ສາກົນໃຫ້ເຫດຜົນຂະແໜງທ່ອງທ່ຽວ ຊ່ວຍໃຫ້ເສດຖະກິດລາວຄ່ອຍໆພື້ນຕົວ

12/06/2024 10:33
Email Print 991
ຂປລ ສປປ ລາວ ແມ່ນໜຶ່ງໃນບັນດາ10 ປະເທດສະມາຊິກອາຊຽນ ຍັງເພີ່ງພາອາໃສພາກອຸດສາຫະກໍາທ່ອງທ່ຽວ ເປັນບຸລິມະສິດສໍາຄັນອັນດັບຕົ້ນໆຂອງປະເທດ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມທຸກຍາກ ຕາມແຜນລວມຂອງພາກລັດຕັ້ງເປົ້າໝາຍໄວ້ວ່າໝົດປີ 2024 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນຂຶ້ນໄປ, ສ້າງລາຍຮັບໃຫ້ ໄດ້ 500 ລ້ານໂດລາສະຫະລັດ.

   *ສປປ ລາວ ແມ່ນໜຶ່ງໃນບັນດາ10 ປະເທດສະມາຊິກອາຊຽນ ຍັງເພີ່ງພາອາໃສພາກອຸດສາຫະກໍາທ່ອງທ່ຽວ ເປັນບຸລິມະສິດສໍາຄັນອັນດັບຕົ້ນໆຂອງປະເທດ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມທຸກຍາກ ຕາມແຜນລວມຂອງພາກລັດຕັ້ງເປົ້າໝາຍໄວ້ວ່າໝົດປີ 2024 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນຂຶ້ນໄປ, ສ້າງລາຍຮັບໃຫ້ ໄດ້ 500 ລ້ານໂດລາສະຫະລັດ. ອີງຕາມບົດລາຍງານສະພາບລວມ ໂດຍຫຍໍ້ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລະຫວ່າງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນໃນວັນທີ 10 ມິຖຸນາ 2024 ນີ້ວ່າ ຜ່ານການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ວຽກສໍາຄັນອື່ນໆປິ່ນອອ້ມມີທັງພົ້ນເດັ່ນ, ຄືບໜ້າໄປໃນທິດທາງບວກ ແນ່ນອນບາງວຽກຍັງສືບຕໍ່ປະຕິບັດ ແລະ ມີຄວາມຫຍຸ້ງຍາກບໍ່ໜ້ອຍ ແຕ່ຂະແໜງການທ່ອງທ່ຽວເປັນໜຶ່ງໃນຂະແໜງການທີ່ພົ້ນເດັ່ນ ຖ້າປຽບທຽບກັບຂະແໜງການອື່ນໆ ດັ່ງຕົວຢ່າງວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວນ້ັນເຫັນວ່າໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ສາມາດດຶງນັກທ່ອງທ່ຽວໄດ້ເຖິງ 1,3 ລ້ານກວ່າຄົນ ພາຍໃນ 3 ເດືອນຕົ້ນປີ, ຄາດວ່າໝົດປີ ຈະບັນລຸບໍ່ຕໍ່າກວ່າ 3,5 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດເຖິງ 500 ລ້ານກວ່າໂດລາເທ່ົາກັບ 68,10% ຂອງແຜນ.

