ລັດຖະບານ ຈະແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນ

11/06/2024 14:18
Email Print 909
ຂປລ ຂປລ. ໃນໄລຍະ 6 ເດືອນທ້າຍປີ 2024 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມແຕ່ລະດ້ານ ຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ




ຂປລ. ໃນໄລຍະ
6 ເດືອນທ້າຍປີ 2024 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມແຕ່ລະດ້ານ ຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ໂດຍສຸມໃສ່ວຽກງານທັງໝົດທີ່ກໍານົດໃນ 6 ເປົ້າໝາຍ ຂອງແຜນການປີ ໃຫ້ສຳເລັດຕາມແຜນ ໂດຍສະເພາະ ຈະສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ບັນຫາເງິນເຟີ້ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງ ອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫລາຍຂຶ້ນກ່ວາເກົ່າ. ໃນນັ້ນ, ຈະໄດ້ຄົ້ນ ຄວ້າປັບປຸງນະໂຍບາຍ ອັດຕາດອກເບ້ຍເງິນຝາກ ທີ່ເປັນເງິນກີບເພີ່ມຂຶ້ນ ໃນໄລຍະໃດໜຶ່ງ ເພື່ອສ້າງຄຸນ ຄ່າຂອງເງິນກີບໃຫ້ສູງຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ໃນການຖືຄອງເງິນກີບ, ປະຕິບັດການສຳລະສະສາງ ຢູ່ພາຍໃນປະເທດດ້ວຍເງິນກີບ ແລະ ປະຕິບັດການລວມສູນ         ເງິນຕາຕ່າງປະເທດ ຢູ່ທະນາຄານ. ທັງນີ້, ເພື່ອຮັບປະກັນຄວາມພ້ອມ ໃນການເປັນເຈົ້າພາບກອງປະຊຸມອາຊຽນ ແລະ ປີທ່ອງທ່ຽວລາວ ໃນປີ 2024 ໃຫ້ໄດ້ຮັບໝາກຮັບຜົນໃນລະດັບສູງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮູ້ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ຜ່ານມານີ້ວ່າ: ແຕ່ນີ້ຮອດທ້າຍປີ 2024 ລັດຖະບານ ຈະໄດ້ສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດບັນດາທິດທາງ ຄາດໝາຍວຽກງານຈຸດສຸມ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບັນດາມະຕິຂອງສະພາແຫ່ງຊາດ ບົນຈິດໃຈສືບຕໍ່ສ້າງ ການຫັນປ່ຽນ ໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນ ໃຫ້ປະເທດຊາດສືບຕໍ່ມີ ຄວາມສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງ ຕາມທິດສາມາດກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານການຈັດຕັ້ງປະຕິບັດມະຕິ 04/13ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ມີໝາກຜົນຕົວຈິງ ເພື່ອສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາທີ່ເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນໄດ້ເປັນກ້າວໆ; ສືບຕໍ່ປະຕິບັດແນວ ທາງການຕ່າງປະເທດຢ່າງຕັ້ງໜ້າ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ນີ້ຮອດທ້າຍປີ 2024.

