ອາຊຽນ ປາຍທາງການທ່ອງທ່ຽວຍອດນິຍົມ

24/06/2024 19:37
Email Print 1261
ຂປລ 10 ປະເທດສະມາຊິກອາຊຽນຍັງແມ່ນຈຸດໝາຍປາຍທາງຍອດນິຍົມ, ຄ່າຄອງຊີບຖືກ ແລະ ມີຄວາມປອດໄພສູງສໍາລັບນັກທ່ອງທ່ຽວທົ່ວໂລກຢາກມາສໍາຜັດ ແລະ ຄົ້ນຫາ ຂະນະທີ່ເວັບໄຊຊີເຊຍ.

     *10 ປະເທດສະມາຊິກອາຊຽນຍັງແມ່ນຈຸດໝາຍປາຍທາງຍອດນິຍົມ, ຄ່າຄອງຊີບຖືກ ແລະ ມີຄວາມປອດໄພສູງສໍາລັບນັກທ່ອງທ່ຽວທົ່ວໂລກຢາກມາສໍາຜັດ ແລະ ຄົ້ນຫາ ຂະນະທີ່ເວັບໄຊຊີເຊຍ (seasia.com) ໄດ້ລາຍງານວ່າອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຍັງສືບຕໍ່ເປັນບ່ອນທ່ອງທ່ຽວໄດ້ຮັບການຈັດອັນດັບໃຫ້ຄະແນນ ວ່າກຸ່ມປະເທດເຫລົ່ານີ້ມີຄ່າຄອງຊີບຖືກຖ້າປຽບທຽບກັບທະວີບ ແລະ ຂົງເຂດອື່ນໆໃນໂລກ. ຂະນະທີ່ Insider Monkey ເວັບໄຊກ່ຽວກັບການເງິນຂອງອາເມລິກາ ໄດ້ຈັດອັນດັບໃຫ້ມາ ເລເຊຍເປັນປະເທດທ່ີດຶງດູດນັກທ່ອງທ່ຽວໄປທ່ຽວໄດ້ຫລາຍທີ່ສຸດໃນ ອາຊີຈາກການຈັດອັນດັບຈໍານວນທັງໝົດ 20 ປະເທດ ແລະ ເຂດແຄວ້ນຮອງລົງມາແມ່ນໄຕ້ຫວັນ, ສິງກະໂປ, ຍີ່ປຸ່ນ.

    ສຳລັບຕົວຊີ້ວັດທີ່ນຳມາໃຊ້ຈັດອັນດັບໄດ້ນໍາເອົາຂໍ້ມູນຈາກຄວາມໜ້າເຄົາລົບ, ຄວາມເປັນມິດ ແລະ ສຳລັບຕົວຊີ້ວັດທີ່ນຳມາໃຊ້ຈັດອັນດັບ ໄດ້ນໍາເອົາຂໍ້ມູນຈາກຄວາມໜ້າເຄົາລົບ, ຄວາມເປັນມິດ ແລະ ມາເລເຊຍ ເປັນຈຸດໝາຍປາຍທາງຍອດນິຍົມ ສຳລັບນັກທ່ອງທ່ຽວ ທີ່ຕ້ອງການຢາກສໍາຜັດດ້ານວັດທະນະທຳ  ແລະ ຮີດຄອງປະເພນີ  ທີ່ຫລາກຫລາຍ, ການເປັນເຈົ້າພາບທີ່ດີ  ແລະ ຄວາມເປັນມິດຂອງປະຊາຊົນ ໄດ້ຊ່ວຍຊຸກຍູ້ການທ່ອງທ່ຽວ  ດັ່ງກ່າວມີຄວາມສໍາເລັດ ແລະ ເຮັດໃຫ້ການເດີນທາງໄປປະເທດ ນີ້ມີປະສົບການທີ່ໜ້າຈົດຈໍາສໍລັບຜູ້ທີ່ໄປຢ້ຽມຢາມ ໂດຍໃນປີ 2023 ຜ່ານມາມາເລເຊຍ  ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 29 ລ້ານຄົນ,  ຖືເປັນຈຸດໝາຍປາຍທາງຍອດນິຍົມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.

ອີກທັງເມື່ອບໍ່ດົນມານີ້, ມາເລເຊຍ  ຍັງໄດ້ຜ່ອນຜັນຂໍ້ກຳນົດວີຊາໃຫ້ແກ່ນັກທ່ອງທ່ຽວ ຈາກປະເທດເສດຖະກິດທີ່ພັດເຂັ້ມແຂງສຳຄັນເຊັ່ນ ຈີຈີ, ອິນເດຍ ແລະ ປະເທດ ອື່ນໆທີ່ມີທ່າແຮງ.


ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top