ຄຸນງາມຄວາມດີທີ່ເປັນອຳມະຕະຂອງ ສະຫາຍ ກິມ ເຈິງ ອິນ ທີ່ໄດ້ສ້າງໃນການກໍ່ສ້າງພັກແຮງງານເກົາຫລີ

19/06/2024 11:36
Email Print 2244
ຂປລ *ວັນທີ 19 ມິຖຸນາ, ປີ2024 ແມ່ນວັນຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫລີ ໄດ້ເລີ່ມຕົ້ນເຮັດວຽກ ຢູ່ສູນກາງພັກແຮງງານເກົາຫລີ. ຕະຫລອດໄລຍະແຫ່ງການນຳພາ ພັກແຮງງານ ເກົາຫລີ, ສະຫາຍ ກິມ ເຈິງ ອິນ ໄດ້ ຖືເອົາການເສີມສ້າງ ພັກຂອງ ສະຫາຍ ກິມ ອິນ ຊຸງ ລວມ ທັງຊື່ ແລະ ຄວາມເປັນຈິງເປັນພາ ລະກິດຕົ້ນຕໍ ແລະ ດຳເນີນການຈັດຕັ້ງປະຕິບັດຢ່າງມີໝາກຜົນ.



(ເນື່ອງໃນໂອກາດ ຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີໄດ້ເລີ່ມຕົ້ນເຮັດວຽກຢູ່ສູນກາງພັກແຮງງານເກົາຫລີ 19 ມິຖຸນາ 1964 -19 ມິຖຸນາ 2024)



*ວັນທີ 19 ມິຖຸນາ, ປີ2024 ແມ່ນວັນຄົບຮອບ 60 ປີ ທີ່ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫລີ ໄດ້ເລີ່ມຕົ້ນເຮັດວຽກ ຢູ່ສູນກາງພັກແຮງງານເກົາຫລີ. ຕະຫລອດໄລຍະແຫ່ງການນຳພາ ພັກແຮງງານ ເກົາຫລີ, ສະຫາຍ ກິມ ເຈິງ ອິນ ໄດ້ ຖືເອົາການເສີມສ້າງ ພັກຂອງ ສະຫາຍ ກິມ ອິນ ຊຸງ ລວມ ທັງຊື່ ແລະ ຄວາມເປັນຈິງເປັນພາ ລະກິດຕົ້ນຕໍ ແລະ ດຳເນີນການຈັດຕັ້ງປະຕິບັດຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວຄິດການປະ ຕິວັດ, ແນວຄິດຈຸດເຊ ທີ່ ສະຫາຍ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນ ໃຫ້ເປັນຮູບປະທຳ ແລະ ເປັນແນວຄິດຊີ້ນຳພຽງ ໜຶ່ງດຽວຂອງພັກແຮງງານເກົາຫລີ, ທັງໄດ້ຖືເອົາແນວຄິດດັ່ງກ່າວ ເປັນຕົວແບບກໍຄືໂຄງການອັນສູງສຸດໃນທົ່ວສັງຄົມ.

ຍ້ອນການຊີ້ນຳໆພາຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ຮັບການພັດທະນາ ໃຫ້ເປັນອົງການຈັດຕັ້ງທີ່ມີຄວາມປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບໃນການທຳຕົວຈິງ, ເປັນອົງການຈັດຕັ້ງ ທີ່ມີລະບົບແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການ ນຳພາທີ່ເປັນໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ. ພັກແຮງງານເກົາຫລີ ໄດ້ໂຮມພະລັງມວນຊົນ ໃຫ້ແຂງແກ່ນຄືດັ່ງຫີນສິລາ, ມີການຈັດຕັ້ງ ແລະ ມີແນວຄິດ ທີ່ເປັນເອກະພາບ ຍຶດໝັ້ນຄຳສັ່ງ ສອນສະຫາຍ ກິມ ອິນ ຊຸງ ເປັນຫລັກ ເພື່ອໝູນໃຊ້ເຂົ້າກັບສະພາບ ຄວາມເປັນຈິງໃນການກໍ່ສ້າງພັກ. ນີ້ແມ່ນ ໝາກຜົນອັນລ້ຳຄ່າທີ່ມີລັກສະນະລະອຽດຕໍ່ຜູ້ນຳຂອງ ສະຫາຍ ກິມ ເຈິງ ອິນ, ທີ່ເຂົ້າໃຈບັນຫາເລິກເຊິ່ງ ຢ່າງຫາອັນປຽບບໍ່ໄດ້, ສະຫາຍໄດ້ ນຳພາຢ່າງປີຊາສາມາດໃນການຕັດສິນໃຈ ວາງຫລັກການ ແລະ ວາງມະຕິທາງ ດ້ານການເມືອງທີ່ສະຫລາດ ສ່ອງໃສ. ສະຫາຍ ກິມ ເຈິງ ອິນ ໄດ້ ສ້າງພັກແຮງງານເກົາຫລີ ໃຫ້ເປັນ ພັກທີ່ຮັບໃຊ້ມວນຊົນ, ມີຄວາມຮັບຜິດຊອບຢ່າງເຕັມສ່ວນຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນ ທັງຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ ຈິງ. ການເຊີດຊູເສີມຂະຫຍາຍສາຍກ່ຽວພັນ ແບບກາຍະ ອິນຊີ ລະຫວ່າງ ພັກແຮງງານ ເກົາຫລີ ແລະ ປະຊາຊົນລວມທັງຄວາມ ເປັນປຶກແຜ່ນແໜ້ນໜາ ຂອງຮາກຖານມວນຊົນຂອງພັກ ເປັນຫລັກການທີ່ສຳຄັນ ໃນການກໍ່ສ້າງພັກ ກໍຄືການຄົງຕົວ ແລະ ຂະ ຫຍາຍຕົວຂອງພັກ. ສະຫາຍໄດ້ເຫັນແຈ້ງວ່າ ທຸກການຈັດຕັ້ງ ແລະ ພະນັກງານ ລ້ວນຕ້ອງດຳເນີນການຈັດຕັ້ງເພື່ອ ຜົນປະໂຫຍດຂອງມະຫາຊົນ ດຳລົງຊີວິດຕິດແທດກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ. ຍ້ອນມີແນວທາງການເມືອງທີ່ຮັບໃຊ້ສິດຜົນປະ ໂຫຍດຂອງທົ່ວປວງຊົນ, ພັກ ແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດ ໃນການເຕົ້າໂຮມຄວາມເປັນ ເອກະພາບຈິດໜຶ່ງໃຈດຽວຂອງຜູ້ນຳ ກໍຄືຂອງພັກ ແລະ ຂອງມວນຊົນ ເປັນເທື່ອທຳອິດໃນປະຫວັດສາດທ່າມກາງ ຄວາມຜັນຜວນທາງການ ເມືອງຂອງໂລກ, ນຳພາສັງຄົມ ເກົາຫລີ ໃຫ້ເປັນຄອບຄົວສັງຄົມນິຍົມ ທີ່ເປັນປຶກແຜ່ນ ແລະ ສະແດງ ໃຫ້ເຫັນຄວາມເກັ່ງກ້າສາມາດຂອງ ພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະ ໄດ້ ເຊິ່ງໄດ້ນຳພາປວງຊົນທັງຊາດ ເດັດດ່ຽວຍາດເອົາໄຊຊະນະ ໃນການສ້າງສັງຄົມນິຍົມ ທີ່ໄດ້ຮັບການສະ ໜັບສະໜູນ ແລະ ເຊື່ອໝັ້ນຢ່າງເດັດ ຂາດຂອງປວງຊົນຕະຫລອດມາ.

