານ ກ່ຽວກັບມາດຕະການຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ສາມາດຕອບສະໜອງ ສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າ ຈາກພາຍນອກຢູ່ ນວ; ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ການລົບລ້າງໃບຕາດິນ 16 ຕອນ ທີ່ນອນໃນເຂດໂຄງການພັດທະນາ ສຳປະທານບຶງສາລາຄໍາ ຂອງບໍລິສັດມິດຕະພາບ ພັດທະນາການກະເສດ ຈຳກັດ ຢູ່ເມືອງຫາດຊາຍຟອງ; ຮັບຟັງ ການລາຍງານ ການເກັບກຳຂໍ້ມູນການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນ ແຫ່ງຊາດພູພະນັງ; ຮັບຟັງການລາຍງານ ກ່ຽວກັບວຽກງານທີ່ຕິດພັນກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ນວ. ພ້ອມນີ້, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້; ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝ ສາມັນເທື່ອທີ 6 ຂອງສະພາປະຊາ ຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2023 ແລະ ແຜນ ການຈຸດສຸມປີ 2024 ຂອງອົງການ ໄອຍະການປະຊາຊົນ ແລະ ສານປະຊາຊົນ ພາກກາງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດ ຄໍາຕັດສິນຂອງສານໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮີບເປັນຂອງລັດ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນວ ຕິດພັນກັບແຜນການເຄື່ອນໄຫວ ພົບປະປະຊາຊົນ ແລະ ເຜີຍ ແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II. ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງ ບາງບັນຫາພົ້ນເດັ່ນ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງຍົກຂຶ້ນ ຫລື ຄຳຊັກຖາມ ໃນກອງປະຊຸມ ຂອງອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ຕື່ມອີກ.



ທ່ານ ອານຸພາບ ຕຸນາລົມ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ
6 ເດືອນຕົ້ນປີ 2024 ອົງຄະນະພັກ ຄະນະປະຈຳສະພາປະຊາຊົນ ກໍຄື ອົງການປົກຄອງ ນວ ໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ 2024 ທີ່ສະພາປະຊາ ຊົນຮັບຮອງເອົາ ໃຫ້ມີຄວາມຄືບໜ້າດີພໍສົມຄວນ ມີບາງຄາດໝາຍ ກໍພວມສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸໃນທ້າຍປີ ເຊິ່ງສາມາດຕີລາຄາໄດ້ວ່າ ນວ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ການພັດທະນາເສດ ຖະກິດ-ສັງຄົມ ແມ່ນສືບຕໍ່ມີທ່າອ່ຽງດີຂຶ້ນ ແລະ ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top