ສປ ຈີນ ເລັ່ງປັບປຸງໂຄງສ້າງອຸດສາຫະກຳການຜະລິດເຫລັກກ້າໃຫ້ເປັນມິດກັບສິ່ງແວດລ້ອມ-ກາກບອນຕ່ຳ

11/06/2024 13:48
Email Print 282
ຂປລ ສປ ຈີນ ເລັ່ງຍົກລະດັບ ໂຄງສ້າງ ອຸດສາຫະກຳ ການຜະລິດ ເຫລັກກ້າ ຊຸກຍູ້ ການພັດທະນາ ແບບຍືນຍົງ ແລະ ເປັນມິດ ກັບສິ່ງແວດລ້ອມ ແລະ ປະສົບຜົນສຳເລັດ ເປັນຢ່າງດີ ຊຶ່ງໄດ້ສະແດງອອກ ໃນດ້ານການປະຢັດ ພະລັງງານ ແລະ ສາມາດ ຍົກລະດັບ ການພັດທະນາ ທີ່ເປັນມິດ ກັບສິ່ງແວດລ້ອມ ໃຫ້ສູງຍິ່ງຂຶ້ນ

ຂປລ.ຕາມຂ່າວຈາກ CMG, ສປ ຈີນ ເລັ່ງຍົກລະດັບ ໂຄງສ້າງ ອຸດສາຫະກຳ ການຜະລິດ ເຫລັກກ້າ ຊຸກຍູ້ ການພັດທະນາ ແບບຍືນຍົງ ແລະ ເປັນມິດ ກັບສິ່ງແວດລ້ອມ ແລະ ປະສົບຜົນສຳເລັດ ເປັນຢ່າງດີ ຊຶ່ງໄດ້ສະແດງອອກ ໃນດ້ານການປະຢັດ ພະລັງງານ ແລະ ສາມາດ ຍົກລະດັບ ການພັດທະນາ ທີ່ເປັນມິດ ກັບສິ່ງແວດລ້ອມ ໃຫ້ສູງຍິ່ງຂຶ້ນ ຫລັງຈາກ ສະຖິຕິ ວິສາຫະກິດ ຜະລິດເຫລັກກ້າ ໃນລະຫວ່າງປີ 2014-2023 ພະລັງງານ ທີ່ໃຊ້ ໃນການຜະລິດ ຫລັກກ້າ 1ໂຕນ ສະເລ່ຍແລ້ວ ຫລຸດລົງ 5,87% ການປ່ອຍ ອາຍແກັສ sulfur dioxide 81%,ການປ່ອຍ ຝຸ່ນລະອອງ ຫລຸດລົງ 70,8%,ປະລິມານ ການປ່ອຍກາກບອນ ຂອງອຸດສາຫະກຳ ການຜະລິດ ຫລັກກ້າ ຄິດເປັນ 15% ຂອງຍອດ ການປ່ອບ ກາກບອນທົ່ວປະເທດ ເປັນອຸດສາຫະກຳ ການຜະລິດ ທີ່ມີການປ່ອຍ ກາກບອນ ຫລາຍທີ່ສຸດ ໃນອຸດສາຫະກຳ ການຜະລິດ ຂະໜາດໃຫຍ່ ທັງໝົດ 31 ປະເພດ.ໃນຊຸມປີ ມໍ່ໆມານີ້, ສປ ຈີນ ໄດ້ປະຕິບັດ ໂຄງສ້າງແບບ ດິຈິຕອນ ຊຶ່ງມີການປ່ອຍ ອາຍພິດ ໃນລະດັບຕ່ໍ່າ ພິເສດ  ແລະ ໃຊ້ພະລັງງານ ໜ້ອຍທີ່ສຸດ ເຮັດໃຫ້ ການປັບປ່ຽນ ໂຄງສ້າງ ອຸດສາຫະກຳ ຜະລິດ ເຫລັກກ້າ ທີ່ເປັນມິດ ກັບສິ່ງແວດລ້ອມ ແລະ ກາກບອນຕ່ຳ ໄດ້ປະສົບ ຜົນສໍາເລັດ ຢ່າງຈະແຈ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top