ສະຫາຍ ກິມເຈິງອິນ ໄດ້ພັດທະນາພັກ ແຮງງານເກົາຫລີ ໃຫ້ເປັນກຳລັງ ການເມືອງທີ່ມີພະລັງເຂັ້ມແຂງ ໃນການນຳພາການປະຕິວັດ ຕາມນະໂຍບາຍເຊິນກຸນ. ສະຫາຍໄດ້ນຳພາ ການປະຕິວັດໄປຕາມແນວທາງນະໂຍບາຍເຊິນກຸນ ພ້ອມກັບປະທານ ກິມອິນຊຸງ ແຕ່ຄາວຍັງ ເຍົາໄວ ແລະ ມີຄວາມສົນໃຈຢ່າງເລິກເຊິ່ງໃນ ການພັດທະນາກອງທັບປະຊາຊົນ ເກົາຫລີ. ສະຫາຍເຂົ້າໃຈວ່າພັກ ແຮງງານເກົາຫລີ ເປັນຜູ້ນຳພາ ໂດຍກົງ ແລະ ເດັດຂາດຕໍ່ກອງທັບ ແລະ ນຳພາເປັນແບບຢ່າງ ໃນການເດີນຕາມແນວຄິດຈຸດເຊ. ສິ່ງ ທີ່ເຫັນ ໄດ້ຢ່າງຈະແຈ້ງແມ່ນສະຫາຍ ໄດ້ສ້າງແນວທາງການເມືອງເຊິນກຸນ ເປັນຫລັກຂອງແນວທາງ ການເມືອງສັງຄົມນິຍົມໃນຊຸມປີ 1990 ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບແວດລ້ອມ ທີ່ມີການຫັນປ່ຽນ ແລະ ການຜັນແປຂອງສະພາບການ ແລະ ໄດ້ພັດທະນາພັກ ແຮງງານ ເກົາຫລີ ໃຫ້ເປັນອົງການຈັດຕັ້ງທາງການເມືອງ ທີ່ນຳພາການປະຕິວັດ ຕາມນະໂຍບາຍເຊິນກຸນ. ການຍຶດຖືເອົາແນວທາງເຊິນກຸນ ເປັນແນວທາງທີ່ມີຊີວິດຊີວາຂອງພັກ ແລະ ການປະຕິວັດ ແລະ ແກ້ໄຂທຸກບັນຫາບົນພື້ນຖານຫລັກ ການທີ່ໃຫ້ບູລິມະສິດ ແກ່ວຽກງານປ້ອງກັນຊາດ, ສະຫາຍ ໄດ້ຖືເອົາກອງທັບປະຊາຊົນເປັນຫລັກແຫລ່ງ ຂອງສັງຄົມນິຍົມ ແລະ ນຳພາຢ່າງເອົາຈິງເອົາຈັງ ໄປສູ່ການເຮັດສຳເລັດໜ້າທີ່ ຕາມພາລະບົດບາດ ແລະ ມາດຕະຖານຂອງການປະຕິວັດ ເຊິນກຸນ ໄປຄຽງ ຄູ່ກັບການສືບຕໍ່ດຳເນີນແນວທາງເຊິນກຸນ ຢ່າງເດັດດ່ຽວໜຽວແໜ້ນ.ສະຫາຍໄດ້ຮັບປະກັນວ່າ ສະມາຊິກພັກທັງໝົດ ໄດ້ຮຽນຮູ້ຈາກອຸດົມຄະຕິທາງການເມືອງ ກ່ຽວກັບນ້ຳໃຈເຮັດວຽກທີ່ເດັດດ່ຽວ ເຂັ້ມແຂງຂອງທະຫານ, ພະນັກງານ ແລະ ກຳລັງປະກອບອາ ວຸດຂອງປະຊາຊົນ, ແບບແຜນວິທີເຮັດວຽກຂອງພັກ ໃນການປ້ອງກັນຊາດ ແລະ ການເປັນແບບຢ່າງໃນການດຳລົງຊີວິດ, ການຮ່ວມມື ລະຫວ່າງ ກອງກຳລັງປ້ອງກັນຊາດ ແລະ ການເມືອງ ແມ່ນປະສານກົມກຽວກັນແໜ້ນ ໃນບັນດາອົງການຈັດຕັ້ງພັກ ແລະ ພະນັກງານ.
