ໂຮງຮຽນເຫລົ່າຮົບສື່ສານ 205 ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ

12/06/2024 14:02
Email Print 536
ຂປລ ຂປລ. ໂຮງຮຽນເຫລົ່າຮົບສື່ສານ 205 ຮ່ວມກັບ ສູນກາງແນວລາວສ້າງຊາດ ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980-1 ມິຖຸນາ 2024) ໂດຍການເຂົ້າຮ່ວມຂອງ ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ



ຂປລ. ໂຮງຮຽນເຫລົ່າຮົບສື່ສານ
205 ຮ່ວມກັບ ສູນກາງແນວລາວສ້າງຊາດ ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980-1 ມິຖຸນາ 2024) ໂດຍການເຂົ້າຮ່ວມຂອງ ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ, ມີ ສະຫາຍ ພັນເອກ ອານຸສອນ ສຸລິຍະແສງ ຮອງຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະແນກການ, ກອງພັນ, ຜູ້ຕາງໜ້າບໍລິສັດທີ່ປຶກ ສາ ນິດຕະຍາ, ຕະຫລອດຮອດພະນັກງານ-ນັກຮົບ ທົ່ວໂຮງຮຽນເຫລົ່າຮົບສື່ສານ 205 ເຂົ້າຮ່ວມ.



ສະຫາຍ ພັນເອກ ແກ ນາວາ ຫົວໜ້າການເມືອງໂຮງຮຽນເຫລົ່າຮົບສື່ສານ
205 ໃຫ້ຮູ້ວ່າ: ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້, ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ເປັນການຈັດຕັ້ງຜັນຂະ ຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດຖະບານ, ທັງເປັນການສ້າງສັນຍາລັກ ແລະ ຂອງຂວັນແຫ່ງໄມຕີຈິດ-ມິດຕະພາບ, ສັນຍາລັກແຫ່ງຈິດໃຈ ແລະ ມູນມໍລະດົກອັນລ້ຳຄ່າລະຫວ່າງ ໂຮງຮຽນເຫລົ່າຮົບສື່ສານ 205 ແລະ ສູນກາງແນວລາວສ້າງຊາດພ້ອມກັນສ້າງຂຶ້ນ ເພື່ອສ້າງໄວ້ເປັນຂອງຂວັນ ໃຫ້ຮຸ່ນຕໍ່ໆໄປ ໄດ້ທ່ຽວຊົມ, ຊົມໃຊ້ ແລະ ຍັງເປັນການປຸກລະດົມກຳລັງປະກອບສ່ວນຈັດຕັ້ງປູກຕົ້ນໄມ້, ຕິດພັນກັບການປັບປຸງຄ້າຍຄູ ໃຫ້ມີຄວາມຂຽວສົດງົດງາມ, ຕິດພັນກັບການປັບປຸງກຳລັງ, ສ້າງບຸກຄະລາກອນວິຊາສະເພາະ ເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງກອງທັບ ເຊິ່ງກິດຈະກຳດັ່ງກ່າວ, ໄດ້ດຳເນີນແຕ່ລະປີ ຈົນກາຍເປັນມູນເຊື້ອອັນສະຫງ່າງາມ ຂອງໂຮງຮຽນເຫລົ່າຮົບສື່ສານ 205 ທີ່ຮັກສາໄວ້ຕະຫລອດມາ.



ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ກິດຈະກຳຄັ້ງນີ້ວ່າ: ວັນທີ
1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ເປັນວັນທີ່ມີຄວາມໝາຍສຳຄັນ ເພື່ອເປັນການປູກຕົ້ນໄມ້ ທົດແທນຕົ້ນໄມ້ທີ່ຊຸກໂຊມ, ຖືກທຳລາຍຈາກການຖາງປ່າເຮັດໄຮ່, ເກີດຈາກອັກຄີໄພ ແລະ ອື່ນໆ ທີ່ເຮັດໃຫ້ດິນຟ້າອາກາດປ່ຽນແປງ, ເປັນພິດຕໍ່ສິ່ງແວດລ້ອມ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດ ຂອງມວນມະນຸດ ​ແລະ ສັດສາວາສິ່ງຕ່າງໆ.

ໂອກາດດັ່ງກ່າວ, ທ່ານຮອງປະທານສູນກາງ ແນວລາວສ້າງຊາດ ກໍໄດ້ມອບວັດຖຸປັດ​ໄຈໃຫ້ໂຮງ ຮຽນເຫລົ່າຮົບສື່ສານ 205 ລວມມູນຄ່າ​ເກືອບ 47 ລ້ານກີບ. ​ໃນນັ້ນ, ມີຕົ້ນໄມ້ໃຫ້ໝາກຈຳນວນ 100 ຕົ້ນ, ຝຸ່ນຄອກ 20 ເປົາ, ຊວ້ານ ແລະ ບົວຫົດນ້ຳຈຳນວນໜຶ່ງ. ພ້ອມກັນນີ້, ບໍລິສັດ ທີ່ປຶກສາ ນິດຕະຍາ ກໍໄດ້ຮ່ວມປະກອບສ່ວນ ໃນການປ່ອຍປາ 40.000 ໂຕ.

ຂ່າວ: ປູນາ ສຸດທະວົງ

KPL

ຂ່າວອື່ນໆ

ads
ads

Top