ຊາວອິນເດຍ ເສຍຊີວິດ ຈາກການດື່ມເຫລົ້າເຖື່ອນ ຢ່າງໜ້ອຍ 55 ຄົນ

24/06/2024 16:36
Email Print 451
ຂປລ ສຳນັກຂ່າວ ທ້ອງຖິ່ນ ຫລາຍແຫ່ງ ລາຍງານວ່າ ຈຳນວນ ຜູ້ເສຍຊີວິດ ຈາກການດື່ມ ເຫລົ້າເຖື່ອນ ໃນທ້ອງຖິ່ນ ຂອງ ລັດ ມິນາທູ ໄດ້ກວດພົບ ຜູ້ເສຍຊີວິດ ຢ່າງໜ້ອຍ 55 ຄົນ ແລະ ເຂົ້າຮັບ ການປິ່ນປົວ ຢູ່ໂຮງໝໍ ຫລາຍກວ່າ 100 ຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ ເມື່ອວັນທີ 22 ມິຖຸນາ, ສຳນັກຂ່າວ ທ້ອງຖິ່ນ ຫລາຍແຫ່ງ ລາຍງານວ່າ ຈຳນວນ ຜູ້ເສຍຊີວິດ ຈາກການດື່ມ ເຫລົ້າເຖື່ອນ ໃນທ້ອງຖິ່ນ ຂອງ ລັດ ມິນາທູ ໄດ້ກວດພົບ ຜູ້ເສຍຊີວິດ ຢ່າງໜ້ອຍ 55 ຄົນ ແລະ ເຂົ້າຮັບ ການປິ່ນປົວ ຢູ່ໂຮງໝໍ ຫລາຍກວ່າ 100 ຄົນ. ປັດຈຸບັນ, ຈົ້າໜ້າທີ່ ຕຳຫລວດ ອິນເດຍ ໄດ້ຈັບກຸມ ຜູ້ຕ້ອງສົງໄສ ກ່ຽວຂ້ອງ ຈຳນວນ 2 ຄົນ, ພ້ອມທັງຢຶດ ຂອງກາງ ເປັນເຫລົ້າເຖື່ອນ ປົນເປື້ອນ ເມທານໍລ ທີ່ມີ ປະລິມານ ເຖິງ 200 ລິດ. ທັງນີ້    ກົດໝາຍ ທ້ອງຖິ່ນ ຂອງ ບາງລັດ ໃນອິນເດຍ ຫ້າມການ ຈຳໜ່າຍ ແລະ ບໍລິໂພກ ເຄື່ອງດື່ມ ທີ່ມີ ແອລກໍຮໍ ສົ່ງຜົນໃຫ້ ເກີດອຸດສາຫະກຳ ເຫລົ້າເຖື່ອນ ໃນຕະຫລາດ ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top