ຄວາມພາກພູມໃຈທີ່ "ລາຍນາກ" ໄດ້ເປັນມໍລະດົກໂລກ

10/06/2024 14:16
Email Print 448
ຂປລ ເປັນອີກໜຶ່ງຄວາມພາກພູມໃຈຂອງປະຊາຊົນລາວ ທີ່ມູນມໍລະດົກທາງພູມປັນຍາ ຄືສິລະປະການຕໍ່າ, ການປັກແສ່ວລາຍນາກໃນແຜ່ນແພລາວ ທີ່ສືບທອດກັນມາແຕ່ບູຮານນະການ ໄດ້ເປັນທີ່ຮູ້ຈັກຫລາຍຂຶ້ນໄປທົ່ວໂລກ ເນື່ອງຈາກວ່າ “ລາຍນາກ” ໃນຜ້າພື້ນເມືອງຂອງ ສປປ ລາວ ໄດ້ຮັບການຮັບຮອງຈາກອົງການ ອຸຍແນັສໂກ (UNESCO) ເປັນມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້.

    *ເປັນອີກໜຶ່ງຄວາມພາກພູມໃຈຂອງປະຊາຊົນລາວ ທີ່ມູນມໍລະດົກທາງພູມປັນຍາ ຄືສິລະປະການຕໍ່າ, ການປັກແສ່ວລາຍນາກໃນແຜ່ນແພລາວ ທີ່ສືບທອດກັນມາແຕ່ບູຮານນະການ ໄດ້ເປັນທີ່ຮູ້ຈັກຫລາຍຂຶ້ນໄປທົ່ວໂລກ ເນື່ອງຈາກວ່າ  “ລາຍນາກ”  ໃນຜ້າພື້ນເມືອງຂອງ ສປປ ລາວ ໄດ້ຮັບການຮັບຮອງຈາກອົງການ ອຸຍແນັສໂກ  (UNESCO) ເປັນມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້. ນັ້ນສະແດງໃຫ້ເຖິງຄຸນຄ່າອັນຍອດຍິ່ງທາງວັດທະນະທຳ ທີ່ເປັນສີໄມ້ລາຍມືຂອງແມ່ຍິງລາວ ໄດ້ຮັບການເຊີດຊູງໃຫ້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.

    ດັ່ງທີ່ທ່ານ ນາງ ດວງເດືອນ ບຸນຍາວົງ ຜູ້ຊ່ຽວຊານດ້ານວັດທະນະທໍາ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມງານສໍາມະນາ  “ລາຍນາກ” ຫັດຖະກຳພື້ນເມືອງລາວທີ່ໄດ້ຮັບຮອງເປັນມໍລະດົກນາມມະທຳ ຂອງອົງການອຸຍແນັສໂກ  ທີ່ຫໍວັດທະນະທຳແຫ່ງຊາດວ່າ: ລາຍນາກ ແມ່ນວັດທະນາທໍາທີ່ຢູ່ຄຽງຄູ່ກັບແມ່ຍິງລາວແຕ່ດົນນານມາແລ້ວ ເນື່ອງຈາກວ່າປະຊາຊົນລາວ ເຊື້ອວ່າພະຍານາກ ແມ່ນສິ່ງສັກສິດທີ່ຄ່ອຍປົກປັກຮັກສາຈາກສິ່ງບ່ໍດີ ດັ່ງນັ້ນຜູ້ຊາຍຈ່ຶງມັກສັກລາຍນາກເພື່ອຄອຍປົກປັກຮັກສາ ໃຫ້ຫລອດພົ້ນ ຈາກອັນຕະລາຍຕ່າງໆ. ສະນັ້ນ ແມ່ຍິງລາວຈຶ່ງໄດ້ ຖັກທໍລາຍນາກລົງໃນຜືນຜ້າຕ່າງໆ ບໍ່ວ່າຈະເປັນແພບ່ຽງ, ແພປູໂຕະ, ແພຄຽນຫົວ, ຕີນສີ້ນ ແລະ ຜືນສີ້ນ  ເພື່ອຊົມໃຊ້ຕະຫລອດມາຈົນເຮັດໃຫ້ຄວາມເຊື່ອເຫລົ່ານີ້ກາຍມາເປັນສິລະປະ, ກາຍມາເປັນວັດທະທໍາຂອງຄົນເຊື້ອຊາດ  ລາວທຸກຄົນຈົນວັດທະທໍາເຫລົ່ານີ້ ໄດ້ຮັບນາມມະຍົດເປັນມໍລະດົກທາງວັດທະນະທໍາຂອງໂລກ ຈຸດນີ້ມັນໄດ້ສ້າງຄວາມພາກພູມໃຈໃຫ້ຂ້າພະເຈົ້າຫລາຍ.