    ກອງປະຊຸມເວທີສາກົນເພື່ອໂຄສະນາການທ່ອງທ່ຽວລາວ ໄດ້ຈັດຂຶ້ນໃນລະຫວ່າງ 27-30 ພຶດສະພາ 2024 ຢູ່ ແຂວງອຸດົມໄຊ ໂດຍຜູ້ເຂົ້າຮ່ວມໄດ້ຍົກໃຫ້ເຫັນວ່າປັດຈຸບັນນີ້ບັນຍາກາດການທ່ອງທ່ຽວຄຶກຄັກເປັນພິເສດ ພາຍຫລັງພະຍາດໂຄວິດ-19 ໄດ້ຈາງຫາຍ ແລະ ໝົດໄປ ແລະ ໄດ້ປະກາດເປີດປະເທດໃນຕົ້ນປີ 2022, ໂດຍສ່ວນໃຫຍ່ນັກທ່ອງທ່ຽວໄດ້ເດີນທາງມາຈາກທາງບົກຫລາຍກວ່າການເດີນທາງມາຈາກອາກາດ (ຂີ່ເຮືອບິນ) ຜ່ານຈຸດຕ່າງໆຕາມຊາຍແດນລະຫວ່າງປະເທດ. ໃນນັ້ນ, ສິ່ງທີ່ພົ້ນເດັ່ນທີ່ສຸດນັກທ່ອງທ່ຽວຈະມາໃຊ້ບໍລິການຂີ່ລົດຫລາຍທີ່ສຸດເພື່ອຂຶ້ນໄປທ່ອງທ່ຽວທາງພາກເໜືອ ແລະ ມາຈາກພາກເໜືອລົງສູ່ພາກກາງ-ພາກໃຕ້ຂອງລາວ.

   ໃນນ້ັນ, ແຂວງທ່ີນັກທ່ອງທ່ຽວນິຍົມໄປຫລາຍທີ່ສຸດອັນດັບທີ 1 ແມ່ນເມືອງມໍລະດົກຫລວງພະບາງ, ອັນດັບທີ 2 ແມ່ນນະຄອນຫລວງວຽງຈັນ, ອັນດັບທີ 3 ເມືອງວັງວຽງ-ເມືອງເຟືອງ ແຂວງວຽງຈັນ, ອັນດັບທີ 4 ແມ່ນແຂວງຈໍາປາສັກ ແລະ ອື່ນໆ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງຍິບ ຍົກບາງປະເດັນໃຫ້ເຫັນພາບລວມວ່າ: ສິ່ງທີ່ນັກທ່ອງທ່ຽວຢາກເຂົ້າມາລາວ ເປັນຜົນມາຈາກຄ່າຄອງຊີບຖືກກວ່າປະເທດອື່ນໆ ຖ້າປຽບທຽບກັບຄ່າເງິນລະຫວ່າງປະເທດໂດຍສະເພາະຄ່າອາຫານ, ຄ່າເຮືອນພັກ-ໂຮງແຮມ, ຄ່າໂດຍສານຍັງຕ່ໍາ ເຖິງແມ່ນຄົນພາຍໃນປະເທດເຮົາຈະຮູ້ສຶກວ່າຄອງຄ່າຊີບແພງກໍຕາມ. ນອກຈາກນັ້ນສິ່ງນັກທ່ອງທ່ຽວ ໃຫ້ຄວາມສົນໃຈກໍຄືປະເທດລາວຍັງມີແຫລ່ງທ່ອງທ່ຽວທໍາມະຊາດຍັງບໍ່ຖືກທໍາລາຍຫລາຍ, ວິຖີຊີວິດຂອງຄົນລາວຍັງມີຮ່ອງຮອຍຄວາມເປັນວິຖີຊາວບ້ານດັ້ງເດີມ, ມີພ້ືນຖານໂຄງລ່າງເສັ້ນທາງລົດໄຟເຊື່ອມໂຍງເຊື່ອມຈອດກັນລະຫວ່າງອາຊຽນ-ຈີນ ໂດຍລາຄາສົມເຫດສົມຜົນ, ເປັນປະເທດທີ່ມີຄວາມສະຫງົບ ແລະ ທັດສະນະຄະຕິຂອງຄົນລາວຍັງເປັນມິດຮັບຕ້ອນແຂກ ຄົນດ້ວຍຮອຍຍິ້ມເບີກບາກມ່ວນຊື່ນເປັນມິດຕໍ່ທຸກຄົນ.