ດັ່ງນັ້ນ, ຈຶ່ງເຮັດໃຫ້ພັກແຮງງານເກົາຫລີ ມີຄວາມເຂັ້ມແຂງທາງດ້ານແນວຄິດປະຕິວັດ, ການຈັດຕັ້ງ, ລະບຽບວິໄນ ແລະ ຄວາມເປັນເອກະພາບເປັນກຳລັງຂັບເຄື່ອນ ທີ່ມີບົດບາດສຳຄັນ ໃນການປະຕິວັດ ແລະ ການສ້າງສາປະເທດຊາດ. ສະຫາຍ ກິມເຈິງອິນ ໄດ້ ນຳພາກອງທັບ ແລະ ປະຊາຊົນ ສປປ ເກົາຫລີ ໄປສູ່ຄວາມມີນ້ຳໃຈເດັດດ່ຽວເຂັ້ມແຂງ ສາມາດຍາດເອົາຜົນສຳເລັດ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃນການສູ້ຊົນກໍ່ສ້າງປະເທດສັງຄົມນິຍົມ. ການຫັນເອົາພັກ ໄປເຮັດວຽກໂດຍກົງກັບປະຊາຊົນ, ເຮັດ ຕາມຄວາມຄິດ ແລະ ຄວາມຮູ້ສຶກຂອງປະຊາຊົນ ໃນຄາວທີ່ສະຫາຍຍັງເຍົາໄວນັ້ນ, ສະຫາຍໄດ້ນຳພາພັກແຮງງານເກົາຫລີ ໃຫ້ຖືເອົາຄວາມຄິດ ຂອງປະຊາຊົນເປັນຂໍກະແຈ ໃນການດຳເນີນການປະຕິວັດ ແລະ ການກໍ່ສ້າງປະເທດຊາດ, ຖືເອົາວຽກງານການເມືອງ ແນວຄິດເປັນກົກໃນທຸກວຽກງານ ເພື່ອຊຸກຍູ້ທຸກວິທີທາງໃຫ້ເກີດຄວາມຫ້າວຫັນ ໃນການປະຕິວັດຢ່າງປະດິດສ້າງຂອງມວນຊົນ ແລະເຊື່ອໝັ້ນກຳລັງແຮງຂອງເຂົາເຈົ້າທີ່ຈະສ້າງປະຫວັດສາດ ອັນຍິ່ງໃຫ່ຍໃນການຫັນປ່ຽນທຳມະຊາດມາຮັບໃຊ້ສັງຄົມຕາມແນວຄິດຈຸດເຊວາງໄວ້. ໃນກາງຊຸມປີ 1990 ສະຫາຍ ກິມເຈິງອິນ ໄດ້ເຮັດປະກາດບົດນິພົນກ່ຽວກັບ “ການໃຫ້ບູລິມະສິດ ແກ່ວຽກງານແນວຄິດແມ່ນ ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການປະຕິບັດພາລະກິດສັງຄົມນິຍົມ”, “ລັດ ທິສັງຄົມນິຍົມແມ່ນວິທະຍາ ສາດ” ແລະ ນຳພາພະນັກງານ, ທະຫານແລະປະຊາຊົນ ໃຫ້ມີຄວາມເຊື່ອໝັ້ນຕໍ່ໄຊຊະນະ ຂອງລັດທິສັງຄົມນິຍົມ ແລະ ຮັບປະກັນຍາດເອົາໄຊຊະນະ ໃນການພິທັກປົກປ້ອງລັດທິສັງຄົມນິຍົມ ແລະ ສູ້ຊົນສ້າງປະເທດໃຫ້ຈະເລີນກ້າວໜ້າ.
ຍ້ອນການນຳພາ ທີ່ມີວິໄສທັດຍາວໄກຂອງ ສະຫາຍ ກິມເຈິງອິນ ທີ່ໄດ້ອຸທິດຄວາມມານະພະຍາຍາມແຕ່ຫົວທີ ໃນການເສີມຂະຫຍາຍການເມືອງແນວຄິດ ອັນໜັກແໜ້ນ ໃນຂະບວນການປະຕິວັດ ແລະ ກໍ່ສ້າງປະເທດຊາດ, ບັນດາພະນັກງານ, ທະຫານ ແລະ ປະ ຊາຊົນ ສປປ ເກົາຫລີ ດ້ວຍຈິດໃຈອັນເຂັ້ມແຂງ ທີ່ບໍ່ມີຫຍັງເອົາຊະນະ ໄດ້ສາມາດຫັນປ່ຽນໂສມໜ້າ ຂອງປະເທດຊາດ, ພ້ອມກັນສຸມກຳລັງພັດທະນາ ເສດຖະກິດແຫ່ງຊາດ ກ້າວສູ່ທັນສະໄໝ ແລະ ຍູ້ແຮງການພັດທະນາວິທະຍາສາດ ເຕັກໂນໂລຊີ, ຍາດເອົາໄຊຊະ ນະ ໃນການສ້າງວັດທະນະທຳສັງຄົມນິຍົມ ພາຍໃຕ້ເງື່ອນໄຂ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ. ສະຫາຍ ກິມເຈິງອິນ ໄດ້ເສີມສ້າງພັກແຮງງານເກົາຫລີ ໃຫ້ເປັນພັກທີ່ມີໄຊຊະນະ ແລະ ໄດ້ປະກອບສ່ວນອັນເປັນອຳມະຕະ ເຂົ້າໃນພາລະກິດສັງຄົມນິຍົມ ແລະ ພາລະ ກິດ ເພື່ອຄວາມເປັນເອກະລາດຂອງໂລກ. ເມື່ອຫວນຄືນຄຸນງາມຄວາມດີອັນຍິ່ງໃຫຍ່ ຊຶ່ງສະຫາຍໄດ້ສ້າງ ໃນການກໍ່ສ້າງພັກແຮງງານເກົາຫລີ, ມວນມະນຸດກ້າວໜ້າຂອງໂລກ ເນັ້ນໜັກເປັນເອກະພາບວ່າ ສະຫາຍ ໄດ້ເສີມສ້າງພັກແຮງງານເກົາຫລີ ທີ່ເປັນເສນາ ທິການໃຫ່ຍຂອງການປະຕິວັດ ເກົາຫລີ ໃຫ້ເປັນພັກທີ່ຍິ່ງໃຫຍ່ ແລະ ກຽດສັກສີ ດ້ວຍການເຄື່ອນໄຫວຕົວຈິງ ແລະ ທິດສະດີແນວຄິດທີ່ມີເອກະລັກ, ເວົ້າສະເພາະ ໃນໄລຍະຕົ້ນ ປີ1990 ທີ່ບາງພັກກຳອຳນາດຂອງອະດີດ ສະຫະພາບໂຊວຽດ ແລະ ປະເທດ ເອີລົບ ຕະເວັນອອກ ໄດ້ຖືກລົ້ມສະຫລາຍ ແລະ ພາລະກິດສັງຄົມນິຍົມ ໄດ້ຖືກປະເຊີນກັບຄວາມວຸ້ນວາຍ ຂອງການພັງທະລາຍຊົ່ວຄາວ, ສະຫາຍ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາສຳຄັນ ແລະ ມີຫລັກການໃນເຄື່ອນໄຫວຂອງພັກ ແລະ ກໍ່ສ້າງພັກປະຕິວັດ ຂອງຊົນຊັ້ນ ກຳມະກອນ ແລະ ວິທີເພື່ອປະຕິບັດນັ້ນ ຢູ່ໃນບັນດາບົດຄວາມກໍຄືບົດຄວາມ “ລັດທິສັງຄົມນິຍົມແມ່ນວິທະຍາສາດ” ແລະ ສະຫາຍໄດ້ທັບມ້າງກົນອຸບາຍ ແລະ ການກະທໍາທີ່ບໍ່ເຄີຍມີມາກ່ອນ ຂອງບັນດາອິດທິກຳລັງປໍລະປັກ ແລະ ກຳລັງຕໍ່ຕ້ານສັງຄົມນິຍົມ ໃຫ້ ໄດ້ສາມາດປົກປັກຮັກສາ ສັງຄົມນິຍົມແບບ ສປປ ເກົາຫລີ ແລະ ໄດ້ຊຸກຍຸ້ຂະບວນການສັງຄົມນິຍົມຂອງໂລກ.

ສະຫາຍ ກິມເຈິງອິນ ແມ່ນຜູ້ຍິ່ງໃຫ່ຍທີ່ໄດ້ປະກອບສ່ວນອັນເປັນອຳມະຕະໃນພາລະກິດ ເພື່ອຄວາມເປັນເອກະລາດຂອງໂລກ. ປະຫວັດສາດ ໄດ້ຈາລຶກບຸນຄຸນບັນດາຜູ້ອຸທິດຕົນຢ່າງບໍ່ທໍ້ຖອຍ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ ກ້າວຂຶ້ນ ຂອງມະນຸດ. ແຕ່ວ່າ, ໃນ ນັ້ນບໍ່ມີໃຜທຽບໄດ້ກັບ ສະຫາຍ ກິມເຈິງອິນ ແຫ່ງ ສປປ ເກົາຫລີ ຜູ້ທີ່ໄດ້ສະແດງໃຫ້ເຫັນວິລະກຳ ອັນເປັນອຳມະຕະ ໃນການວາງທິດສະດີຕໍ່ສູ້ ເພື່ອຄວາມເປັນເອກະລາດຂອງຊາດ ໂດຍການສ້າງພະລັງທາງແນວຄິດທີ່ຍິ່ງໃຫຍ່ ແລະ ໂດດເດັ່ນ, ມີປີຊາສາມາດ ໃນ ການນຳພາ. ສະຫາຍ ກິມເຈິງອິນ ໄດ້ອີງໃສ່ແນວຄິດອັນສະຫລາດສ່ອງໃສນີ້ ເພື່ອປູທາງໄປສູ່ໄຊຊະນະໃນການຕໍ່ສູ້ ເພື່ອຄວາມເປັນເອກະລາດຂອງໂລກ.