ຂປລ
ຈີນ ຮຽກຮ້ອງໃຫ້ ຍີ່ປຸ່ນ, ສ.ເກົາຫລີ ແລະ ປະເທດສະມາຊິກ ອາຊຽນ ເພີ່ມຄວາມຮ່ວມມື ດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ລວມເຖິງ ການເຮັດວຽກ ວິໄຈຮ່ວມໃນສາຂາຕ່າງໆ ເພື່ອໃຊ້ປະໂຫຍດ ຈາກໂອກາດ ທີ່ເກີດຂຶ້ນ ໃນຍຸກການ ປະຕິວັດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ຂປລ.ສຳນັກຂ່າວ ອິນໂຟເຄວສ, ວັນທີ 27 ຕຸລາ, ຈີນ ຮຽກຮ້ອງໃຫ້ ຍີ່ປຸ່ນ, ສ.ເກົາຫລີ ແລະ ປະເທດສະມາຊິກ ອາຊຽນ ເພີ່ມຄວາມຮ່ວມມື ດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ລວມເຖິງ ການເຮັດວຽກ ວິໄຈຮ່ວມໃນສາຂາຕ່າງໆ ເພື່ອໃຊ້ປະໂຫຍດ ຈາກໂອກາດ ທີ່ເກີດຂຶ້ນ ໃນຍຸກການ ປະຕິວັດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ໂດຍທ່ານ ຫລີ່ ສຽງ ນາຍົກລັດຖະມົນຕີ ຈີນ ລະບຸວ່າ: ໂອກາດສຳຄັນໃນດ້ານ ປັນຍາປະດິດ (AI) ຫຸ່ນຍົນ ແລະ ຊີວເວຊສາດ ຊຶ່ງເຊື່ອມໂຍງກັບ ການປ່ຽນຜ່ານ ຂອງອຸດສາຫະກຳ ແລະ ຄວາມກ້າວໜ້າ ທາງເຕັກໂນໂລຊີ.
ໃນຖະແຫລງການ ລະຫວ່າງກອງປະຊຸມ ຜູ້ນຳອາຊຽນ, ຍີ່ປຸ່ນ ແລະ ສ.ເກົາຫລີ ທີ່ປະເທດ ມາເລເຊຍ , ທ່ານ ຫລີ່ ສຽງ ກ່າວວ່າ: ຈີນ ພ້ອມທີ່ຈະຮ່ວມມື ຢ່າງຕໍ່ເນື່ອງ ໃນດ້ານເສດຖະກິດ ດິຈິຕອນ, ຍານພາຫະນະໄຟຟ້າ ແລະ ພະລັງງານສະອາດ. ພ້ອມທັງເນັ້ນໜັກເຖິງ ຄວາມສຳຄັນ ກ່ຽວກັບ ການແກ້ໄຂ ຄວາມແຕກຕ່າງ ຜ່ານການເຈລະຈາ ແລະ ປຶກສາຫາລື ປະຕິເສດ ການແຊກແຊງ ຈາກພາຍນອກແລະອື່ນໆ/

KPL