   ຫລ້າສຸດ ອີງຕາມແຫລ່ງຂ່າວຈາກກອງທຶນການເງິນສາກົນ (IMF) ໄດ້ສະຫລຸບພາບລວມຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2024 ໂດຍຄາດຄະເນວ່າເສດຖະກິດ ສປປ ລາວ ຈະເຕີບໂຕຢ່າງແຂງແຮງຈາກການທ່ອງທ່ຽວ, ແຕ່ຍັງມີສິ່ງທ້າທາຍຮອບດ້ານ ໂດຍສະເພາະບັນຫາໜີ້ສາທາລະນະໃນນັ້ນເສດຖະກິດມະຫາພາກ ຂອງ ສປປ ລາວ ໂດຍ IMF ໄດ້ເຜີຍແຜ່ໃນວັນທີ 22 ພຶດສະພາ 2024 ຜ່ານມານີ້ໄດ້ລະບຸໃຫ້ເຫັນພາບລວມດັ່ງນີ້: ເຖິງວ່າ ສປປ ລາວ ຈະມີການລຶບລ້າງການຂາດດຸນງົບປະມານເບື້ອງຕົ້ນ, ໜີ້ສິນສາທາລະນະໄດ້ເພີ່ມຂຶ້ນຕື່ມອີກ. ໂດຍ ສປປ ລາວ ມີໜີ້ສາທາລະນະ ແລະ ໜີ້ທີ່ຄໍ້າປະກັນ ໂດຍລັດ ຫລື Public And Publicly Guaranteed debt (PPG) ເພີ່ມຂຶ້ນ 16.4% ຂອງ GDP ແຕ່ປີ 2020 ຫາ 2021 ແລະ ເພີ່ມຂຶ້ນອີກ 36.2 % ຂອງ GDP ແຕ່ປີ 2021 ຫາ 2022 ໂດຍສ່ວນໃຫຍ່ແມ່ນຍ້ອນການອ່ອນ ຄ່າຂອງເງິນກີບ.

   ພ້ອມດຽວກັນນີ້, ທະນາຄານໂລກ (World bank) ຍັງໄດ້ເຜີຍແຜ່ບົດລາຍງານເສດຖະກິດ ສປປ ລາວ ເຊັ່ນກັນວ່າຄາດຄະເນເສດຖະກິດລາວ ຈະເຕີບໂຕໃນລະດັບ 4,1% ໃນປີ 2024,  ແຕ່ສິ່ງທ້າທາຍຍັງຄົງຢູ່ຮອບດ້ານຍ້ອນໄພເງິນເຟີ້ທີ່ຖີບໂຕຂຶ້ນສູງ, ໜີ້ສິນພາຍນອກ ແລະ ການຂາດເຂີນແຮງງານ.ທະນາຄານໂລກຍັງລະບຸວ່າ: ທ່າແຮງທີ່ເຮັດໃຫ້ເສດຖະກິດຟື້ນຟູກັບມາສ່ວນໃຫຍ່ ແມ່ນຍ້ອນການເຄື່ອນໄຫວທາງດ້ານການທ່ອງທ່ຽວ, ການບໍລິການດ້ານຂົນສົ່ງ ແລະ ການລົງທຶນຈາກຕ່າງປະເທດຫລາຍຂຶ້ນ, ແຕ່ອັດຕາການເຕີບໂຕຍັງຕ່ຳກວ່າທີ່ຄາດໄວ້ໃນເມື່ອກ່ອນ; ສິ່ງຕ້ອງລະວັງ ແລະ ຕັ້ງໃຈສັງເກດເບິ່ງຄື: ຄ່າເງິນກີບໄດ້ສືບຕໍຕົກຕໍ່າລົງໃນໄລຍະປີ 2023, ຫລຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດ ຈົນເຖິງເດືອນຕຸລາ ເຊິ່ງສາເຫດແມ່ນຍ້ອນຄວາມບໍ່ສອດຄ່ອງກັນ ລະຫວ່າງ ຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໂດຍກົງ, ປັດຈຸບັນນີ້ ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024, ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນຢູ່ໃນລະດັບ 25.8% (ເດືອນເມສາ 2024 ຢູ່ໃນລະດັບ 24.9%) ຈາກການສືບຕໍ່ອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top