ຂໍ້ມູນດ້ານພົນລະເມືອງ ມີຄວາມສຳຄັນຕໍ່ການວາງແຜນພັດທະນາແບບຍືນຍົງ

12/06/2024 10:24
Email Print 677
ຂປລ ບັນດາຂໍ້ມູນຕ່າງໆດ້ານພົນລະເມືອງເປັນຕົ້ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການຍົກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລິການ ດ້ານສັງຄົມອື່ນໆ.

    *ບັນດາຂໍ້ມູນຕ່າງໆດ້ານພົນລະເມືອງເປັນຕົ້ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການຍົກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລິການ ດ້ານສັງຄົມອື່ນໆ ເປັນຂໍ້ມູນທີ່ສຳຄັນສຳລັບການຕິດຕາມ ແລະ ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສຳຄັນ ແລະ ມີຄວາມມຸ່ງໝັ້ນອັນແຮງກ້າໃນການສືບຕໍ່ຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສ ຄັ້ງທີ V ໃນປີ 2025 ໂດຍມີຈຸດປະສົງ ເພື່ອສືບຕໍ່ປັບປຸງຖານຂໍ້ມູນດ້ານພົນລະເມືອງແຫ່ງຊາດ ແລະ ສະໜອງຂໍ້ມູນໃຫ້ແກ່ການປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

    ວຽກສຳຫລວດພົນລະເມືອງ ແລະ ທີ່ພັກອາໄສໄດ້ຈັດຕັ້ງປະຕິບັດຢູ່ໃນທຸກໆ 10 ປີ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ, ທັງເກັບກໍາສະພາບການຂະຫຍາຍຕົວຂອງພົນລະເມືອງ, ເກັບກຳສະພາບການທີ່ຢູ່ອາໄສຂອງພົນລະເມືອງ, ເກັບກໍາຂໍ້ມູນພື້ນຖານຂອງພົນລະເມືອງລາວກ່ຽວກັບການສຶກສາ, ສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດຳລົງຊີວິດ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກໍາສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທຳ, ສ້າງຖານຂ້ໍມູນໃຫ້ແກ່ການຄາດຄະເນພົນລະເມືອງ ໃນການຂຶ້ນສຳມະໂນຄົວ ແລະ ຂຶ້ນ ທະບຽນພົນລະເມືອງ, ສ້າງ ແລະ ປັບ ປຸງລະບົບຂ້ໍມູນຂ່າວສານສະຖິຕິ ດ້ານຕ່າງໆ ໃຫ້ມີຄວາມຄົບຖ້ວນສົມ ບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສໍາຫລວດຂໍ້ມູນທາງ ດ້ານເສດຖະກິດ ແລະ ສະພາບທ່າ ອ່ຽງໃນດ້ານອື່ນໆ.ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນແປໄປຢ່າງສັບສົນ ຊຶ່ງຄາດຄະເນໄດ້ຍາກຕິດພັນກັບສະພາບການທົດຖອຍຂອງເສດຖະກິດໂລກ ຊຶ່ງເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບຕ່ໍກັບສະພາບເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະແມ່ນການທີ່ຈະບັນລຸຄາດໝາຍແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ການສໍາຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສທົ່ວປະເທດ ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນເພື່ອຢັ້ງຢືນຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວ.

    ໃນນີ້, ຈະສາມາດຮູ້ໄດ້ຂະໜາດຂອງພົນລະເມືອງ ໃນປີ 2025 ມີຈຳນວນເທົ່າໃດ (ປັດຈຸບັນອີງຕາມການຄາດຄະເນ ປີ 2023 ແມ່ນ 7,5 ລ້ານຄົນ), ສະພາບການເຄື່ອນຍ້າຍຂອງພົນລະເມືອງ, ອັດຕາການຂະຫຍາຍຕົວຂອງພົນລະເມືອງຕໍ່ປີ, ການປ່ຽນແປງທາງໂຄງປະກອບທາງເພດ ແລະ ອາຍຸ, ກໍາລັງແຮງງານຕາມເກນອາຍຸ, ການເກີດ, ການເສຍຊີວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາຄັນອື່ນໆ ຊຶ່ງຂໍ້ມູນເຫລົ່ານີ້ມີປະໂຫຍດຫລວງຫລາຍສາມາດນຳໃຊ້ເຂົ້າ ໃນການກຳນົດນະໂຍບາຍ, ວາງແຜນ ແລະ ຄຸ້ມຄອງດ້ານພົນລະເມືອງ, ດ້ານເສດຖະກິດ-ສັງຄົມລວມທັງດ້ານຄວາມໝັ້ນຄົງຂອງປະເທດ, ເປັນຂໍ້ມູນພື້ນຖານໃນການ ຄາດຄະເນປະຊາກອນໃນຊຸມປີຕໍ່ໜ້າ, ການສໍາຫລວດຄັ້ງນີ້ຈະໄດ້ນໍາໃຊ້ເຄື່ອງມືທັນສະໄໝໂດຍສະເພາະ ແມ່ນພາບຖ່າຍທາງດາວທຽມເພື່ອສ້າງແຜນທີ່ເຂດສໍາຫລວດ, ມີຖານຂໍ້ມູນກ່ຽວກັບຈຸດທີ່ຕັ້ງຂອງໂຄງສ້າງທີ່ພັກອາໄສ, ຄົວເຮືອນ ແລະ ສາມາດເຜີຍແຜ່ຂໍ້ມູນດ້ວຍຮູບແບບແຜນ ແລະ ເຕັກນິກເຕັກໂນໂລຊີອື່ນໆ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top