ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການຜະລິດກະສິກຳ ຢູ່ແຂວງອັດຕະປື

24/06/2024 12:45
Email Print 371
ຂປລ ຂປລ. ພາຍຫລັງສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງເຊກອງ, ໃນຕອນບ່າຍ ວັນທີ 21 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມ ແລະ ຊຸກຍູ້ວຽກງານການຜະລິດກະສິກຳ ຢູ່ແຂວງອັດຕະປື ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.



ຂປລ. ພາຍຫລັງສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງເຊກອງ, ໃນຕອນບ່າຍ ວັນທີ 21 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມ ແລະ ຊຸກຍູ້ວຽກງານການຜະລິດກະສິກຳ ຢູ່ແຂວງອັດຕະປື ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.


ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມພື້ນຖານການຜະລິດ ຢູ່ເມືອງ ສະໜາມໄຊ ເປັນຕົ້ນ: ໂຄງການປູກໝາກຖົ່ວລຽນ ຂອງບໍລິສັດ ຮົງກົງທຽນຊື່ ໃນເນື້ອທີ່ 4.514 ເຮັກຕາ ໂດຍໄດ້ພັດທະນາແລ້ວ 1.500 ເຮັກຕາ; ໂຄງການປູກໝາກຖົ່ວລຽນ ແລະ ໝາກມີ້ ຂອງບໍລິສັດ ຈີນໂກລາວ ໃນເນື້ອທີ່ 2​ ຈຸດ ລວມເກືອບ 200 ເຮັກຕາ; ໂຄງການປູກໝາກຖົ່ວລຽນ ຂອງບໍລິສັດ ອາຊີພັດທະນາກະສີກໍາ ໃນເນື້ອທີ່ 830 ເຮັກຕາ ແລະ  ໂຄງການປູກໝາກຖົ່ວລຽນ ຂອງບໍລິສັດ ສີຊິນ ພັດທະນາກະສິກຳ ຈຳກັດຜູ້ດຽວ ໃນເນື້ອທີ່ 100 ເຮັກຕາ.


ໃນໂອກາດຢ້ຽມຢາມແຕ່ລະໂຄງການ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກ ຕໍ່ຜູ້ພັດ ທະນາໂຄງການ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຫລີກລ່ຽງການນຳໃຊ້ສານເຄມີ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບ, ທັງຈະເຮັດໃຫ້ຜົນຜະລິດປອດສານພິດ ແລະ ມີທາງເລືອກດ້ານຕະຫລາດຈຳໜ່າຍໄດ້ຢ່າງກວ້າງຂວາງ; ປະກອບສ່ວນພັດທະນາທ້ອງຖິ່ນໃຫ້ຫລາຍຂຶ້ນ ໂດຍສະເພາະ ເສັ້ນທາງ, ລະບົບນໍ້າໃຊ້, ການສ້າງວຽກເຮັດງານທຳ, ການສະໜອງເບ້ຍໝາກຖົ່ວລຽນ, ອຸປະກອນທີ່ຈຳເປັນ ແລະ ຄວາມຮູ້ທາງດ້ານເຕັກນິກຕ່າງໆ ໃຫ້ແກ່ປະຊາຊົນຢູ່ ເຂດດັ່ງກ່າວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top