ສະຫາຍໄດ້ນຳພາຈັດຕັ້ງປະຕິບັດແນວຄິດທິດສະດີ ທີ່ຖືກຕ້ອງ ແລະ ມີພະລັງ, ວາງຍຸດທະສາດ ແລະ ຍຸດທະ ວິທີ ເພື່ອບັນລຸຜົນສຳເລັດໃນການຕໍ່ສູ້ ເພື່ອຄວາມເປັນເອກະລາດ. ໂດຍການຂຽນບົດວິທະຍາສາດຫລາຍສະບັບ ລວມທັງ “ວ່າດ້ວຍແນວຄິດຈຸດເຊ” ສະຫາຍ ໄດ້ພັດທະນາແນວຄິດຈຸດເຊ ໃຫ້ເປັນລະບົບຄົບຊຸດ ແລະ ອຸດົມສົມບູນ ເປັນແນວຄິດທີ່ນຳພາ ໄປສູ່ ຄວາມເປັນເອກະລາດ ອັນໄດ້ເຮັດໃຫ້ປະຊາຊົນຜູ້ກ້າວໜ້າຂອງໂລກ ໄດ້ຕິດອາວຸດທາງແນວຄິດທິດສະດີ ທີ່ມີພະລັງເຂົ້າໃນການຕໍ່ສູ້ຂອງຕົນ ເພື່ອສ້າງໂລກໃໝ່ທີ່ມີເອກະລາດ, ສັນຕິພາບໂດຍປາສະຈາກການຄອບຄອງ, ການປາບປາມ, ການຮຸກຮານ ແລະ ກໍ່ ສົງຄາມ. ສະຫາຍໄດ້ໃຫ້ຄຳຕອບທີ່ຈະແຈ້ງ ຕໍ່ບັນດາບັນຫາທີ່ເປັນຍຸດທະສາດ ແລະ ຍຸດໂທບາຍ ໃນການນຳພາ ໄປສູ່ຄວາມເປັນເອກະລາດ ບົນເສັ້ນທາງແຫ່ງໄຊຊະນະ. ສະຫາຍໄດ້ສະເໜີແນວທາງການສົ່ງເສີມ ຄວາມເປັນເອກະລາດຂອງໂລກ ເປັນໜ້າທີ່ທີ່ສຳ ຄັນໃນພາລະກິດການປະຕິວັດຂອງຊົນຊັ້ນກຳມະກອນ. ສະຫາຍຍັງໄດ້ສ້າງຕັ້ງແນວຄິດວິທະຍາສາດທີ່ເປັນຮູບປະທຳ, ມີຄຸນປະໂຫຍດ ແລະ ເພື່ອຈຸດປະສົງແຫ່ງຄວາມເປັນເອກະລາດຂອງໂລກຢ່າງແທ້ຈິງ.

ໃນໄລຍະທີ່ລັດທິສັງຄົມນິຍົມໄດ້ຖືກລົ້ມສະຫລາຍຢູ່ໃນບາງປະເທດ, ສະຫາຍໄດ້ຂຽນປະກາດປຶ້ມ “ບົດຮຽນປະຫວັດສາດໃນການສ້າງສັງຄົມນິຍົມ ແລະ ທິດທາງວຽກງານຂອງພັກເຮົາ” ເຊິ່ງສະຫາຍໄດ້ວິເຄາະຢ່າງເລິກແລບເຖິງສາເຫດຕົ້ນຕໍ ແລະ ບົດຮຽນທີ່ຖອດ ຖອນໄດ້ຈາກການລົ້ມສະຫລາຍ ຂອງລັດທິສັງຄົມນິຍົມ ໃນປະເທດເຫລົ່ານັ້ນ ແລະ ເປັນທວນໄຟ ເຍືອງທາງອັນຖືກຕ້ອງ ເພື່ອສ້າງກະແສຟອງໃໝ່ ທີ່ມີປະສິດທິຜົນ ໃນຂະບວນການສັງຄົມນິຍົມໂລກ. ສະຫາຍ ກິມເຈິງອິນ ໄດ້ໃຫ້ຄວາມກະຈ່າງແຈ້ງໃນ ດ້ານ ຫລັກການຕໍ່ທຸກພາລະໜ້າທີ່ ແລະ ຄວາມຮຽກຮ້ອງຕ້ອງການ, ຍຸດທະສາດ, ຍຸດໂທບາຍໃນການຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະລາດຂອງໂລກ ລວມທັງກຳລັງຊ່ວຍໜູນ, ຜົນສຳເລັດການພັດທະນາ ທີ່ເປັນເອກະລາດ ໃນບັນດາປະເທດກຳລັງພັດທະນາ, ການສ້າງຄວາມສາມັກຄີ ເປັນເອກະພາບຂອງບັນດາກໍາລັງຕໍ່ຕ້ານຈັກກະພັດ, ການພັດທະນາ ຂະບວນການບໍ່ຮ່ວມກຸ່ມ, ການປ່ຽນແທນລະບຽບໂລກແບບເກົ່າ ດ້ວຍລະບຽບໃໝ່ທີ່ເປັນທຳ ແລະ ອື່ນໆ. ສະ ຫາຍຍັງໄດ້ກະຕຸກຊຸກຍູ້ ໃຫ້ແກ່ການປະຕິບັດຄຳຂວັນ“ ປະຊາຊົນທົ່ວໂລກທີ່ປົກປ້ອງຄວາມເປັນເອກະລາດ ຈົ່ງສາມັກຄີກັນ!”