ປະທານປະເທດ ສໍາເລັດການຢ້ຽມຢາມລັດຖະກິດ ທີ່ມົງໂກລີ

12/06/2024 15:23
Email Print 674
ຂປລ ຂປລ. ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ມົງໂກລີ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.



ຂປລ. ໃນລະຫວ່າງວັນທີ
11-12 ມິຖຸນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ມົງໂກລີ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.



ໃນຕອນບ່າຍຂອງວັນທີ
11 ມິຖຸນາ 2024, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ທີ່ ສະໜາມຫລວງ ສຸກຄ໌ບາທາຣ໌ ແລະ ໄດ້ພົບປະສອງຝ່າຍກັບ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ຄະນະ. ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີໃຫ້ສືບຕໍ່ດໍາເນີນ ການທາງດ້ານຂັ້ນຕອນພາຍໃນ ເພື່ອໃຫ້ສາມາດເປີດຖ້ຽວບິນໂດຍກົງຮ່ວມກັນ ໃນອະນາຄົດ.



ພາຍຫລັງສໍາເລັດການພົບປະ
, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານສາທາ ລະນະສຸກ ແລະ ການບໍລິການດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ມົງໂກລີ;  ບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ໃນຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສະພາຄຸ້ມຄອງລັດຖະ ກອນ ແຫ່ງ ມົງໂກລີ ແລະ ອານຸສັນຍາກ່ຽວກັບສຸຂານາໄມສັດ ສໍາລັບການສົ່ງອອກຊີ້ນງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງ ອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ແຫ່ງ ມົງໂກລີ.

ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ພັນລະຍາ ທີ່ ໂຮງແຮມ ແຊງກຣີລາ.



ໃນວັນທີ
12 ມິຖຸນາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ໄປຢ້ຽມຊົມ ຫໍພິພິຕະພັນ ຈິງກິສຄານ ແລະ ຖືກຕ້ອນຮັບໂດຍ ທ່ານ ຈ. ນໍມິງ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ານ ສ. ໂຈໂລງ ອໍານວຍການຫໍພິພິທະພັນ ຈິງກິສຄານ. ຈາກນັ້ນ, ກໍໄດ້ເດີນທາງໄປ ສວນສາທາລະນະ ວັດທະນະທໍາ ມົງໂກລີ ໂດຍການຕ້ອນຮັບຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ພັນລະຍາ ເພື່ອເຂົ້າຢ້ຽມຊົມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival), ພ້ອມທັງໄດ້ໃຫ້ກຽດປູກຕົ້ນໄມ້ ເພື່ອເປັນອະນຸສອນ ຢູ່ ສວນສາທາລະນະ ວັດທະນະທໍາ ດັ່ງກ່າວ.

ການຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້, ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ດໍາເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ເຊິ່ງສາມາດບັນລຸຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຮ່ວມກັນ ໃນທຸກບັນຫາທີ່ຍົກຂຶ້ນ ປຶກສາຫາລື ແລະ ມີຜົນສໍາເລັດຢ່າງຈົບງາມ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top