ກຳປູເຈຍ ມີຍອດຜູ້ໂດຍສານທາງອາກາດເພີ່ມຂຶ້ນ 22%

21/06/2024 22:19
Email Print 1409
ຂປລ ທ່ານ ເມົາຮາວານນັລ ລັດຖະມົນຕີ ປະຈຳ ສຳນັກເລຂາທິການ ການບິນ ພົນລະເຮືອນ ແຫ່ງລັດ ຂອງ ກຳປູເຈຍ ເປີດເຜີຍວ່າ ປະລິມານ ຜູ້ໂດຍສານ ທາງອາກາດ ຂອງກຳປູເຈຍ ໃນໄລຍະ ເດືອນມັງກອນ-ເດືອນພືດສະພາ ປີນີ້ ລວມມີ ຫລາຍກວ່າ 2,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 22%ເມື່ອທຽບໃສ່ ປີຕໍ່ປີ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເມົາຮາວານນັລ ລັດຖະມົນຕີ ປະຈຳ ສຳນັກເລຂາທິການ ການບິນ ພົນລະເຮືອນ ແຫ່ງລັດ ຂອງ ກຳປູເຈຍ ເປີດເຜີຍວ່າ ປະລິມານ ຜູ້ໂດຍສານ ທາງອາກາດ ຂອງກຳປູເຈຍ ໃນໄລຍະ ເດືອນມັງກອນ-ເດືອນພືດສະພາ ປີນີ້ ລວມມີ ຫລາຍກວ່າ 2,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 22%ເມື່ອທຽບໃສ່ ປີຕໍ່ປີ.

ທ່ານ ເມົາຮາວານນັລ ກ່າວວ່າ ມີສາຍ ການບິນ ພາຍໃນ ປະເທດ ແລະ ຕ່າງປະເທດ ລວມມີ 31 ສາຍ, ທີ່ໃຫ້ບໍລິການ ຖ້ຽວບິນ ໄປສູ່ ສະໜາມບິນ ນານາຊາດ 3 ແຫ່ງ ຂອງ ກຳປູເຈຍ.  ປັດຈຸບັນ ກໍາປູເຈຍ ມີຖ້ຽວບິນ ໂດຍກົງ ເຊື່ອມກັບ 8 ປະເທດ ສະມາຊິກ ອາຊຽນ ລວມເຖິງ ຈີນ, .ເກົາຫລີ, ກາຕາ, ສະຫະ ນະຄອນ ເອເມເຣັດອາຣັບ.

ນອກນັ້ນ, ທ່ານ ທ່ານ ເມົາຮາວານນັລ ຍັງກ່າວ ໃນລະຫວ່າງ ເຂົ້າຮ່ວມ ເປີດພິທີ ເສັ້ນທາງບິນໂດຍກົງ ນະຄອນພະນົມເປັນ-ນີວເດນ/ຮ ຢູ່ ສະໜາມບິນ ສາກົນ ນະຄອນພະນົມເປັນວ່າ ອຸດສາຫະກຳ ການບິນ ຂອງ ກຳປູເຈຍ ໄດ້ເລີ່ມຟື້ນຕົວ ຈາກ ການແພ່ລະບາດ ຂອງ ພະຍາດ ໂຄວິດ-19. ນອກຈາກນັ້ນ ທ່ານ ເມົາຮາວານນັລ  ຍັງຫວັງວ່າ ສະໜາມບິນ ສາກົນ ສຽມຖານ , ອັງກໍຣ ຊຶ່ງລົງທຶນ ໂດຍຈີນ ແລະ ໄດ້ເປີດໃຊ້ ຢ່າງເປັນທາງການ ເມື່ອເດືອນພະຈິກ ປີ 2023 ຜ່ານມາ  ຈະຊ່ວຍດຶງດູດ ສາຍການບິນ ລະຫວ່າງ  ປະເທດ ແລະ ນັກທ່ອງທ່ຽວ ຕ່າງປະເທດ ໃຫ້ເຂົ້າມາ ກຳປູເຈຍ ເພີ່ມຂຶ້ນ./

 

KPL

ຂ່າວອື່ນໆ

ads
ads

Top