ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ

13/06/2024 12:27
Email Print 258
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ ແຖວຫນ້າໂລກ (BRICS) ໄດ້ໄຂຂຶ້ນ ເມື່ອບໍ່ດົນມານີ້ ຢູ່ຣັດເຊຍ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ກຸ່ມບັນດາ ພື້ນຖານ ເສດຖະກິດ ຫາກໍ່ ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (BRICS) ໄດ້ໄຂຂຶ້ນ ເມື່ອບໍ່ດົນມານີ້ ຢູ່ຣັດເຊຍ.ປະຊຸມ ຄັ້ງທຳອິດ ຂອງລັດຖະມົນຕີ ບັນດາ ປະເທດ BRICS ນັບແຕ່ ເມື່ອກຸ່ມ ເປີດກວ້າງ, ຮັບເອົາຕື່ມອີກ 6 ປະເທດ ເຂົ້າເປັນ ສະມາຊິກ ນັບແຕ່ຕົ້ນປີນີ້. ບັນດາ ລັດຖະມົນຕີ ໄດ້ແລກປ່ຽນ ຄຳເຫັນ ເພື່ອແນໃສ່ ເພີ່ມທະວີ ລັກສະນະ ຫລາຍຝ່າຍ ໃນການພົວພັນ ສາກົນ; ການຮ່ວມມື ລະຫວ່າງ ບັນດາປະເທດ BRICS ໃນຂອບເຂດ ພັນທະມິດ ແລະ ຢູ່ບັນດາ ເວທີປາໄສອື່ນ; ພິຈາລະນາ ເລື່ອງເປີດກວ້າງ ສະມາຊິກ, ໃນນັ້ນ ມີການພິຈາລະນາ ໜັງສື ຂໍເຂົ້າ ເປັນສະມາຊິກຂອງ ຕວັກກີ. ນອກນີ້ ຍັງດຳເນີນ ວາລະປະຊຸມ ເປີດກ້ວາງ ໂດຍມີ ການເຂົ້າຮ່ວມ ຂອງລັດຖະມົນຕີ ການຕ່າງປະເທດ ບັນດາ ປະເທດ BRICS ແລະ 15 ປະເທດ ທີ່ໄດ້ຮັບ ການເຊື້ອເຊີນ, ຜູ້ຕາງໜ້າ ອົງການ ຮ່ວມມື ພາກພື້ນຄື: ອົງການ ຮ່ວມມື ຊຽງໄຮ້ (SCO), ອາຊຽນ, ສະຫະພັນ ຮ່ວມມື ພາກພື້ນ ບັນດາ ປະເທດ ແຄມທະເລ ມະຫາສະມຸດ ອິນເດຍ, ສະຫະພາບ ອາຟຣິກາ, ສະຫະພັນ ບັນດາປະ ເທດ ອາຣັບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top