. ທິດສະດີຂອງ ສະຫາຍ ກິມເຈິງອິນ ເປັນເຂັມທິດເຍືອງທາງ ໃຫ້ແກ່ຂະບວນການຕໍ່ສູ້ເພື່ອເອກະລາດ ນຳໄປໝຸນໃຊ້ເຂົ້າໃນການນຳພາການຕໍ່ສູ້ໄດ້ຮັບໄຊຊະນະ. ສິ່ງສຳຄັນທີ່ສຸດສະແດງໃຫ້ ເຫັນເຖິງຄວາມປີຊາສາມາດຂອງສະຫາຍ ໃນການນຳພາການຕໍ່ສູ້ ເພື່ອຄວາມເປັນເອກະລາດໄປສູ່ໄຊຊະນະ ແມ່ນສະຫາຍໄດ້ດຳເນີນນະໂຍບາຍ ການເມືອງເຊິນກຸນ ທີ່ເປັນເອກະລັກຂອງຕົນ, ເຊິ່ງສາມາດທັບ ມ້າງກົນອຸບາຍ ຂອງພວກຈັກກະພັດທີ່ຫວັງມ້າງ ເພ ສປປ ເກົາຫລີ, ປົກປ້ອງລັດທິສັງຄົມນິຍົມຕາມແບບຂອງ ສປປ ເກົາຫລີ ໄວ້ໄດ້ຢ່າງໝັ້ນຄົງ ແລະ ປົກປັກຮັກສາໄດ້ ສັນຕິພາບ ແລະຄວາມໝັ້ນຄົງໃນຂົງເຂດ. ຍ້ອນນະໂຍບາຍການເມືອງເຊິນກຸນຂອງສະຫາຍ ກິມເຈິງອິນ, ຄວາມອາດສາມາດ ໃນການປ້ອງ ກັນຕົວຂອງສປປ ເກົາຫລີ ມີຄວາມເຂັ້ມແຂງຢ່າງບໍ່ມີກຳລັງໃດມາທຽບໄດ້. ສະຫາຍ ກິມເຈິງອິນ ໄດ້ທຸ່ມເທຄວາມພະຍາຍາມຂອງຕົນ ເພື່ອປັບປຸງສາຍພົວພັນ ກັບບັນດາປະເທດທີ່ຮັກຫອມ ຄວາມເປັນເອກະລາດ ແລະມີການເຄື່ອນໄຫວຢ່າງຫ້າວຫັນ ເຂົ້າໃນ ຂະບວນການສ້າງໂລກໃໝ່ທີ່ເປັນເອກະລາດ, ສັນຕິພາບ ແລະ ມິດຕະພາບຢ່າງແທ້ຈິງ. ການເຄື່ອນໄຫວຢ້ຽມຢາມ ປະເທດຈີນ ແລະ ຣັດເຊຍ ແມ່ນໄດ້ເພີ່ມທະວີ ການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສປປ ເກົາຫລີ - ສປ ຈີນ ແລະ ສປປ ເກົາຫລີ - ຣັດເຊຍ, ເພື່ອເປັນກ້ອນກໍາລັງແຮງໃນການຕໍ່ສູ້ຮ່ວມກັນ ເພື່ອປົກປັກຮັກສາລັດທິສັງຄົມນິຍົມ ແລະ ສັນຕິພາບໂລກ, ທັງເປັນການໃຫ້ກຳລັງໃຈແກ່ຄວາມພະຍາຍາມຂອງສາກົນ ເພື່ອສ້າງໂລກໃໝ່ທີ່ດີງາມ.ສະຫາຍ ກິມເຈິງອິນ ໄດ້ ພົບປະບັນດາຜູ້ນໍາພັກ ແລະ ປະມຸກລັດ ຈາກ ສປປ ລາວ, ສສ ຫວຽດນາມ, ລາຊະອານາຈັກ ກຳປູເຈຍ, ອິນໂດເນເຊຍ ແລະ ປະເທດອື່ນໆ ທີ່ມາຢ້ຽມຢາມ ສປປ ເກົາຫລີ ແລະ ປະກອບສ່ວນຢ່າງແຂງແຮງເຂົ້າໃນການສົ່ງເສີມໄມຕີຈິດມິດຕະພາບ ແລະ ການ ພົວພັນຮ່ວມມືກັບ ບັນດາປະເທດກຳລັງພັດທະນາ ຕາມຄວາມຮຽກຮ້ອງຕ້ອງການໃນສະຕະວັດໃໝ່. ການເຄື່ອນໄຫວດ້ານການຕ່າງປະເທດຂອງສະຫາຍໄດ້ກວມເອົາຫລາຍຂົງເຂດຕັ້ງແຕ່ຂົງເຂດການເມືອງ, ຂ່າວສານ, ເສດຖະກິດ ເຊິ່ງມີຄຸນປະໂຫຍດອັນໃຫຍ່ ຫຼວງຕໍ່ການແກ້ໄຂສະພາບການຢູ່ບັນດາປະເທດແລະໃນໂລກ, ໃຫ້ການຊຸກຍູ້ຢ່າງແຂງແຮງເພື່ອຄວາມກ້າວໜ້າຂອງຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງໂລກ.