     ສະນັ້ນ, ເພື່ອເປັນການອະນຸລັກຮັກສາ ສິລະປະວັດທະທໍາເຫລົ່ານີ້ ໃຫ້ມີຄວາມຢືນຍົງ ນັ້ນສັງຄົມຕ້ອງນໍາໃຊ້ເພາະເມື່ອມີການນໍາໃຊ້ ມັນຈຶ່ງບໍ່ຈາງຫາຍໄປກັບການເວລາອີກຢ່າງໜຶ່ງ ບັນດານາຍຊ່າງຫັດຖະກໍາທັງຫລາຍ ບໍ່ວ່າແຕ່ຫັດຖະກໍາຕໍ່າແຜ່ນແຕ່ຊ່າງຫັດຖະກໍາອື່ນໆ ກໍຕ້ອງຖ່າຍທອດຜົນງານກ່ຽວກັບລາຍນາກໃຫ້ຫລາຍຂຶ້ນ ເພື່ອເປັນທີ່ຈົດຈໍາ ແລະ ມີບົດບາດໃນການໃຊ້ໃນຊີວິດປະຈໍາວັນຂອງຄົນເຮົາ. ພ້ອມດຽວກັນ ທ່ານນາງ  ບຸນມີ ພັນທະເນດ ເຈົ້າຂອງຮ້ານຂາຍກະເປົາໄຜ ເອກະລັກກໍສະແດງຄວາມຮູ້ສຶກວ່າ: ຕົນເອງຮູ້ສຶກດີໃຈຫລາຍ ທີ່ໄດ້ເປັນສ່ວນໜຶ່ງໃນງານທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບປະຊາຊົນລາວເຮົາ ເນື່ອງຈາກວ່າລາຍນາກໃນແຜ່ນແພລາວມີຄວາມໂດດເດັ່ນ, ສວຍງາມດ້ານລວດລາຍ  ແລະ ຄວາມປານີດຂອງການຖັກທໍ. ສໍາລັບ ລາຍນາກ ນອກຈາກເປັນ ເຄື່ອງນຸ່ງຫົ່ມຍັງຖືກປະຍຸກໃຊ້ໃນ ຜະລິດຕະພັນຕ່າງໆຂອງລາວ. ໃນ ນັ້ນ, ກະເປົາໄຜ່ເອກະລັກ ກໍເປັນໜຶ່ງ ໃນນັ້ນ.  ເມື່ອລາຍນາກໄດ້ຮັບຮອງ ກໍຈະເຮັດໃຫ້ສັງຄົມ ໃຫ້ຄວາມສົນ ໃຈຜະລິດຕະພັນຕ່າງໆ ທີ່ມີລາຍ ນາກຫລາຍຂຶ້ນເຊິ່ງເປັນຈຸດດີສໍາລັບຜູ້ປະກອບການລາວ. ສະນັ້ນ, ເພື່ອໃຫ້ມູນມໍລະດົກເຫລົ່ານີ້ ຄຽງຄູ່ກັບສັງຄົມລາວເຮົາຄົນຮຸ່ນຫລັງຕ້ອງຊ່ວຍກັນປົກປັກຮັກສາ ແລະ ຊົມໃຊ້ເພື່ອຄວາມຍືນຍົງ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top