ບໍລິສັດທາງລົດໄຟລາວ-ຈີນ ຝຶກຊ້ອມ ແຜນການຮັບມືກັບເຫດການສຸກເສີນ

20/06/2024 14:13
Email Print 898
ຂປລ ຂປລ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຝຶກຊ້ອມແຜນການຮັບມືເຫດການສຸກເສີນ ຢູ່ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ ໃນວັນທີ 19 ມິຖຸນາ 2024 ພາຍໃຕ້ການຊີ້ນຳ ຂອງສະຖານທູດທູດທະຫານ ສປ ຈີນ ປະຈຳ ສປປ ລາວ ແລະ ກົມຕຳຫລວດ ທາງລົດໄຟ, ກະຊວງປ້ອງກັນຄວາມສະຫງົບ.



ຂປລ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຝຶກຊ້ອມແຜນການຮັບມືເຫດການສຸກເສີນ ຢູ່ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ ໃນວັນທີ
19 ມິຖຸນາ 2024 ພາຍໃຕ້ການຊີ້ນຳ ຂອງສະຖານທູດທູດທະຫານ ສປ ຈີນ ປະຈຳ ສປປ ລາວ ແລະ ກົມຕຳຫລວດ ທາງລົດໄຟ, ກະຊວງປ້ອງກັນຄວາມສະຫງົບ. ທັງ​ນີ້, ກໍເພື່ອເປັນການຮັບມືກັບເຫດການສຸກເສີນ ທີ່ອາດຈະເກີດຂຶ້ນຢ່າງບໍ່ຄາດຄິດ ໃນສະຖານີ ຫລື ສະຖານທີ່ຄົນ​ຈຳນວນ​ຫລາຍ ໃຫ້ມີປະສິດທິຜົນ, ວ່ອງໄວ ແລະ ຮັບການຊ່ວຍເຫລືອໄດ້ທັນເວລາ.



ການຝຶກຊ້ອມຄັ້ງນີ້
, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ມີຄໍາເຫັນວ່າ: ການຝຶກຊ້ອມຮັບມືສຸກເສີນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງ ການສ້າງສະພາບແວດລ້ອມທີ່ປອດໄພ ຂອງທາງລົດໄຟລາວ-ຈີນ ໃຫ້ແກ່ຜູ້ໂດຍສານ ທີ່ມາໃຊ້ບໍລິການ, ການຈຳລອງເຫດການສຸກເສີນ ແລະ ວິທີການຮັບມືໄດ້ຈໍາລອງເຫດການ ເຊັ່ນ: ເກີດມີການຂັດແຍ່ງ, ໂຕ້ຖຽງກັນ ແລະ ມີການໃຊ້ອາວຸດປືນ ແລະ ຂົ່ມຂູ່ ສົ່ງຜົນໃຫ້ເກີດມີການກໍ່ການຮ້າຍ (ຍິງປືນແກັບ) ເຮັດໃຫ້ຜູ້ໂດຍສານພາ ກັນແລ່ນແຕກຕື່ນ ດ້ວຍຄວາມຕົກໃຈ ແລະ ກໍ່ໃຫ້ເກີດມີຜູ້ບາດເຈັບ. ຈາກນັ້ນ, ພະນັກງານກວດປີ້, ພະນັກງານຮັກສາຄວາມປອດໄພ ກໍໄດ້ຝຶກຊ້ອມດໍາເນີນຕາມຂັ້ນຕອນຄວາມປອດໄພ ໂດຍໄດ້ໃຊ້ກົນໄກການສື່ສານ ລາຍງານຕໍ່ຫົວໜ້າສະຖານີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມລຳດັບ; ຝຶກຊ້ອມທັງເຄື່ອນຍ້າຍ ຜູ້ໂດຍອອກຈາກບ່ອນເກີດເຫດຢ່າງຮີບດ່ວນ ແລະ ປອດໄພ; ໂທຫາຕຳຫລວດເພື່ອລາຍງານສະພາບ ໂດຍສະເພາະ ຫ້ອງຄວບຄຸມການເດີນລົດ, ຕິດຕໍ່ຫາໂຮງໝໍ; ເຄື່ອນຍ້າຍຜູ້ໂດຍສານ ໄປບ່ອນທີ່ປອດໄພຢ່າງຮີບດ່ວນ ໂດຍດຳເນີນການ ຢ່າງຖືກວິທີອອກຈາກສະຖານີ ດ້ວຍປະຕູໜີໄພດ້ານຫລັງທັງສອງຂ້າງ ຂອງສະຖານີໄດ້ຢ່າງປອດໄພ ແລະ ໄດ້ໃຊ້ຄວາມຮູ້ທີ່ໄດ້ຜ່ານການຝຶກຊ້ອມມາຊ່ວຍປະຖົມພະ ຍາບານເບື້ອງຕົ້ນໃຫ້ແກ່ ຜູ້ໂດຍສານທີ່ຮັບບາດເຈັບ ແລະ ທາງສະຖານີ ກໍໄດ້ເປີດນໍາໃຊ້ ສຽງແຈ້ງເຕືອນອັນຕະລາຍ ເພື່ອໃຫ້ຜູ້ໂດຍສານທ່ານອື່ນ ທີ່ຢູ່ນອກສະຖານີຮັບຮູ້ ແລະ ຫລີກໜີຢ່າງທັນເວລາ.



ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນໍາໃຊ້ມາດຕະການທີ່ຮັດກຸມ
, ຈັດຕັ້ງທີມຮັບມືສຸກເສີນ ຕໍ່ເຫດການທີ່ບໍ່ຄາດຄິດ, ເພີ່ມທະວີການປະສານງານທີ່ມີປະສິດທິພາບ ແລະ ວ່ວງໄວເຊັ່ນ: ແຈ້ງຢຸດຈອດລົດໄຟທີ່ຈະເຂົ້າ-ອອກສະຖານີຊົ່ວຄາວ, ຮັບປະກັນຄວາມ ປອດໄພ ໃນທຸກພາກສ່ວນທີ່ສຳຄັນ, ການສະກັດກັ້ນອັກຄີໄພ ແລະ ປ້ອງກັນການລັກລອບໃນສະຖານີ, ການປະສານງານກັບຕໍາຫລວດທາງລົດໄຟ ແລະ ບໍລິສັດຮັກສາຄວາມປອດໄພ, ການກະກຽມອຸປະກອນ ປ້ອງກັນຢາງຄົບຊຸດ, ເພີ່ມມາດຕະການກວດກາ ລາດຕະເວນ, ເກັບກໍາຂໍ້ມູນທີ່ລະອຽດ ເພື່ອລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງ, ທາງພາກສ່ວນຕໍາຫລວດກໍໄດ້ຈັດຕັ້ງ ທີມສະກັດກັ້ນຜູ້ກໍ່ການຮ້າຍ, ເພື່ອໃຫ້ການປະຕິບັດໜ້າທີ່ ມີປະສິດທິພາບຂຶ້ນ ໄດ້ຈັດທີມທີ່ມີທັກສະ ໃນການຊ່ວຍເຫລືອຕົວປະກັນ, ການຕໍ້ສູ້ ແລະ ວິທີການເຈລະຈາກັບ ຜູ້ກໍ່ການຮ້າຍຈົນສຳເລັດ ການຊ່ວຍເຫລືອ. ນອກຈາກນີ້, ຍັງໄດ້ການຝຶກຊ້ອມ ການຈຳລອງເຫດການ ເກັບກູ້ລະເບີດທີ່ສົງໄສຢູ່ໃນສະຖານີຫ້ອງລໍຖ້າຂຶ້ນລົດ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top