ສ.ເກົາຫລີ ຈະປັບນະໂຍບາຍວິຊ້າ ເພີ່ມທາງເລືອກ ໃຫ້ນັກສຶກສາຕ່າງປະເທດ

24/06/2024 16:35
Email Print 382
ຂປລ ສ.ເກົາຫລີ ຈະອອກ ນະໂຍບາຍ ອະນຸຍາດໃຫ້ ນັກສຶກສາ ຕ່າງປະເທດ ປະມານ 163.000 ຄົນ , ສາມາດ ອາໄສ ແລະ ເຮັດວຽກຕໍ່ ຢູ່ໃນສ.ເກົາຫລີ ງ່າຍຂຶ້ນ ລວມເຖິງ ການຂະຫຍາຍ ປະເພດ ວິຊ້າ ແລະ ຕໍາແໜ່ງງານ ໃຫ້ແກ່ ພວກເຂົາ ເພື່ອທົດແທນ ຕຳແໜ່ງງານວ່າງ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ ເມື່ອວັນທີ 22 ມິຖຸນາວ່າ: .ເກົາຫລີ ຈະອອກ ນະໂຍບາຍ ອະນຸຍາດໃຫ້ ນັກສຶກສາ ຕ່າງປະເທດ ປະມານ 163.000 ຄົນ , ສາມາດ ອາໄສ ແລະ ເຮັດວຽກຕໍ່ ຢູ່ໃນສ.ເກົາຫລີ ງ່າຍຂຶ້ນ ລວມເຖິງ ການຂະຫຍາຍ ປະເພດ ວິຊ້າ ແລະ ຕໍາແໜ່ງງານ ໃຫ້ແກ່ ພວກເຂົາ ເພື່ອທົດແທນ ຕຳແໜ່ງງານວ່າງ ຢູ່ໃນ ອຸດສາຫະກຳຫລັກ.  ຕາມຂໍ້ມູນ ຂອງ ສຳນັກງານ ປະສານງານ ນະໂຍບາຍ ລັດຖະບານ ແລະ ສຳນັກ ເລຂາທິການ ນາຍົກ ລັດຖະ ມົນຕີ ລະບຸວ່າ: ລັດຖະບານ ສ.ເກົາຫລີ  ວາງແຜນ ອະນຸຍາດ ໃຫ້ນັກສຶກສາ ຕ່າງປະເທດ ທີ່ ສຳເລັດ ການສຶກສາ ຢູ່ໃນສ.ເກົາຫລີ ສາມາດ ຍື່ນຂໍວິຊ້າ ເຮັດວຽກ ທີ່ບໍ່ແມ່ນ ວິຊາຊີບ ອີ-9. ປັດຈຸບັນ ນັກສຶກສາ ຕ່າງປະເທດ ທີ່ສຳເລັດ ການສຶກສາ ໃນສ.ເກົາຫລີ ມີສິດທິ ໄດ້ຮັບວິຊ້າ ຢູ່ຕໍ່ໄດ້ ໃນຈຳນວນ ຈຳກັດ ເຊັ່ນ ວິຊ້າ-7 ແລະ ອື່ນໆ./.

 

KPL

ຂ່າວອື່ນໆ

ads
ads

Top