ພັກແຮງງານເກົາຫລີ ຊຶ່ງສະຫາຍກິມອິນຊຸງ ໄດ້ກໍ່ສ້າງ ແລະ ສະຫາຍ ກິມເຈິງອິນ ໄດ້ເພີ່ມພູນຄູນສ້າງໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃຫ້ເປັນກອງເສນາທິການຂອງການປະຕິວັດເກົາຫລີໂດຍ ສະຫາຍ ກິມເຈິງອຸນ ເລຂາທິການໃຫ່ຍພັກແຮງງານເກົາຫລີ. ສະຫາຍໄດ້ ນຳເອົາແນວຄິດຊີ້ນຳຂອງພັກຂອງພວກເຮົາໃຫ້ກຳນົດເປັນລັດທິກິມ ອິນ ຊຸງ-ກິມ ເຈິງ ອິນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ຂອງການພັດທະນາການປະຕິວັດ ແລະປະກາດຖືເອົາການຫັນເປັນລັດທິກິມ ອິນ ຊຸງ-ກິມ ເຈິງ ອິນ ໃນ ທົ່ວສັງຄົມເປັນໂຄງການອັນສູງສຸດຂອງພັກ.ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫຼີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ.ໃນມື້ນີ້ ປະຊາຊົນ ສປປ ເກົາຫລີ ກຳລັງສືບຕໍ່ສ້າງຂະບວນການ, ສ້າງຜົນງານອັນໃຫ່ຍຫລວງໃນການຈັດຕັ້ງປະຕິບັດມະຕີກອງປະຊຸມໃຫ່ຍຄັ້ງທີ່ 8 ຂອງ ພັກ ແລະ ມະຕິຂອງບັນດາກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ, ແຜນພັດທະນາເສດຖະກິດສັງຄົມ ໄລຍະ 5 ປີແຫ່ງຊາດ ໂດຍສະເພາະໃນການເພີ່ມທະວີ ກຳລັງປ້ອງກັນຊາດ ແລະ ປັບປຸງຊີວິດການເປັນຂອງປະຊາຊົນ. ກຳລັງແຮງຂອງຊາດ ໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາ ໄດ້ ຢືນຢູ່ແຖວໜ້າຂອງປະເທດ ທີ່ມີຄວາມເຂັ້ມແຂງທາງດ້ານທະຫານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກ່ວາເກົ່າໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີ ຍິ່ງໆຂຶ້ນກ່ວາເກົ່າ ແລະ ຮັບປະກັນການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ຢູ່ແຫລມເກົາຫລີ.
ຄຸນງາມຄວາມດີຂອງສະຫາຍ ກິມເຈິງອິນ ໃນການກໍ່ສ້າງພັກແຮງງານເກົາຫລີ ຈະເປັນທວນໄຟອັນສະຫວ່າງສະໄຫວ ຢູ່ຄູ່ກັບປະເທດສັງຄົມນິຍົມເກົາຫລີ ທີ່ຍາດໄດ້ໄຊຊະນະຕະຫລອດມາ.

KPL

ຂ່າວອື່ນໆ

ads
ads

Top