ເປີດນຳໃຊ້ ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ

20/06/2024 13:50
Email Print 693
ຂປລ ຂປລ. ພິທີເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈັດຂຶ້ນໃນວັນທີ 19 ມິຖຸນາ 2024 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ເຊິນປິ່ນ ປະທານບໍລິສັດ ລາດຊະວົງ ພັດທະນາຈຳກັດ, ມີການນຳພັກ-ລັດ, ແຂກຖືກເຊີນ ແລະ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈັດຂຶ້ນໃນວັນທີ
19 ມິຖຸນາ 2024 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,  ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ເຊິນປິ່ນ ປະທານບໍລິສັດ ລາດຊະວົງ ພັດທະນາຈຳກັດ, ມີການນຳພັກ-ລັດ, ແຂກຖືກເຊີນ ແລະ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.




ໃນພິທີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນບາງຕອນວ່າ: ໂຄງການລາດຊະວົງ ພລາຊາ ໄດ້ເຊັນສັນຍາກັນໃນທ້າຍປີ
2013ເຊິ່ງເປັນການຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ  ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ, ພາຍຫລັງເຊັນສັນຍາ ກໍໄດ້ດຳເນີນການກໍ່ສ້າງບັນດາ ໜ້າວຽກໂຄງສ້າງຫລັກຂອງຕົວອາຄານສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳເລັດຈຳນວນໜຶ່ງ. ຍ້ອນສະພາບການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ສະພາບການເງິນ ຂອງຜູ້ລົງທຶນບໍ່ຄ່ອງຕົວ, ສັນຍາ ແລະ ນິຕິກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນ. ສະນັ້ນ, ມາຮອດປີ 2016 ການຈັດຕັ້ງປະຕິ ບັດຕົວຈິງພົບຂໍ້ຫຍຸ້ງຍາກ ແລະ ໄດ້ໂຈະການ ກໍ່ສ້າງເປັນການຊົ່ວຄາວ, ແຕ່ລັດຖະບານ ກໍຄື ການນຳຂອງກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ຊີ້ນຳ ແກ້ໄຂ ແລະ ຊຸກຍູ້ຈົນເຮັດໃຫ້ໂຄງການດັ່ງກ່າວ ສາມາດສືບຕໍ່ກໍ່ສ້າງຄືນໃໝ່ໃນປີ 2021 ແລະ ມາຮອດຕົ້ນປີ 2024 ກໍໄດ້ເລີ່ມເປີດທົດລອງນໍາໃຊ້ບາງສ່ວນ, ພ້ອມທັງປັບປຸງບາງຈຸດໃຫ້ເໝາະສົມແລະ ປັດຈຸບັນນີ້, ໂຮງແຮມລາດຊະວົງ ແມ່ນມີຄວາມພ້ອມໃຫ້ການບໍລິການແລ້ວ 100%.




ສໍາລັບໂຄງການ ລາດຊະວົງ ພລາຊາ ປະກອບມີໂຮງແຮມລະດັບ
5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທີງ, ສູນກິລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ, ມີເນື້ອທີ່ກໍ່ສ້າງທັງໝົດ 188.000 ຕາແມັດ, ຄວາມສູງ 138 ແມັດ, ມີ 36 ຊັ້ນ, ເປັນອາຄານທີ່ສູງສຸດຢູ່ປະເທດລາວໃນປັດຈຸບັນ.

ຂ່າວ: ສຸກສາຄອນ

KPL

ຂ່າວອື່ນໆ

ads
ads

Top