ອູແກຣນ ຕ້ອງການບ້ວງເງິນ 500ຕື້ໂດລາສະຫະລັດ ໃນການສ້າງປະເທດຄືນໃໝ່

13/06/2024 12:54
Email Print 310
ຂປລ ທະນາຄານໂລກ (WB) ຄາດຄະເນວ່າ: ອູແກຣນ ອາດຈະ ຕ້ອງການ ບ້ວງເງິນ 500 ຕື້ໂດລາ ສະຫະລັດ ເພື່ອສ້າງສາ ຄືນໃໝ່ ພາຍຫລັງ ການປະທະກັນ ຫລັງຈາກ ຈັດກອງປະຊຸມ ສາກົນ ກ່ຽວກັບ ການສ້າງສາ ອູແກຣນ ຄືນໃໝ່ ຖືກໄຂຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ແບກແລງຂອງ ເຢຍລະມັນ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທະນາຄານໂລກ (WB) ຄາດຄະເນວ່າ: ອູແກຣນ ອາດຈະ ຕ້ອງການ ບ້ວງເງິນ 500 ຕື້ໂດລາ ສະຫະລັດ ເພື່ອສ້າງສາ ຄືນໃໝ່ ພາຍຫລັງ ການປະທະກັນ ຫລັງຈາກ   ຈັດກອງປະຊຸມ ສາກົນ ກ່ຽວກັບ ການສ້າງສາ ອູແກຣນ  ຄືນໃໝ່ ຖືກໄຂຂຶ້ນ ເມື່ອບໍ່ດົນມານີ້  ຢູ່ນະຄອນຫລວງ ແບກແລງຂອງ ເຢຍລະມັນ.ໃນໂອກາດນີ້ ທ່ານ ໂອລາຟ ສກໍຟ (Olaf Scholz), ນາຍົກລັດຖະມົນຕີ  ເຢຍລະມັນ ຮຽກຮ້ອງ ໃຫ້ບັນດາ ບໍລິສັດ ເອກະຊົນ ລົງທຶນໃຫ້ແກ່ ບັນດາ ໂຄງການ ສ້າງສາ ປະເທດອູແກຣນ ຄືນໃໝ່. ທ່ານ Olaf Scholz ຢືນຢັນວ່າ:  ບັນດາບໍລິສັດ ຈະເຫັນໄດ້ໂອກາດ ດຳເນີນ ທຸລະກິດ ເພື່ອລົງທຶນ ແລະ ປຶກສາຫາລື ກ່ຽວກັບ ຄວາມສາມາດ ບົ່ມຊ້ອນຂອງ ອູ ແກຣນ ໃນບັນດາຂົງເຂດ, ລວມມີ: ພະລັງງານ ທົດແທນ, ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການຢາ.ນອກຈາກນີ້, ທ່ານ ແອນໂຕນີໂອ ຕາຈານີ (Antonio Tajani), ລັດຖະມົນຕີ ກະຊວງ ການຕ່າງປະເທດ ອີຕາລີ ໃຫ້ຮູ້ວ່າ: ລັດຖະບານ ປະເທດນີ້ ເຫັນດີ ສະໜອງ ບ້ວງເງິນ ໜູນຊ່ວຍ 149 ລ້ານ ເອີໂຣ ໃຫ້ແກ່ ອູແກຣນ ເພື່ອກໍ່ສ້າງ ພື້ນຖານໂຄງລ່າງ ຄືນໃໝ່ ໃນຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top