ຄະນະທີ່ປຶກສາວຽກງານສາສະໜາ ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

26/06/2024 07:44
Email Print 408
ຂປລ ຂປລ. ກົມສາສະຫນາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະທີ່ປຶກສາວຽກງານສາສະໜາ ຈັດກອງປະຊຸມສະຫລຸບ ວຽກນງານການເຄື່ອນໄຫວ ຂອງຄະນະທີ່ປຶກສາວຽກງານສາສະໜາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2024 ໃນວັນທີ 24 ມິຖຸນາ 2024 ຜ່ານມາ



ຂປລ. ກົມສາສະຫນາ ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະທີ່ປຶກສາວຽກງານສາສະໜາ ຈັດກອງປະຊຸມສະຫລຸບ ວຽກນງານການເຄື່ອນໄຫວ ຂອງຄະນະທີ່ປຶກສາວຽກງານສາສະໜາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2024 ໃນວັນທີ 24 ມິຖຸນາ 2024 ຜ່ານມາ
 ໂດຍການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກສາສະໜາ
, ມີທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານບໍ່ປະຈຳການ ສນຊ, ຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ, ມີຄະນະທີ່ປຶກສາ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານຂອງກົມສາສະໜາ ສນຊ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫລຸບລາຍງານການເຄື່ອນໄຫວວຽກງານ ຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ກ່ຽວກັບວຽກງານສາສະໜາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ໂດຍຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ ເປັນຕົ້ນ ການລະດົມທຶນ ບູລະນະສ້ອມແປງທາງ ຢູ່ເມືອງກວັນ ແຂວງຫົວພັນ 12 ບ້ານ ແລະ ປະກອບສ່ວນວຽກງານອື່ນໆ; ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການເຄື່ອນ ໄຫວວຽກງານຕ່າງໆ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງກ່ຽວກັບ ຮ່າງບົດລາຍງານ ຕີລາຄາການຈັດຕັ້ງປະຕິບັດວຽກງານສາສະໜາ ຂອງແນວລາວສ້າງຊາດ ເພື່ອລາຍງານຕໍ່ຄະນະເລຂາທິການສູນກາງພັກ.



ໂອກາດນີ້
, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ພົ້ນເດັ່ນ ຂອງຄະນະທີ່ປຶກສາຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ກົມສາສະໜາສືບຕໍ່ປະສານສົມທົບ ແລະ ຂໍຄໍາປຶກສາຈາກບັນດາ ທ່ານຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ເພື່ອເຮັດໃຫ້ວຽກງານ ທີ່ຍັງຄົງຄ້າງປະສົບຜົນສຳເລັດ; ບັນດາແຜນວຽກຂອງຄະນະ ທີ່ປຶກສາວຽກງານສາສະໜາ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ ຕ້ອງສ້າງເປັນແຜນການລະອຽດ ໃນແຕ່ລະໜ້າວຽກ ເພື່ອສາມາດຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ ແລະ ຄະນະທີ່ປຶກສາ ຈົ່ງສືບຕໍ່ຮັກສາມູນເຊື້ອ ໃນການເປັນທີ່ປຶກສາທີ່ດີ ແລະ ປະຕິບັດໄດ້ 4 ຄຸນລັກສະນະໃຫ້ກາຍເປັນ ຮູບປະທຳໃຫ້ຫລາຍຂຶ້ນ.

ຂ່າວ-ພາບ: ສນຊ

KPL

ຂ່າວອື່ນໆ

ads
ads

Top