ພ້ອມນີ້, ຍັງຈະສຸມໃສ່ແກ້ໄຂບັນຫາ ການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ ດ້ວຍການເລັ່ງຊຸກຍູ້ບັນດາໂຄງການ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ ທີ່ໄດ້ກຳນົດໄວ້, ເລັ່ງພັດທະນາພະລັງງານລົມ, ພະລັງງານແສງອາທິດ ທີ່ສາມາດກໍ່ສ້າງໄວ ໂດຍສະເພາະພະລັງງານ ແສງອາທິດໃນເຂດອ່າງນໍ້າ ໜ້າເຂື່ອນໄຟຟ້າ, ເຂດທີ່ດິນປອກໂລ້ນ, ດິນຫີນແຮ່ ທີ່ບໍ່ເໝາະສົມ ແກ່ການພັດທະນາກະສິກໍາ. ພ້ອມນັ້ນ, ກໍໃຫ້ເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອລຳລຽງເອົາກະແສໄຟຟ້າ ຈາກບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ ໄປສູ່ບ່ອນຂາດແຄນ ແລະ ເຊື່ອມຕໍ່ກັບປະເທດ ໃກ້ຄຽງ; ສຸມໃສ່ການຈັດຕັ້ງປະຕິບັດສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ສິນເຊື່ອເພື່ອກະຈາຍລົງສູ່ທ້ອງຖິ່ນ ໃຫ້ເປັນຮູບປະທຳ, ພ້ອມທັງໃຫ້ຮີບຮ້ອນອອກເປັນນິຕິກຳ ກຳນົດເງື່ອນໄຂໃນ ການຄັດເລືອກ ເອົາບໍລິສັດ ເພື່ອປະຕິບັດນະໂຍບາຍ ການສະໜອງທຶນ ໃນການເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກໄປຕ່າງປະເທດ ແລະ ນຳເງິນຕາຕ່າງປະເທດ ມາຂາຍໃຫ້ທະນາຄານຄືນ; ເລັ່ງຫັນການໂຄງການ ທົດລອງແຮ່ທາດ ໄປສູ່ກົນໄກປົກກະຕິຕາມກົດໝາຍກໍານົດ, ຢຸດຕິການອະນຸຍາດໃຫ້ຂຸດຄົ້ນຄຳຕົກຂ້ອນຢ່າງເດັດຂາດ. ພ້ອມກັນນັ້ນ, ພາຍຫລັງທີ່ສະພາແຫ່ງຊາດຮັບຮອງ ເອົາຜົນການປະເມີນຄືນ ບັນດາໂຄງການບໍ່ແຮ່ແລ້ວ, ລັດຖະບານ ຈະໄດ້ຮີບຮ້ອນປະຕິບັດ ມາດຕະການຕ່າງໆ ຢ່າງເຂັ້ມງວດ ໂດຍສະເພາະ ແມ່ນໂຄງການທີ່ຖືກຈັດ  ໃນປະເພດອ່ອນ ແລະ ອ່ອນຫລາຍ (ຈັດໃນປະເພດ C+ ແລະ C). ພ້ອມນັ້ນ, ຈະໄດ້ສຸມໃສ່ ມາດຕະການຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄາ, ແຮ່ຫາຍາກ ແລະ ອື່ນໆ ທັງຈະໄດ້ຮີບຮ້ອນຄົ້ນຄວ້ານະໂຍບາຍ ຕົວຈິງຈຳນວນໜຶ່ງ ເພື່ອໃຫ້ມີການສ້າງໂຮງງານປຸງແຕ່ງ ແຮ່ສຳເລັດຮູບຢູ່ລາວ; ເລັ່ງປັບປຸງຂັ້ນ ຂອດການບໍລິການ ຂົນສົ່ງສິນຄ້າຜ່ານດ່ານຊາຍແດນ ແລະ ບັນດາທ່າບົກໃຫ້ງ່າຍດາຍ, ວ່ອງ ໄວ, ສະດວກກວ່າເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ເພື່ອສາມາດແຂ່ງຂັນ ໃນການເຊື່ອມຈອດ ແລະ ເຊື່ອມໂຍງກັບສາກົນ ໂດຍເລັ່ງຄົ້ນຄວ້າການເກັບຄ່າບໍລິການຜ່ານທ່າບົກ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າບໍລິການຜ່ານດ່ານ ໃຫ້ເໝາະສົມ ແລະ ເປັນເອກະພາບກັນ; ສຸມໃສ່ຍູ້ແຮງການສົ່ງເສີມ ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ແຂງແຮງກ່ວາເກົ່າ ແລະ ສືບຕໍ່ປະຕິບັດປະຕິຮູບ ລັດວິສາຫະກິດໃຫ່ຍ ໃຫ້ສຳເລັດຕາມແຜນການ ທີ່ວາງໄວ້.

ພ້ອມກັນນີ້, ລັດຖະບານ ຍັງຈະສຸມໃສ່ການເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫລື ເກີນແຜນ ໃຫ້ເປັນປີທີ 4 ຕິດຕໍ່ກັນ. ໃນນັ້ນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບ ຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບ ໃຫ້ເປັນທັນສະໄໝໃຫ້ກວ້າງ ແລະ ກວມເອົາຫລາຍຂົງເຂດ ໂດຍສະເພາະການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບ ຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ປະຕິບັດລາຍຈ່າຍງົບປະມານ ຢ່າງຮັດກຸມ, ປະຢັດມັດທະຍັດ ໂດຍໃຫ້ບູລິມະສິດການ ເບີກຈ່າຍເງິນເດືອນ, ເງິນອຸດໜູນ, ການຊຳລະໜີ້ສິນ ຕ່າງປະເທດ, ການເປັນປະທານກອງປະຊຸມອາຊຽນ. ສ່ວນການຈັດຊື້ໃໝ່ ຖ້າບໍ່ຈຳເປັນແທ້ໆ ແມ່ນຈະໄດ້ໂຈະໄວ້ກ່ອນ; ຈະສືບຕໍ່ປັບປຸງສະພາບແວດລ້ອມ ແລະ ນະໂຍບາຍສົ່ງເສີມການລົງທຶນ, ການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດ ທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບໜ້າຊ້າ ກໍໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງ ກຳນົດເວລາໃຫ້ບໍລິສັດໄປແກ້ໄຂ, ຖ້າແກ້ໄຂບໍ່ໄດ້ ແມ່ນຈະໄດ້ກ້າວໄປສູ່ ການຍົກເລີກ ຫລື ແຈ້ງສິ້ນສຸດສັນຍາ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ ແລະ ໂຄງການບໍ່ແຮ່.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top