ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ຢ້ຽມຢາມລາວ

11/06/2024 14:11
Email Print 904
ຂປລ ຂປລ. ໃນວັນທີ 7 ມິຖຸນາ 2024 ຜ່ານມານີ້, ທ່ານ ວອນເກີ ເຕີກ (Volker Türk) ຂ້າຫລວງໃຫຍ່ອົງການສະຫະປະຊາຊາດ (ສປຊ) ເພື່ອສິດທິມະນຸດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງເປັນການຢ້ຽມຢາມ ຄັ້ງທໍາອິດ ຂອງເຈົ້າໜ້າທີ່ຂັ້ນສູງ ດ້ານສິດທິມະນຸດຂອງອົງການ ສປຊ ເຊິ່ງການຢ້ຽມຢາມລາວ ຂອງຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດນີ້ ແມ່ນມີຂຶ້ນໃນຂະນະທີ່ ສປປ ລາວ ເປັນປະທານອາຊຽນ 2024




ຂປລ. ໃນວັນທີ 7 ມິຖຸນາ 2024 ຜ່ານມານີ້, ທ່ານ ວອນເກີ ເຕີກ (Volker Türk) ຂ້າຫລວງໃຫຍ່ອົງການສະຫະປະຊາຊາດ (ສປຊ) ເພື່ອສິດທິມະນຸດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງເປັນການຢ້ຽມຢາມ ຄັ້ງທໍາອິດ ຂອງເຈົ້າໜ້າທີ່ຂັ້ນສູງ ດ້ານສິດທິມະນຸດຂອງອົງການ ສປຊ ເຊິ່ງການຢ້ຽມຢາມລາວ ຂອງຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດນີ້ ແມ່ນມີຂຶ້ນໃນຂະນະທີ່ ສປປ ລາວ ເປັນປະທານອາຊຽນ 2024 ແລະ ເປັນປະທານຄະນະກໍາມາທິການ ລະຫ່ວາງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໃນລະຫວ່າງການຢ້ຽມຢາມລາວ, ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.




ໃນໂອກາດພົບປະໂອ້ລົມກັບ ການນໍາຂັ້ນສູງຂອງ ສປປ ລາວ, ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ດີ ລະຫວ່າງ ລັດຖະບານລາວ ແລະ ຫ້ອງການຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ແລະ ຜົນສໍາເລັດເປັນກ້າວໆມາ ຂອງວຽກງານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ ສປປ ລາວ ໂດຍສະເພາະ ການຈັດຕັ້ງປະຕິບັດພັນທະ, ຄໍາໝັ້ນສັນຍາສາກົນ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ ກໍຄື ພາຍໃຕ້ກົນໄກທົບທວນປະຈໍາໄລຍະ (UPR) ລວມທັງການສ້າງ ແລະ ປ້ອງກັນ ບົດລາຍງານແຫ່ງຊາດຂອງ ສປປ ລາວ. ພ້ອມທັງ ຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ນອກນັ້ນ, ກໍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການສົ່ງເສີມບົດບາດ ຍິງ-ຊາຍ, ການປະຕິ ບັດກົດໝາຍທີ່ກ່ຽວຂ້ອງກັບສິດທິມະນຸດ ແລະ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ.




ພ້ອມກັນນັ້ນ, ການນໍາຂັ້ນສູງຂອງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນສໍາເລັດເປັນກ້າວໆມາ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງລວມທັງເປົ້າ ໝາຍສະເພາະ ສໍາລັບ ສປປ ລາວ ກ່ຽວກັບ ການແກ້ໄຂຜົນກະທົບ ຂອງລະເບີດບໍ່ທັນແຕກ ເຊິ່ງເປັນສິ່ງກີດຂວາງອັນສໍາຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຕໍ່ການລຶບລ້າງຄວາມທຸກຍາກ
ກໍຄື ຕໍ່ການຊົມໃຊ້ສິດ ທິມະນຸດ ຂອງປະຊາຊົນລາວບັນດາເຜົ່າ. ສປປ ລາວ ຍາມໃດກໍມີຄວາມພະຍາມຍາມໃນການ ຈັດຕັ້ງຜັນຂະຫຍາຍພັນທະສາກົນ ພາຍໃຕ້ສົນທິສັນຍາສາກົນ ດ້ານສິດທິມະນຸດທີ່ ສປປ ລາວ ເຂົ້າເປັນພາຄີ ເຂົ້າໃນລະບົບກົດໝາຍຂອງ ສປປ ລາວ ດ້ວຍການບັນຍັດ ສິດທິພື້ນຖານ ແລະ ພັນທະຂອງປະຊາຊົນລາວ ໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາຫລາຍໆສະບັບ, ພ້ອມທັງ ເອົາໃຈໃສ່ໃນການສ້າງ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບ ສິດທິມະນຸດ ໃຫ້ພະນັກງານ ແລະ ເຈົ້າຫນ້າທີ່ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ກໍຄື ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ປະຊາຊົນ. ໃນຖານະເປັນປະທານອາຊຽນປີ 2024 ທັງເປັນປະທານຄະນະກໍາມາທິການລະຫວ່າງລັດ ຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສປປ ລາວ ໄດ້ຕັ້ງໜ້າປະກອບສ່ວນ ເຂົ້າໃນສົ່ງເສີມການຮ່ວມມື ວຽກງານສິດທິມະນຸດ ໃນອາຊຽນບົນພື້ນຖານຈຸດພິເສດ ແລະ ຄວາມເປັນຈິງຂອງອາຊຽນ ແລະ ຂອງແຕ່ລະປະເທດສະມາຊິກອາຊຽນ. ໄດ້ແຕ່ງຕັ້ງຜູ້ຕາງໜ້າພິເສດ ຂອງປະທານອາຊຽນ ກ່ຽວກັບ ມຽນມາ ເພື່ອອໍານວຍຄວາມສະດວກ ແລະ ຊ່ວຍມຽນມາໃນການປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ເພື່ອຊອກຫາວິທີທາງແກ້ໄຂແບບກວມລວມ, ສັນຕິວິທີ ແລະ ຍືນຍົງຕໍ່ສະຖານະການພາຍໃນມຽນມາ ບົນພື້ນຖານມຽນມາເປັນເຈົ້າການ ແລະ ນໍາພາ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ຜູ້ຕາງໜ້າພິເສດປະທານອາຊຽນຂອງ ສປປ ລາວ ສໍາລັບມຽນມາ, ພົບປະສົນທະນາກັບ ທ່ານ ທູດຢົ້ງ ຈັນທະລັງສີ ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ, ພົບປະກັບກົມສົນທິສັນຍາ ແລະ ກົດໝາຍ ກະ ຊວງການຕ່າງປະເທດ ເຊິ່ງເປັນທັງກອງເລຂາຄະນະກໍາມະການແຫ່ງຊາດ ວ່າດ້ວຍ ສິດທິມະນຸດ  ແລະ ເຂົ້າຮ່ວມກອງປະຊຸມສໍາມະນາ ຫົວຂໍ້ ສິດທິມະນຸດ ແລະ ສິ່ງແວດລ້ອມ ໂດຍເນັ້ນເຖິງສິດທິ ໃນການມີສິ່ງແວດລ້ອມທີ່ສະອາດ, ປອດໄພ ແລະ ຍືນຍົງ ທີ່ໄດ້ຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄູອາຈານ, ນັກສຶກສາ, ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ຂ່າວ: ກຕທ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top