ຮ່ວມໃຈໃຫ້ຂໍ້ມູນແກ່ນັກເດີນສຳຫລວດດ້ວຍຄວາມຈິງໃຈ

24/06/2024 19:22
Email Print 1114
ຂປລ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປ ລາວ ຄັ້ງ ທີ V ຈະເລີ່ມຂຶ້ນໃນປີ 2025 ຊຶ່ງປັດຈຸບັນໄດ້ສຳເລັດການທົດລອງໃນ 4 ແຂວງເປ້ົາໝາຍແລ້ວ ຊ່ຶງຂ້ໍມູນສະຖິຕິທາງດ້ານພົນລະເມືອງ ແມ່ນຂໍ້ມູນໜ່ຶງທ່ີມີຄວາມສຳຄັນ ແລະ ຈຳເປັນທ່ີ ສຸດສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ.

   *ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປ ລາວ ຄັ້ງ ທີ V ຈະເລີ່ມຂຶ້ນໃນປີ 2025 ຊຶ່ງປັດຈຸບັນໄດ້ສຳເລັດການທົດລອງໃນ 4 ແຂວງເປ້ົາໝາຍແລ້ວ ຊ່ຶງຂ້ໍມູນສະຖິຕິທາງດ້ານພົນລະເມືອງ ແມ່ນຂໍ້ມູນໜ່ຶງທ່ີມີຄວາມສຳຄັນ ແລະ ຈຳເປັນທ່ີ ສຸດສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016- 2025 ແລະ ວິໄສທັດຮອດປີ 2030.

    

    ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນໜຶ່ງ ກິດຈະກໍາຂະໜາດໃຫຍ່ ແລະ ມີຄວາມສະຫລັບຊັບຊ້ອນທີ່ສຸດຂອງປະເທດ, ເປັນກິດຈະກໍາທີ່ນັບພົນລະເມືອງທຸກຄົນ ຜ່ານການດໍາເນີນກິດຈະກໍາຕາມລໍາດັບຢ່າງເຄັ່ງຄັດ. ສະນັ້ນ, ຄວາມຊັກຊ້າໃນການຈັດຕັ້ງປະຕິບັດກິດຈະກໍາໃດໜຶ່ງ ກໍຈະມີຜົນກະທົບຕໍ່ການດໍາເນີນກິດຈະກໍາອື່ນຕາມລຳດັບ. ສະນັ້ນ, ທຸກໆຂະແໜງການ ແລະ ທຸກໆຄົນຕ້ອງມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນຂະບວນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໂດຍການສະຕອບຄຳຖາມ ແລະ ໃຫ້ຂໍ້ມູນ ທີ່ຖືກຕ້ອງແກ່ນັກເດີນສຳຫລວດ.

    ບັນດາຂໍ້ມູນທີ່ຖືກຕ້ອງ ທີ່ໄດ້ຈາກ ການສຳຫລວດເປັນສິ່ງສຳຄັນຕໍ່ອະນາຄົດຂອງປະເທດຊາດ. ບັນດາຂໍ້ມູນທີ່ໄດ້ຈະນຳໃຊ້ເພື່ອຕິດຕາມ ສະຖານະການຂອງກຸ່ມທີ່ມີຄວາມສ່ຽງທີ່ສຸດ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງໃນ ສປປ ລາວ ເພື່ອຮັບປະກັນສິດທິ, ກຽດສັກສີ ແລະ ສະຫວັດດີການສັງຄົມທ່າມກາງສະພາບຄວາມຫຍຸ້ງຍາກ ແລະ ທ້າທາຍໃນປັດຈຸບັນ. ຜ່ານມາລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ເປັນຕົ້ນມາ, ຄັ້ງຫລ້າສຸດແມ່ນປີ 2015 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ ເປັນໃຈກາງໃນການຈັດຕັ້ງປະຕິບັດ ພາຍໃຕ້ການປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການ ແລະ ຄູ່ຮ່ວມພັດທະນາ.

    ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວໄດ້ສະໜອງ ຂໍ້ມູນທີ່ຈຳເປັນພື້ນຖານທາງດ້ານພົນລະເມືອງເຊັ່ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບ ສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການຍົກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລິການດ້ານສັງຄົມອື່ນໆ ຊຶ່ງເປັນຂໍ້ມູນທີ່ສຳຄັນສຳລັບການຕິດຕາມ ແລະ ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top